ສຳ​ລັບ ຫວຽດ​ນາມ, ນັບ​ແຕ່​ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ (28 ກໍ​ລະ​ກົດ 1995), ອາ​ຊຽນ ແມ່ນ​ຊ່ອງ​ຊ່ວຍ​ໃຫ້ ຫວຽດ​ນາມ ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ພາຍນອກ​ໃຫ້​ແກ່​ການ​ລົງ​ທຶ​ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສ້າງ​ປະ​ຊາ​ຄົມ ອາ​ຊຽນ ສາ​ມັກ​ຄີ, ໝັ້ນ​ຂ​ົງ​ເຂັ້ມ​ແຂງ, ຮ່ວມ​ມື​ຢ່າງ​ແທ​ດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ແມ່ນ​ຜ​ົນ​ປ​ະ​ໂຫຍດ, ທັງ​ນັ້ນ​ກໍ່​ແມ່ນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເຊິ່ງ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ຢ່າງ​ສູງ.

ສິ່ງ​ທີ່​ໜ້າ​ສົນ​ໃຈ, ຄາດ​ວ່າ ສັນ​ຍາ​ແມ່​ເສດ​ຖະ​ກິດ​ດີ​ຈີ​ຕອນ ອາ​ຊຽນ (ASEAN Digital Economy Framework Agreement - DEFA) ຈະ​ໄດ້​ຮັບ​ການ​ລົງ​ນາ​ມ​ໃນ​ທ້າຍ​ປີ 2026, ຈະ​ແມ່ນ​ສັນ​ຍາ​ພາກ​ພື້ນ​ຢ່າງ​ຮອບ​ດ້ານ​ສະ​ບັບ​ທຳ​ອິດ​ໃນ​ໂລກ​ກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເປິດ​​ຕະ​ຫຼາດ​ດີ​ຈີ​ຕອນ​ທີ່ເປັນ​ເອກ​ະ​ພາບ​ຂອງ ອາ​ຊຽນ. ບັນ​ດາ​ການ​ຄາດ​ຄະ​ເນ​ໃນ​ປະ​ຈຸ​ບັນ​ໄດ້​ຄາດຄະເນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ ຫວຽດ​ນາມ ອາດ​ສາ​ມາດ​ບັນ​ລຸ 2.000 ຕື້ USD ໃນ​ປີ 2030 ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນນີ້​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ​ສຳ​ລັບ ຫວຽດ​ນາມ.