ຕອນ​ເຊົ້າ​ວັນ​ທີ 31 ພຶດ​ສ​ະ​ພາ, ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ຈັດ​ງານ​ບຸນ​ວິ​ສາ​ຂະ​ບູ​ຊາ​ ພ​ສ. 2570 (ປີ 2026) ຢູ່​ວັດ​ກວານ​ຊື (ຮ່າ​ໂນ້ຍ). ໃນ​ພິ​ທີ, ພະ​ມະ​ຫາ​ອາ​ຈານ ທິກ​ແທັງ​ຫຍຽວ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ກ່າວ​ປະ​ກາດ​ສານ​ຂໍ້​ຄວາມ​ຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເຖິງ​ບັນ​ດາ​ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ງານ​ບຸນ​ວິ​ສາ​ຂະ​ບູ​ຊາ ພ​ສ. 2570. ກໍ​ໃນ​ພິ​ທີ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ຟີ​ລອງ ຮັບ​ຮູ້, ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ພຸດ​ທະ​ສ​າ​ສະ​ນິກ​ກະ​ຊົນເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ລວມ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮ​ມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ຟີ​ລອງ ປາດ​ຖະ​ໜາ​ວ່າ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ພົບ​ປະ​ແລກ​ປ່ຽນ​ກັບ​ພຸດ​ທະ​ສາ​ສະ​ໜາ​ສາ​ກົນ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ເຜີ​ຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ປະ​ຊາ​ຊົນ ຫວຽດ​ນາມ ທີ່​ຮັກ​ຫອມ​ສັນ​ຕິ​ພາບ, ເມດ​ຕາ​ປ​າ​ນີ ແລະ ເຕັມ​ໄປ​ດ້ວຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ ກັບ​ພຸດ​ທະ​ສາ​ສະ​ໜາ​ບັນ​ດາ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ.