ຂະ​ບວນ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ ແນ​ໃສ່​ປຸກ​ລຸກ​ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ອອກ​ແຮງ​ງານ​ປະ​ດິດ​ຄິດ​ສ້າງ, ຍົກ​ສູງ​ສະ​ມັດ​ຕະ​ພາບ ແລະ ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ; ຜ່ານ​ນັ້ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ໃນ​ນັ້ນ ມີ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງກວ່າ 10%.

ເມື່ອ​ກ່າວ​ຄຳ​ເຫັນ​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ ສະ​ມັດ​ຕະ​ພາບ​ແຮງ​ງານ​ໄລ​ຍະ 2021 – 2025 ເພີ່ມ​ຂຶ້ນ​ສະ​ເລ່ຍ 5,3% ຕໍ່​ປີ, ແຕ່​ຍັງ​ມີ​ໄລ​ຍະຫ່າງຫຼາຍ​ພໍ​ສົມ​ຄວນ ເມື່ອ​ທຽບ​ໃສ່​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ​ໃນ​ໄລ​ຍະ​ໃໝ່, ເລື່ອງ​ສ້າງ​ຖັນ​ແຖວ​ກຳ​ມະ​ກອນ​ທັນ​ສະ​ໄໝ, ມີ​ພູມ​ປັນ​ຍາ, ມີ​ທັກ​ສະ​ດີ, ມີ​ບຸກ​ຄະ​ລິກ​ກະ​ພາບ​ອຸດ​ສາ​ຫະ​ກຳ ແລະ ຄວາມ​ຄາດ​ຫວັງ​ອຸ​ທິດ​ສ່ວນ ແມ່ນ​ໜ້າ​ທີ່ມ​ີ​ຄວາມ​ໝາຍ​ຍຸດ​ທະ​ສາດ.