ຫວຽດນາມ ພວມຍູ້ໄວວຽກງານກະກຽມໃຫ້ແກ່ການເປັນເຈົ້າພາບຈັດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ປີ 2027. ໃນວິວັດການນີ້, ຫວຽດນາມ ພວມໄດ້ຮັບການໜູນຊ່ວຍ ແລະ ສົມທົບກັນຢ່າງແໜ້ນແຟ້ນຈາກບັນດາພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີ ອົດສະຕາລີ. ທ່ານນາງ Louise Adams, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ ບໍລິສັດ Aurecon, ສະມາຊິກສະພາໃຫ້ຄຳປຶກສາ ສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ (AVPI), ໃຫ້ຮູ້ວ່າ:
“ຂ້າພະເຈົ້າຖືວ່າ ຫວຽດນາມ ໄດ້ມີປະສົບການໃນການພັດທະນາເສດຖະກິດ ແລະ ຫວ່າງມໍ່ໆມານີ້ກໍ່ບັນລຸໄດ້ບັນດາເປົ້າໝາຍທີ່ເຕັມໄປດ້ວຍຄວາມຕັ້ງຫວັງ. ຂ້າພະເຈົ້າຫວັງວ່າ ແຫຼ່ງພະລັງງານ ແລະ ຄວາມຫວັງນັ້ນຈະຖືກນຳເຂົ້າໃນບົດບາດເປັນເຈົ້າພາບ APEC; ພ້ອມກັນນັ້ນ, ຂ້າພະເຈົ້າກໍ່ຫວັງວ່າ ຫວຽດນາມ ຈະສຸມໃສ່ການແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງເລື່ອງຮັກສາທ່າພັດທະນາເສດຖະກິດຢູ່ພາກພື້ນ, ກໍຄືປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ”.
ທ່ານນາງ Louise Adams ປາດຖະໜາວ່າ ຜ່ານ APEC, ຫວຽດນາມ - ອົດສະຕາລີ ຈະພ້ອມກັນກຳແໜ້ນໂອກາດເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ພວມວາງອອກ.
