ພິ​ທີ​ປຸກ​ລະ​ດົມການຜັນຂະຫຍາຍຈຸດສຸມສູງສຸດ​ໃນການຮັບ​ເອົາຕົວຢ່າງ​ວິ​ໄຈ ADN ຍາດ​ຕ​ິ​ພີ່​ນ້ອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຍັງ​ບໍ່​ທັນສາມາດຢັ້ງ​ຢືນ​ຂໍ້​ມູນຕົວຕົນ​ໃນ​ທົ່ວ​ປະ​ເທດ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດ “ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ” ເພື່ອ​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2027).

ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ຮູ້​ວ່າ, ປະ​ຈຸ​ບັນ ໃນ​ທົ່ວ​ປະ​ເທດ​ຍັງ​ມີ​​ອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວີດ​ເພື່ອ​ຊາດ ກວ່າ 175.000 ອັດ​​ຖິ ຍັງ​ບໍ່​ທັນ​ຊອກ​ຫາ​ໄດ້, ຂຸມ​ຝັງ​ສົບ​ນັກ​ຮົບ​ທີ່ເສຍ​​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດກວ່າ 300.000 ຂຸມ​ຍັງ​ຂາດ​ຂໍ້​ມູນ​ຢູ່.

“​ປະ​ຈຸ​ບັນ, ຍາດ​ຕິ​ພີ່​ນ້ອງ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດມີ​ອາ​ຍຸ​ສ​ູງ​ແລ້ວ, ສຸ​ຂະ​ພາບກໍ່​ບໍ່ແຂງແຮງ​ແລ້ວ, ຫຼາຍ​ຄົນ​ໄດ້​ມີ​ຄວາມ​ຄາດ​ຫວັງ​ຢາກຊອກ​ຫາ​ໄດ້​ຍາດ​ຕິ​ພີ່​ນ້ອງ​ໃນ​ຕະ​ຫຼອດ​ຊີ​ວິດ​ຂອງ​ຕົນ. ໃນ​ຂະ​ນະ​ນັ້ນ, ເລື່ອງຢັ້ງ​ຢືນ​ຊື່​ອັດ​ຖິນັກ​ຮົບ​ທີ່ເສຍ​​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ໂດຍ​ສະ​ເພາະ​ແມ່ນກ​ໍ​ລະ​ນີ​ຍັງ​ຂາດ​ຂໍ້​ມູນ, ຮຽກ​ຮ້ອງ​ຕ້ອງ​ມີ​ວິ​ທີ​ເຮັດ​ຢ່າງ​ມີ​ແບບ​ມີ​ແຜນ, ມີ​ວິ​ທະ​ຍາ​ສາດ, ຄົບ​ຊຸດ, ຍາວ​ນານ. ຂ້າ​ພ​ະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຕ້ອງ​ຖືນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ​ພິ​ເສດ, ບໍ່​ໃຫ້​ຊັກ​ຊ້າ”.

ພາຍ​ຫຼັງ​ພິ​ທີ​ປຸກ​ລະ​ດົມ, ໄດ້​ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ເກັບ​ຕ​ົວ​ຢ່າງ ADN ສຳ​ລັບ​ຍາດ​ຕິ​ພີ່​ນ້ອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ; ໃຫ້​ຄຳ​ປຶກ​ສາ, ມອບ​ຢາ ແລະ ຜະ​ລິດ​ຕະ​ພັນ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ຍາດ​ຕິ​ພີ່​ນ້ອງນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.