ຕອນ​ບ່າຍ​ວັນ​ທີ 18 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ໄດ້​ຈັດ​ພິ​ທີ​ປະ​ກາດ​ປະ​ມວນ​ດັດ​ຊະ​ນີ​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຢູ່​ບັນ​ດາ​ທ້ອງ​ຖິ່ນ (FTA Index) ປີ 2025. ​ຜົນ​ຕິດ​ຕາມ​ຄວາມ​ສາ​ມາດ​ໃນ​ການປະ​ຕິ​ບັດ FTA ຂອງ​ບັນ​ດາ​ທ້ອງ​ຖິ່ນ ໃນ​ປີ 2025 ສະ​ແດງ​ໃຫ້​ເຫັນ​ວ່າ: ຄະ​ແນນ FTA Index ສະ​ເລ່ຍ​ໃນ​ທົ່ວ​ປະ​ເທດ​ແມ່ນ 21,66/40 ຄະ​ແນນ, ນະ​ຄອນ​ຫ໋າຍ​ຝ່ອງ​ແມ່ນ ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ 35,62/40 ຄະ​ແນນ.

ເຂົ້າ​ຮ່ວມ ແລະ ກ່າວ​ຄ​ຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ບັນ​ດາ​ຂໍ້​ຕົກ​ລົງ, ຄຳ​ໝັ້ນ​ສັນ​ຍາ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ໄດ້​ຫັນເປັນ​ລະ​ອຽດ, ມີ​ຈຳນວນ​ຈະ​ແຈ້ງ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ FTA ກາຍ​ເປັນ​ໝາກ​ຜົນ, ຜະ​ລິດ​ຕະ​ພັນ​ຢ່າງ​ແທ້​ຈິງ. ດັ່ງ​ນັ້ນ, FTA Index ຕ້ອງ​ໄດ້​ສັງ​ເກດ​ຄື​ແມ່ນ​ເຄື່ອງ​ມື​ສຳ​ຄັນ​ເພື່ອ​ຄວບ​ຄຸມ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ. ຈາກ​ໝາກ​ຜົນ​ FTA Index 2025, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ຢາ​ຕຸກ​ສະ​ເໜີ​ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ຖື​ການ​ປະ​ຕິ​ບັດ FTA ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ດັດ​ຊະ​ນີ​ສຳ​ຄັນ​ຕີ​ລາ​ຄາ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ຫານ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ແຕ່​ລະ​ທ້ອງ​ຖິ່ນ​ຕ້ອງ​ນຳ​ກ​ານ​ປະ​ຕິ​ບັດ FTA ແລະ ໂຄງ​ການ​ບໍ​ລິ​ຫານ​ພັ​ດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຕິດ​ພັນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ນຳ. ສ້າງ​ໂຄງ​ການ​ກະ​ທຳ​ພາຍຫຼັງ​ການ​ປະ​ກາດ FTA Index, ເລືອກ​ຈຸດ​ອຸດ​ຕັ້ນ​ເພື່ອ​ແກ້​ໄຂ​ຢ່າງ​ເດັ​ດ​ຂາດ, ພ້ອມ​ທັງ​ຜູກ​ມັດ​ການ​ປະ​ຕິ​ບັດ FTA ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ​ທີ່​ມີ​ການ​ຄັດ​ເລືອກ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີ​ຂຽວ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ.