ຕອນເຊົ້າວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ, ເມື່ອເປັນປະທານ ກອງປະຊຸມປະຈຳເດືອນ ຕຸລາ ປີ 2026 ຂອງລັດຖະບານ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ: ລັດຖະບານກຳນົດການຄວບຄຸມໄພເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິແມ່ນບັນຫາສຳຄັນທີ່ສຸດ:
"ລັດຖະບານຈະຕັດສິນໃຈປະຕິບັດບັນດາມາດຕະການເພື່ອຢືດໝັ້ນເປົ້າໝາຍແມ່ນຄວບຄຸມໄພເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ພວກເຮົາບໍ່ສາມາດປະໃຫ້ຮາກຖານຄວາມໝັ້ນຄົງຖືກທຳລາຍ. ຖ້າເຮັດໄດ້ຄືແນວນັ້ນຈຶ່ງຊ່ວຍໃຫ້ການເຕີບໂຕບັນລຸບະດັບສູງແຕ່ຍືນຍົງ ແລະ ຮັບປະກັນຊີວິດສັງຄົມ. ນີ້ແມ່ນບັນຫາໃຫຍ່ທີ່ຕ້ອງໄດ້ໃຫ້ບຸລິມະສິດໃນໄລຍະສອງເດືອນທ້າຍປີແມ່ນບຸລິມະສິດສູງສຸດເພື່ອຮັກສາບັນດາໝວດໜ້າທີ່."
ກ່ຽວກັບວຽກງານປັບປຸງລະບອບລະບຽບການໃຫ້ສົມບູນແບບ, ທ່ານນາຍົກລັດຖະມົນຕີກໍ່ໃຫ້ຄຳເຫັນໃສ່ຮ່າງກົດໝາຍສຳຄັນພົ້ນເດັ່ນຈຳນວນໜຶ່ງເຊິ່ງສະພາແຫ່ງຊາດພວມປຶກສາຫາລື.
“ກ່ຽວກັບຮ່າງກົດໝາຍວ່າດ້ວຍການບໍລິຈາກ, ປ່ຽນຖ່າຍເນື້ອເຍື່ອຮ່າງກາຍ, ອະໄວຍະວະ ແລະ ການບໍລິຈາກຮ່າງກາຍມະນຸດ, ການເກັບສົບ, ສະເໜີສືບຕໍ່ກວດກາຄືນ, ຄົ້ນຄວ້າຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດ, ນັກຊ່ຽວຊານ ແລະ ປະຊາຊົນຢ່າງລະອຽດ ແລະ ລາຍງານຕໍ່ສະພາແຫ່ງຊາດຢ່າງຄົບຖ້ວນ.”
