ຕອນເຊົ້າມື້ນີ້ (16 ກັນຍາ), ເວທີປາໄສ ຊຽງຊານ ປັກກິ່ງ ຄັ້ງທີ 13 ໄດ້ໄຂຂຶ້ນທີ່ຢູ່ ປັກກິ່ງ, ປະເທດຈີນ. ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີບົດກ່າວຄຳເຫັນທີ່ສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 1 ພາຍໃຕ້ຫົວຂໍ້ "ຄວາມເປັນລະບຽບ ຮຽບຮ້ອຍສາກົນ ແລະ ຄວາມໝັ້ນຄົງດ້ານຍຸດທະສາດ".
ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຄັ້ງທີ 1, ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຖືວ່າ ໂລກພວມຜ່ານຜ່າການປ່ຽນແປງທີ່ມີລັກສະນະບາດລ້ຽວ, ສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້. ສັນຕິພາບ, ສະຖຽນລະພາບ ແມ່ນຄວາມຄາດຫວັງລວມຂອງປະຊາຄົມສາກົນ.
"ຫວຽດນາມ ຍົກສູງ ແລະ ປາດຖະໜາຢາກຊຸກຍູ້ລັດທິຫຼາຍຝ່າຍ ກໍ່ໝາຍຄວາມວ່າ ຢາກສ້າງຄວາມລະບຽບຮຽບຮ້ອຍສາກົນໂດຍມີຍຸຕິທຳ, ກວມລວມ ອີງໃສ່ກົດໝາຍ ແລະ ລະບອບລະບຽບສາກົນ. ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງຍຸຕິທຳ, ກວມລວມຄືແນວນັ້ນ ຕ້ອງມີສະຖຽນລະພາບຍຸດທະສາດ, ເຊິ່ງຢູ່ທີ່ນັ້ນ, ສະພາບແວດລ້ອມແຫ່ງສັນຕິພາບໄດ້ຮັບການຮັບປະກັນ, ບັນດາປະເທດມີຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ, ຮ່ວມມືກັນເພື່ອຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂບັນດາບັນຫາ ໂດຍຜ່ານການສົນທະນາ, ອີງໃສ່ການເຄົາລົບກົດໝາຍ ແລະ ລະບອບລະບຽບການສາກົນ, ກົດບັດສະຫະປະຊາຊາດ, ບັນດາຄຳໝັ້ນສັນຍາຢູ່ພາກພື້ນ."
ເພື່ອພ້ອມກັນປັບປຸງພື້ນຖານຄວາມເປັນລະບຽບຮຽບຮ້ອຍສາກົນ, ສ້າງຄວາມ ສະຖຽນລະພາບຍຸດທະສາດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຢືນຢັນວ່າ:
“ຍາມໃດ ຫວຽດນາມ ກໍ່ເຄົາລົບ ແລະ ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ; ພ້ອມກັນນັ້ນປາດຖະໜາຢາກຍູ້ແຮງວິວັດການເຈລະຈາເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ດ້ວຍປະສິດທິພາບ, ປະສິດທິຜົນທີ່ແທ້ຈິງ ແລະ ສາມາດເປັນໄປໄດ້. ກໍ່ໃນບັນຫາທະເລຕາເວັນອອກ, ຫວຽດນາມ ຢືດໝັ້ນ ແກ້ໄຂບັນດາບັນຫາໂດຍສັນຕິວິທີ, ອີງໃສ່ການເຄົາລົບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).”
