ສື່ມວນຊົນ ຈີນ ຖືວ່າ ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືກເຊີນກ່າວຄຳເຫັນນຳສະເໜີໃນກອງປະຊຸມ Shangri-la ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ຂອງປະຊາຄົມສາກົນ ຕໍ່ກັບພົດບາດ ແລະ ທີ່ຕັ້ງທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ. ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ບັນດາສານທີ່ໄດ້ຍົກອອກມາໃນເວທີປາໄສ ໄດ້ສ່ອງແສງໃຫ້ເຫັນນະໂຍບາຍສະເໜີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ບໍ່ເລືອກຝ່າຍ, ພ້ອມກັນຊຸກຍູ້ການເຈລະຈາ, ການຮ່ວມມື ລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບແກ່ການພັດທະນາ.
ສຳນັກຂ່າວສານ Reuters ຂອງ ອັງກິດ ໃຫ້ຮູ້ວ່າ ໃນບົດກ່າວຄຳເຫັນສຳຄັນຢູ່ກອງປະຊຸມ Shangri-la, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ຊີ້ໃຫ້ເຫັນສາມວິກິດການໃຫຍ່ ເຊິ່ງໂລກພວມປະເຊີນໜ້າເທົ່ານັ້ນ, ຫາກຍັງສົ່ງສານຮຽກຮ້ອງເພີ່ມທະວີກົດໝາຍສາກົນ, ຊຸກຍູ້ບັນດາກຳລັງໜູນເຕີບໂຕແບບຍືນຍົງ ແລະ ສ້າງກົນໄກສົນທະນາຢ່າງໂປ່ງໃສ ເພື່ອແນໃສ່ສະກັດກັ້ນການປະທະກັນ.
ໃນຂະນະນັ້ນ, ໜັງສືພິມ Nikkei ຂອງ ຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ ບົດກ່າວຄຳເຫັນໄດ້ວາດພາບຢ່າງຈະແຈ້ງແບບວິທີສຳຜັດຂອງ ຫວຽດນາມ ຕໍ່ບັນດາການຜັນແປດ້ານການເມືອງໃນປັດຈຸບັນ. ຊອ່ງໂທລະພາບ CNBC ຂອງ ອາເມລິກາ ໄດ້ສຸມໃສ່ສານກ່ຽວກັບ “ຄຳໝັ້ນສັນຍາທີ່ມີຄວາມຮັບຜິດຊອບ” ຂອງບັນດາປະເທດໃຫຍ່ສຳລັບພາກພື້ນ ອາຊີ - ປາຊີຟິກ.
