ຕອນ​ເຊົ້າ​ວັນ​ທີ 19 ສິງ​ຫາ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໄດ້​ໄຂ​ລາຍ​ການ “ກັບ​ຄືນ​ໄປ​ຫາ​ຈຸ​ດ​ເວ​ລາ​ອັນ​ສັກ​ກະ​ລະ​ບູ​ຊາ”, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ ສິງ​ຫາ ບັນ​ລຸ​ຜົນ​ສຳ​ເລັດ (19 ສິງ​ຫາ 1945 – 18 ສິງ​ຫາ 2026) ແລະ ວັນ​ຊາດ ​ສ​ສ. ຫວຽດ​ນາມ ທີ 2 ກັນ​ຍາ. ເຫດ​ການ​ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ຊີ້​ນຳ, ​ສື່​ເອ​ກ​ເລັກ​ໂຕ​ນິກ VTC New ແລະ ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ ແລະ ​ການສື່​ສານ CDIT ຂຶ້ນ​ກັບ​ສະ​ຖາ​ບັນ​ໄປ​ສະ​ນີ​ໂທ​ລະ​ຄົມ ​ສົມ​ທົບ​ກັນຈັດ​ຂຶ້ນ.

ຜ່ານ​ເຕັກ​ໂນ​ໂລ​ຊີ​​ສະເໝືອນ​ຈິງ, ຜູ້​ຊົມ​ຄື​ດັ່ງ​ເຂົ້າ​ຮ່ວມ​ຈຸດ​ເວ​ລາ​ຢູ່​ສະ​ໜາມ​ຫຼວງ ບາ​ດິ່ງ, ຮ່າ​ໂນ້ຍ ກ່ອນນີ້ 81 ປີ, ​ເຫັນ​ປະ​ຈັກ​ຕາຈຸດ​ເວ​ລາປະ​ທານ ໂຮ່​ຈີ​ມິນ ອ່ານບົດຖະແຫຼງປະກາດເອກະລາດ ໃນ​ວັນ​ທີ 02 ກັນ​ຍາ 1945, ​ສະ​ຖາ​ປະ​ນາປະ​ເທດສະ​ຖາ​ປະ​ນາ​ປະ​ເທດສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ​, ປະ​ຈຸ​ບັນ​ແມ່ນ​ປະ​ເທດ​ສາ​ທາ​ລະ​ນະ​ລັດ, ສັງ​ຄົມ​ນິ​ຍົມ ຫວຽດ​ນາມ. ​

ທີ່​ເຫດ​ການ, ທ່ານ ໂງ​ມິນ​ຫຽນ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV, ໃຫ້​ຮູ້​ວ່າ:

“ຢູ່​ແຕ່​ລະ​ສະ​ຖານ​ທີ່​ກໍ່​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ. ຢູ່ ຮ່າ​ໂນ້ຍ, ແຫ່ງ​ເລີ່ມ​ຈັດ​ລາຍ​ການ ກໍ່​ແມ່ນ​ແຫ່ງ​ທີ່​ປະ​ທານ ໂຮ່​ຈີ​ມິນ ກ່າວຖະ​ແຫຼງ​ການ​ປະ​ກາດອ​ກະ​ລາດ, ມີ​ຄວາມ​ໝາຍ​ສັກ​ກະ​ລະ​ບູ​ຊາ. ແຕ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ລາຍ​ການ “ກັບ​ຄືນ​ໄປ​ຫາ​ຈຸ​ດ​ເວ​ລາ​ອັນ​ສັກ​ກະ​ລະ​ບູ​ຊາ” ໄປ​ບັນ​ດາ​ແຂວງ, ນະ​ຄອ​ນ​ທີ່​ແຕກ​ຕ່າງ​ກັນ, ຄື: ກວາງ​ນິງ, ເງະ​ອານ - ບ້ານ​ເກີດ​ເມືອງນອນ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ແຕ່​ລະ​ແຫ່ງ​ລ້ວນ​ແຕ່​ສະ​ແດງ​ອາ​ລົມ​ຈິດ​ທີ່​ແຕກ​ຕ່າງ​ກັນ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ລາຍ​ການ​ຄັ້ງ​ນີ້​ຈະ​ສືບ​ຕໍ່ສ້າງ​ອາ​ລົມ​ຈິດ​ພິ​ເສດ​ໃຫ້​ແກ່​ຜູ້​ມາ​ຊົມ”.

ທີ່​ລາຍ​ການ, ມີ​ແຂກ​ທ່ອງ​ທ່ຽ​ວ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມເອກ​ອ້​າງ​ທະ​ນົງ​ໃຈ, ​ຕື້ນ​ຕັ​ນ​ໃຈເພື່ອ​ໄດ້​ກັບຄືນ​ໄປ​ຫາ​ຈຸ​ດ​ເວ​ລາ​ອັນ​ສັກ​ກະ​ລະ​ບູ​ຊາ.

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ, ເຫັນ​ວ່າ​ພວກ​ເພື່ອນ​ສາ​ມາດ​ສ້າງ​ບັນ​ດາບັນ​ຍາ​ກາດ​ເໝືອນ​ຈິງ, ເພື່ອ​ເຫັນ​ແຈ້ງ, ດີ​ທີ່​ສຸດ”.

“ເມື່ອ​ສຽງ​ເວົ້າ​ຂອງ​ປະ​ທານ​ ໂຮ່​ຈ​ີ​ມິນ ດັ່ງ​ຂຶ້ນນັ້ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື້​ນ​ຕັນ​ໃຈ​ທີ​່​ສຸດ. ລາຍ​ການ​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕື​່ມ​ອີກ ຍ້ອນ​ເປັນ​ຊາວ ຫວຽດ​ນາມ, ໂຊກ​ດີ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ໄລ​ຍະ​ສັນ​ຕິ​ພາບ”.

ລາຍ​ການ “ກັບ​ຄືນ​ໄປ​ຫາ​ຈຸ​ດ​ເວ​ລາ​ອັນ​ສັກ​ກະ​ລະ​ບູ​ຊາ” ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອ​ກ​ອ້າງ​ທະ​ນົງ​ໃຈ​ຕໍ່​ຊາດ ແລະ ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ, ໂດຍ​ສະ​ເພາະ​ແມ່ນ​ສຳ​ລັບ​ລຸ້ນ​ໜຸ່ມ.