ເວ​ລາ 5 ໂມງ​ຕອນ​ເຊົ້າ​ວັນ​ທີ 27 ກໍ​ລະ​ກົດ, ສຽງ​ລະ​ຄັງ, ສ​ຽງກອງ​ໄດ້ດັງ​ຂຶ້​ນ​ພ​້ອມ​ກັນ​ຢູ່​ບັນ​ດາວັດ, ​ສະ​ຖານ​ທີ່​ບູ​ຊາ​ຢູ່​ທົ່ວ​ທຸກ​ບ້ານ, ຖະ​ໜົນ, ເຂດ​ຊາຍ​ແດນ, ໝູ່​ເກາະ​ຂອງ 34 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ ເພື່ອ​ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ. ນີ້​ແມ່ນ​ປີ​ທຳ​ອິດ​ທີ່​ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້ແຈ້ງ​​ຂ່າວຈັດ​ພິ​ທີ​ກຳ​ທີ່​ສັກ​ສິດນີ້ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະ​ຫຼອງ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2026).

ຢູ່​ວັດ ກວານ​ຊື (ສຳ​ນັກ​ງານ​ສູນ​ກາງ​ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ທີ່​ນະ​ຄອ​ນ​ຫຼວງ ຮ່າ​ໂນ້ຍ), 5 ໂມງ​ຕອນ​ເຊົ້າ, ວັດ ກວານ​ຊື ໄດ້​ເລີ່ມ​ຈັດ​ພິ​ທີ​ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ ແລະ ພິ​ທີສູດ​ມົນ​ພາ​ວະ​ນາ​ໃຫ້​ແກ່ດວງວິນ​ຍານ​ບັນ​ດາ​ຮັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ. ພະ​ອາ​ຈານ​ໃຫຍ່ ທິກ​ດຶກ​ທ້ຽນ, ຮອງ​ປະ​ທານ, ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“5 ໂມງ​ຕອ​ນ​ເຊົ້າ​ວັນ​ທີ 27 ກໍ​ລະ​ກົດ, ຢູ່​ທຸກວັດ​, ​ສະ​ຖານ​ທີ່​ບູ​ຊາ​ໃນ​ທົ່ວ​ປະ​ເທດ​ໄດ້​ພ້ອມ​ກັນ​​ລັ່ນລະ​ຄັງ, ກອງ 3 ບາດ ເພື່ອ​ໃຫ້​ພວກ​ເຮົາ​ຕອບ​ບຸນ​ແທນ​ຄຸນ, ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ. ຫຼັງ​ຈາກນັ້ນ​ແມ່ນ​ຈັດ​ບັນ​ດາ​ພິ​ທີສູດ​ມົນພາ​ວະ​ນາ​ອາ​ໄລ​ຫາ, ຫວັງ​ວ່າ​ບັນ​ດາ​ດວງວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື​່ອ​ຊາດ​ຈົ່ງ​ໄປ​ສູ້​ສຸ​ຂະ​ຕິ, ໃນ​ໂລກ​ຂອງ​ຄົນ​ຊອບ​ທຳ, ບ່ອນ​ສະ​ຫງົບ​ສຸກ ແລະ ປົກ​ປ້ອງ​ໃຫ້​ລູກ​ຫຼານ, ປະ​ເທດ​ ຫວຽດ​ນາມ ຂອງ​ພວກ​ເຮົາ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ, ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່ຈະ​ເລີນ​ຮຸ່ງ​ເຮືອງ ແລະ ວັດ​ທະ​ຖ​າ​ວອນ. ພູດ​ທະ​ສາ​ສະ​ໜາຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ”.

ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖື​ເປັນ​ຢ່າງ​ສູງ, ບັນ​ດາພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ຖະ​ຫວາຍ​ທູບ​ທຽນ, ໄຫ​ວ້​ບູ​ຊາ​​ພະພຸດ​ທະ​ເຈົ້າ, ລະ​ນຶກ​ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖື, ອະ​ທິ​ຖານ​ເຖິງ​ຄຸ​ນ​ງາມ​ຄວາມ​ດີ​ດວງວິນ​ຍານ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ດ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ປະ​ເທດ​ຊາດ.

“ຂ້າ​ພະ​ເຈົ້າ​ແມ່ນພຸດ​ທະ​ສາ​ສະ​ນິກ​ກະ​ຊົນ, ຊື່​ທຳ ຟູກ​ຫາຍ, ຊື່​ແທ​້​ແມ່ນ ເຈິ່ນກວັກ​ລອງ, ພວກ​ຂ້າ​ພະ​ເຈົ້າ​ຂໍ້​ອະ​ທິ​ຖານ​ຕໍ່​ພະ​ພູດ​ທະ​ເຈົ້າ, ເຈົ້າ​ແມ່ກວ​ນ​ອິນ, ພະ​ສົງປົກ​ປ້ອງດວງວິນ​ຍານ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິ​ດ​ເພື່ອ​ຊາ​ດໄປ​ສູ່​ແດນ​ສະ​ຫວັນ”.

“ຂ້າ​ພະ​ເຈົ້າ​ແມ່ນ​ພຸດ​ທະ​ສາ​ສະ​ນິກ​ກະ​ຊ​ົ​ນ ບຸນ​ທິ​ເລິມ, ຢູ່​ບ້ານ ໂບ່​ເດ, ຮ່າ​ໂນ້ຍ, ມື້ນີ້​​ໄດ້ມາ​ວັດ ກວານ​ຊື ​ແຕ່ 4 ໂມງ​ເຊົ້າ, ເນື່ອງ​ໃນ​ໂອ​ກາດ​ວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ, ພວກ​ເຮົ​າ​ຈົ່ງ​ຄິດ​ຮອດ​ເພື່ອ​ຕອບ​ບຸນ​ແທ​ນ​ຄຸນ, ພາ​ວະນາ​ໃຫ້​ດວງວິນ​ຍານ​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ”.

ໃນ​ຈຸດ​ເວ​ລາ​ດຽວ​ກັນ, ຕາມ​ຄຳ​ຮຽກ​ຮ້ອງ​ຂອງສະ​ມ​າ​ຄົມ​​ພູດທະ​ສາ​ສະ​ໜາ​ສູນ​ກາງ ຫວຽດ​ນາມ, ມີ​ວັດ​ກວ່າ 18.000 ແຫ່ງ ແລະ ຮາກ​ຖານ​ບູ​ຊາໃນ​ທົ່ວ​ປະ​ເທດກໍ່​ພ້ອມ​ກັນ​ຈັດ​ພິ​ທີ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດເຊັນດຽວ​ກັນ.