ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຈາະ​ຈີ້ມ​ເຖິງ​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ​ເພື່ອ​ໃຫ້​ໜ່ວ​ຍ​ງານ​ບັນ​ນາ​ທິ​ການ​ເພື່ອ​ສືບ​ຕໍ່​ປັບ​ປຸງ​ບົດ​ລາຍ​ງານ​ການ​ສະຫຼຸບ​ໃຫ້​ສຳ​ເລັດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ:

“ວິ​ໄສ​ທັດ​ 100 ປີ​ຕໍ່​ໜ້າ ຕ້ອງ​ສືບ​ຕໍ່​ສະ​ແດງ​ໄດ້​ເຖິງ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ຂອງ​ຊາດ ຫວຽດ​ນາມ. ຕ້ອງ​ຕ​ອບ​ໄດ້​ບັນ​ດາ​ຄຳ​ຖາມ​ໃຫຍ່, ຄື: ຫວຽດ​ນາມ ຢາກ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ຄື​ແນວ​ໃດ​ໃນ​ສະ​ຕະ​ວັດ​ຈະ​ມາ​ເຖິງ; ມີ​ພື້ນ​ຖານ​ໃດ​ແດ່​ຕ້ອງ​ຮັກ​ສາ​ໄວ; ບັນ​ດາ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່ແມ່ນ​ຫ​ຍັງ?.... ວິ​ໄສ​ທັດ​ຕ້ອງ​ມີ​ຄວາມ​ສູງ​ຂອ​ງ​ຄວາມ​ຄາດ​ຫວັງ, ລວງ​ເລິກ​ທາງ​ດ້ານ​ທິດ​ສະ​ດີ ແລະ ໃກ້​ຊິດ​ຕິດ​ແທດ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດຊາດ ແລະ ທ່າ​ອ່ຽງ​ຂອງ​ຍຸ​ກ​ສະໄໝ, ຍົກ​ສູງ​ກຳ​ລັງ​ຄວາ​ສາ​ມາດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ”