ຕອນເຊົ້າວັນທີ 05 ກັນຍາ, ມີນັກຮຽນ, ນັກສຶກສາກວ່າ 26 ລ້ານຄົນໃນທົ່ວປະເທດ ຫວຽດນາມ ໄດ້ກ້າວເຂົ້າສູ່ສົກຮຽນໃໝ່. ພ້ອມກັບຈຸດເວລານັ້ນ, ມີໂຮງຮຽນສາມັນກິນນອນຊົນເຜົ່າລະຫວ່າງຊັ້ນ ຢູ່ເຂດຊາຍແດນທາງບົກ ທີ່ມີເງື່ອນໄຂຄົບຖ້ວນ ກໍ່ໄດ້ເປີດສະຫຼອງ, ນຳເຂົ້າໃຊ້ການ.
ພິທີໄຂສົກຮຽນໃໝ່ທົ່ວປະເທດ ໄດ້ຈັດຂຶ້ນແຕ່ 7 ໂມງ 30 ນາທີ ຫາ 8 ໂມງ 30 ນາທີ, ຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ. ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ດຳເນີນພິທີເປີດສົກຮຽນໃໝ່ຢູ່ຈຸດເຊື່ອມຕໍ່ສົດ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າ ເມື່ອງເຄືອງ, ຕາແສງ ເມື່ອງເຄືອງ, ແຂວງ ລາວກາຍ. ທ່ານ ເຈິ່ນແທັງເໝີ້ນ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ແຂວງ ຮຶງອຽນ. ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ແຂວງ ບັກນິງ.
ໂດຍຕາງໜ້າໃຫ້ແກ່ພັກ, ລັດ ກ່າວຄຳເຫັນທີ່ພິທີເປີດສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເນັ້ນໜັກວ່າ:
“ສົກຮຽນ 2026 – 2027 ແມ່ນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ; ແມ່ນສົກຮຽນຂອງການປ່ຽນແປງໃໝ່ດ້ານຈິນຕະນາການ, ວິທີເຮັດ ແລະ ຄຸນນະພາບ, ມຸ່ງໄປເຖິງການຫັນປ່ຽນ, ບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງຢ່າງແຮງ. ທົ່ວຂະແໜງການສຶກສາສືບຕໍ່ປ່ຽນແປງໃໝ່ຈິນຕະນາການການຄຸ້ມຄອງ ແລະ ວິທີສິດສອນຢ່າງແຮງ. ສ້າງໂຮງຮຽນໃຫ້ມີສະພາບແວດລ້ອມທີ່ເປັນມິດ, ປອດໄພ, ປອດໃສ, ມະນຸດສະທຳຢ່າງແທ້ຈິງ; ເປັນແຫ່ງທີ່ນັກຮຽນໄດ້ຮັບຄວາມເຄົາລົບ, ສົ່ງເສີມການປະດິດຄິດສ້າງ ແລະ ຫຼໍ່ລ້ຽງຄວາມໄຝ່ຝັນ”.
