ໂດຍບໍ່ຫົວຊາຕໍ່ການເໜັງຕີງຂອງການຄ້າທົ່ວໂລກ, ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດ (BCI) ຂອງສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ໄດ້ເພີ່ມຂຶ້ນຢ່າງແຮງ ໂດຍຂຶ້ນເປັນ 78,7 ຄະແນນໃນໄຕມາດທີ 2 ປີ 2026. ໝາກຜົນການສຳຫຼວດໂດຍ EuroCham ປະກາດໃນວັນທີ 15 ກໍລະກົດ, ຊີ້ໃຫ້ເຫັນວ່າ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມວິສາຫະກິດ ເອີລົບ ໄດ້ຮັບການຟື້ນຟູຢ່າງແຮງ, ພ້ອມກັນນັ້ນ ກໍ່ຢືນຢັນກຳລັງດຶງດູດ ແລະ ຄວາມສາມາດທົນທານຂອງ ຫວຽດນາມ ໃນສະພາບແວດລ້ອມດຳເນີນທຸລະກິດທີ່ນັບມື້ນັບສັບສົນທັງຢູ່ພາຍໃນ ແລະ ສາກົນ.
ໝາກຜົນການສຳຫຼວດຂອງ EuroCham ຊີ້ໃຫ້ເຫັນວ່າ 63% ວິສາຫະກິດ ເອີລົບ ຮັບຮູ້ເງື່ອນໄຂດຳເນີນທຸລະກິດທີ່ຕັ້ງໜ້າໃນໄຕມາດທີ 2 ປີ 2026, ໃນຂະນະທີ່ 69% ຕັ້ງແງ່ຫວັງສະພາບການຈະສືບຕໍ່ໄດ້ຮັບການປັບປຸງໃນໄຕມາດຈະມາເຖິງ. ເມື່ອທຽບໃສ່ການສຳຫຼວດກ່ອນນີ້ 3 ເດືອນ, ອັດຕານີ້ໄດ້ເພີ່ມຂຶ້ນ 11 ຄະແນນສ່ວນຮ້ອຍ, ສ່ອງແສງໃຫ້ເຫັນທ່າເຕີບໂຕຢ່າງຈະແຈ້ງກ່ຽວກັບປະສິດທິຜົນການດຳເນີນທຸລະກິດ, ຈຳນວນໃບສັ່ງຊື້ສິນຄ້າໃໝ່ ແລະ ກຳລັງຊື້ໄດ້ຮັກສາເປັນປົກກະຕິ.
ມີກວ່າເຄິ່ງໜຶ່ງໃນຈຳນວນວິສາຫະກິດທີ່ໄດ້ສຳຫຼວດ (54%) ຖື ຫວຽດນາມ ໃນປັດຈຸບັນຄືດັ່ງຕະຫຼາດຍຸດທະສາດ ແລະ ຖານທີ່ໝັ້ນການເຄື່ອນໄຫວແກ່ນສານ, ໃນຂະນະທີ່ມີວິສາຫະກິດ 18% ຖືນີ້ແມ່ນກຳລັງໜູນການເຕີບໂຕສຳຄັນຂອງວິສາຫະກິດ. ບັນດາໝາກຜົນດັ່ງກ່າວຊີ້ໃຫ້ເຫັນການປ່ຽນແປງຫຼາຍພໍສົມຄວນໃນວິທີທີ່ບັນດາວິສາຫະກິດ ເອີລົບ ກຳນົດ ຫວຽດນາມ ໃນຍຸດທະສາດພາກພື້ນ ແລະ ທົ່ວໂລກ.
