ສັບປະດາ​ດິນ​ຟ້າອາກາດ ຫວຽດນາມ ​ເປັນຄັ້ງທຳອິດຈະຈັດຂຶ້ນແຕ່ວັນທີ 19 ຫາ 22 ຕຸລາ ຢູ່ ຮ່າໂນ້ຍ, ​ນະ​ຄອນ ດ່ານັ້ງ, ນະຄອນ ໂຮ່ຈິມິນ ແລະ ເກີນເທີ. ດ້ວຍການສົນ​ທົບ, ໜູນ​ຊ່ວຍ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ຂຶ້ນ​ກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດ​ນາມ ແລະ ​ບັນ​ດາທ້ອງຖິ່ນ, ສັບປະດາ​ດິນ​ຟ້າອາກາດ ຫວຽດນາມ ໂດຍ​ບັນ​ດາ​ຄູ່ຮ່ວມ​ມື, ລວມມີ: New Energy Nexus ຫວຽດນາມ (NEXVN), ອົງການພັດທະນາ ໂຮນ​ລັງ (SNV), ແລະ ອົງການ​​ໜູນ​ຊ່ວຍມະຫາວິ​ທະ​ຍາ​ໄລ​ໂລ​ກຂອງ ການາດາ (WUSC).

ເປີດ​ສາກສັບປະດາ​ດິນ​ຟ້າອາກາດ ຫວຽດນາມ ໃນວັນທີ 19 ຕຸລາ ແມ່ນກອງປະຊຸມຂັ້ນສູງ​ຈັດ​ຂຶ້ນ​ຢູ່ ຮ່າໂນ້ຍ, ໂດຍເຕົ້າ​ໂຮມຜູ້ຕາງໜ້າການ​ນຳບັນ​ດາອົງການ​ສຳ​ນັກ​ງານຂອງລັດ, ​ອົງ​ການການທູດ, ຄູ່ຮ່ວມ​ມືພັດທະນາ, ​​ບັນ​ດາ​ສຳ​ນັກ​ການ​ເງິນ​ເພື່ອ​ການພັດທະນາ ແລະ ການນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດພາກ​ເອ​ກະ​ຊົນ​ເຂົ້າ​ຮ່ວມ. ເວທີປາໄສ​ດິນ​ຟ​້າອາກາດສີຂຽວ ຈັດ​ຂຶ້ນ​ຢູ່ນະຄອນ ດ່ານັ້ງ ໃນວັນທີ 20 ຕຸລາ, ຈະເຕົ້າ​ໂຮມ​ບັນ​ດາ​ນັກວາງນະໂຍບາຍ, ບັນ​ດາທະນາຄານການຄ້າ, ບັນ​ດາ​​ສຳ​ນັກ​ການ​ເງິນ​ເພື່ອ​ການພັດທະນາ, ນັກລົງທຶນ, ກຸ່ມ​ວິ​ສາ​ຫ​ພະ​ກິດ ແລະ ນັກ​ເຄືື່ອນ​ໄຫວ​ໃນ​ຂົງ​ເຂດນະ​ວັດ​ຕະ​ກຳ​ດິນ​ຟ້າອາກາດ​ເຂົ້າຮ່ວມ. ໃນວັນທີ 21 ຕຸລາ, ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ຈະ​ຈັດງານວາງສະແດງ​ວິ​ສາ​ຫະ​ກິດດ້ານ​ດິນ​ຟ້າອາກາດ. ​ພິ​ທີ​ປິດ​ເຫດ​ການຈະ​ຈັດ​ຂຶ້ນ​ໃນວັນທີ 22 ຕຸລາ, ລາຍການ​ຢູ່ ເກີນ​ເທີ ​ສົມ​ທົບ​ກັນ​ລະ​ຫວ່າງ​ການສົນທະນານະໂຍບາຍ ແລະ ການ​ຢ້ຽມ​ຊົມ​ຕົວ​ຈິງ​ບັນ​ດາຮູບແບບກະສິກຳ​ປ່ອຍອາຍພິດຕ່ຳ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ​ຢູ​່ເຂດທົ່ງ​ພຽງແມ່ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ.