ວັນທີ 21 ກັນຍາ, ສ້າງ​ຂີດ​ໝາຍ​ສຳຄັນທີ່ເປັນ​ໜ້າຈົດຈຳສຳລັບຕະຫຼາດຫຼັກຊັບ ຫວຽດນາມ. ນັບແຕ່ມື້ນີ້ເປັນຕົ້ນໄປ, FTSE Russell ຈະ​ປ່ຽນ​ກຸ່ມຫຼັກ​ຊັບ ຫວຽດນາມ ຈາກ​ກຸ່ມຕະຫຼາດຊາຍຂອບຂຶ້ນເປັນຕະຫຼາດທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຂັ້ນສອງ​, ແຫຼ່ງ​ທຶນ​ສາ​ກົນ​ໃໝ່​ຈະ​ລົງ​ທຶນ​ເຂົ້າ​ບັນ​ດາ​ຫຸ້ນ​ຂອງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຕາມ​ແຜນ​ຍົກລະດັບ​ຂຶ້​ນ​ເປັນຕະຫຼາດທີ່​ຫາກໍ່ພົ້ນເດັ່ນຂຶ້ນ.

ການຍົກລະດັບຕະຫຼາດຫຼັກຊັບແມ່ນ​ເປີດກວ້າງຄວາມສາມາດເຂົ້າເຖິງ​​ແຫຼ່ງ​ເງິນ​ລົງ​ທຶນ​ທົ່ວ​ໂລກ. ໃນໄລຍະທຳອິດ, ເລີ່ມຕົ້ນວັນທີ 21 ກັນຍາ, ຄາດວ່າຈະມີຈຳ​ນວນ​ເງິນປະມານ 240 ລ້ານ USD ໄຫຼເຂົ້າ 27 ຫຸ້ນ ຫວຽດນາມ. ໃນນັ້ນ, Vanguard, ໜ່ວຍງານຄຸ້ມຄອງຊັບສິນທີ່ໃຫຍ່ອັນດັບສອງຂອງໂລກ ໃຫ້​ຮູ້​ວ່າ ຈະລົງທຶນຈຳ​ນວນ​ເງິນປະມານ 2,5 ຕື້ USD ເຂົ້າ ຫວຽດນາມ ຜ່ານກອງທຶນ FTSE. ທ່ານນາງ Wanming Du, ຜູ້ອຳນວຍການນະໂຍບາຍດັດຊະນີ ພາກພື້ນ ອາຊີ - ປາຊີຟິກ ຂອງ FTSE Russell, ​ໃຫ້​ຮູ້ວ່າ:

FTSE Russell ມີໝວດ​ດັດ​ຊະ​ນີຫຼັກຊັບທົ່ວໂລກ, ດ້ວຍຊັບສິນປະມານ 2,8 ພັນຕື້ USD ໄດ້ຄຸ້ມຄອງຕິດ​ພັນກັບ​ບັນ​ດາດັດຊະນີ, ລວມມີ​ທັງກຸ່ມຕະຫຼາດທີ່​ຫາກໍ່ພົ້ນເດັ່ນ. ກ່ອນທີ່ຈະໄດ້ຈັດເຂົ້າໃນກຸ່ມຕະຫຼາດທີ່​ຫາກໍ່ພົ້ນເດັ່ນຂຶ້ນ, ຫວຽດນາມ ບໍ່ມີ​ໂອ​ກາດເຂົ້າເຖິງທຶນທີ່ນອນໃນ​ຈຳ​ນວນຊັບສິນນີ້. ແຕ່ເມື່ອ​ໄດ້​ຈັດເຂົ້າ​ກຸ່ມ​ຕະ​ຫຼາດ​ທີ່​ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ, ຫວຽດນາມ ຈະເລີ່ມສາມາດເຂົ້າເຖິງ ແຫຼ່ງທຶນໃນ​ຈຳ​ນວນຊັບສິນທີ່ມີມູນຄ່າ 2,8 ພັນຕື້ USD ນີ້.

ການຍົກລະດັບໄດ້ເປີດໂອກາດໃຫ້ດຶງດູດແຫຼ່ງ​ເງິນທຶນລົງທຶນຈາກຕ່າງປະເທດ ແລະ ກໍ່​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຕະຫຼາດຫຼັກຊັບ ຫວຽດນາມ ສືບຕໍ່ຍົກ​ສູງ​ລັກ​ສະ​ນະໂປ່ງໃສ, ປະສິດທິຜົນ ແລະ ຄວາມສາມາດ​ແກ່ງ​ແຍ້ງ.