ຕອນຄ່ຳວັນທີ 05 ກັນຍາ, ທີ່ສະໜາມຫຼວງ ທີ 2 ເມສາ, ຕາແສງ ຍາຈາງ, ແຂວງ ແຄງຮວ່າ, ຮອບຊິງຊະນະເລີດນາງງາມໂລກ ຄັ້ງທີ 73 ໄດ້ຈັດຂຶ້ນ ໂດຍມີຜູ້ເຂົ້າປະກວດ 111 ຄົນທີ່ມາຈາກຫຼາຍປະເທດ, ເຂດແຄວ້ນ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ເປັນເຈົ້າພາບຈັດການປະກວດນາງງາມໂລກ, ພ້ອມກັນນັ້ນ ກໍ່ໍ່ຍັງແມ່ນເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ແລະ ການພັດທະນາຂອງການປະກວດ.
ໃນຮອບຊິງຊະນະເລີດ, ນາງງາມ Joheirry Mola ມາຈາກ ໂດມິນີກາ ໄດ້ຄອງມົງກຸດນາງງາມໂລກ (Miss World) 2026. ນາງງາມໂລກຄົນໃໝ່ Joheirry Mola, ອາຍຸ 24 ປີ, ເປັນຄູສອນ, ນັກຂ່າວ, ແລະ ນາງແບບມືອາຊີບ.
ໃນຄ່ຳຄືນຮອບຊິງຊະນະເລີດ ບໍ່ພຽງແຕ່ເປັນການປະກວດຄວາມງາມເທົ່ານັ້ນ ຫາກຍັງເປັນພື້ນທີ່ເພື່ອພົບປະແລກປ່ຽນວັດທະນະທຳສາກົນອີກດ້ວຍ, ໃນນັ້ນ ມີບັນດາຄຸນຄ່າວັດທະນະທຳ ຫວຽດນາມ ໄດ້ແນະນຳເຖິງເພື່ອນມິດສາກົນໃນໂລກອີກດ້ວຍ. ຈຸດເດັ່ນແມ່ນການສະແດງຊຸດເສື້ອຍາວຂອງ ຫວຽດນາມ ໃນຮອບຊິງຊະນະເລີດ.
