ວັນທີ 29 ຕຸລາ, ກົມພາສີ​ໃຫ້​ຮູ້ວ່າ ຍອດມູນຄ່າການສົ່ງອອກ - ນຳເຂົ້າສິນ​ຄ້າຂອງ ຫວຽດນາມ ໃນ 10 ເດືອນທຳອິດຂອງປີ 2006 ລື່ນກາຍ​ຕົວ​ເລກ 1.000 ຕື້ USD, ສ້າງຂີດໝາຍປະຫວັດສາດໃນ​ການ​ເຄ​ື່ອນ​ໄຫວ​ດ້ານການຄ້າສາກົນຂອງ ຫວຽດນາມ. ລະ​ອຽ​ດ​ແມ່ນ, ​ວົງ​ເງິນສົ່ງອອກບັນລຸ 493,64 ຕື້ USD, ເພີ່ມຂຶ້ນ 105,56 ຕື້ USD, ເທົ່າ​ກັບ 27,2%, ເມື່ອທຽບກັບໄລຍະດຽວກັນຂອງປີ 2025. ກົງ​ກັນ​ຂ້າມ, ການນຳເຂົ້າບັນລຸ 507,66 ຕື້ USD, ເພີ່ມຂຶ້ນ 138,72 ຕື້ USD, ເທົ່າ​ກັບ 37,6%. ການນຳ​ເຂ​ົ້າ​ເກີນດຸນກໍ່ຫຼຸດລົງຢ່າງ​ແຮງ, ຈາກກວ່າ 20 ຕື້ USD ​ຫຼຸດລົງ​ເຫຼືອ​​ພຽງປະ​ມານ 14 ຕື້ USD.

ບັນ​ດາ​ໝາກຜົນ​ດັ່ງ​ກ້າວ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກວົງ​ການ​ນັກ​ຊ່ຽວ​ຊານ. ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈິມິນ, ເນັ້ນໜັກວ່າ:

“ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫຼວງ ແລະ ພວກເຮົາຕ້ອງສືບຕໍ່ປັບປຸງ​ດຸນ​ການຄ້າ. ພິ​ເສດໃນສະພາບການນັ້ນ, ຍອດ​ວົງ​ເງິນ​ການ​ຄ້ານຳເຂົ້າ -ສົ່ງອອກຂອງ ຫວຽດນາມ ໄດ້ບັນລຸເຖິງ 1.000 ຕື້ USD, ນຳ ຫວຽດນາມ ​​ນອນໃນ​ກຸ່ມ 20 ປະເທດທີ່ຂອບ​ຂະ​ຫ​າດການຄ້າຫຼາຍທີ່ສຸດໃນໂລກ. ນີ້ແມ່ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ກຳ​ລັງ​​ຄວາມ​ສາ​ມາດ, ທີ່​ຕັ້ງ ແລະ ​ອິດ​ທິ​ພົນ​ຊື່ສຽງຂອງ ຫວຽດນາມ ​ໃນເວທີສາກົນ, ​ກໍ​ຄືບົດບາດຂອງ ຫວຽດ​ນາມ ໃນການຄ້າທົ່ວໂລກ.”

ຕາມນັກ​ຊ່ຽວ​ຊ​ານ​ດ້ານເສດຖະສາດ, ​ທ່ານຮອງສາດສະດາຈານ, ​ປະ​ລິນ​ຍາ​ດອກ ດິງຈ້ອງທິ້ງ ແລ້ວ, ນີ້ແມ່ນ​ຂີດ​ໝາຍສຳຄັນ, ແລະ ​ພ້ອມ​ກັນ​ນັ້ນ​ກໍ່​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ສືບ​ຕໍ່ຮັກສາການເຕີບໂຕ, ຮັກສາ​ການ​ເຄື່ອນ​ໄຫວນຳເຂົ້າ - ສົ່ງອອກ ແລະ ຍົກ​ສູງປະສິດທິ​ຜົນ​ດ້ານການຄ້າໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.