ຕອນເຊົ້າວັນທີ 21 ສິງຫາ, ຢູ່ສະຖານີການທະຫານ ສະໜາມບິນ ເຕິນເຊີນເຍີດ, ນະຄອນ ໂຮ່ຈີມິນ, ຄະນະຊີ້ນຳກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ໂຮ່ຈີມິນ (ເອີນຫຍໍ້ວ່າ ຄະນະຊີ້ນຳນະຄອນ) ສົມທົບກັບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຈັດພິທີຖະຫວາຍທູບທຽນ, ດອກໄມ້ ແລະ ຂົນສົ່ງຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 7.000 ຕົວຢ່າງມານະຄອນຫຼວງ ຮ່າໂນ້ຍ ເພື່ອຮັບໃຊ້ການວິໄຈ ADN ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊິວິດເພື່ອຊາດ.
ຕົວຢ່າງອັດຖິນັກຮົບເສຍສະຫຼະຊິວິດເພື່ອຊາດທັງໝົດ 7.104 ຕົວຢ່າງທີ່ຍັງບໍ່ທັນຢັ້ງຢືນຂໍ້ມູນຢູ່ບັນດາເຂດສຸສານໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ນັ້ນກອງພົນນ້ອຍ 918, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຂົນສົ່ງດ້ວຍເຮືອບິນຂົນສົ່ງການທະຫານເຖິງສະໜາມບິນ ຢາເລິມ (ຮ່າໂນ້ຍ), ຫຼັງຈາກນັ້ນໄດ້ສົ່ງເຖິງສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແມ່ນຫົວໜ່ວຍຮັບເອົາຕົວຢ່າງເພື່ອວິໄຈ ADN ແນໃສ່ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊິວິດເພື່ອຊາດ.
ມາຮອດປະຈຸບັນ, ນະຄອນ ໂຮ່ຈີມິນ ໄດ້ປະຕິບັດສຳເລັດ 100% ແຜນການເກັບເອົາຕົວຢ່າງຢູ່ 18/18 ສຸສານນັກຮົບເສຍສະຫຼະຊິວິດເພື່ອຊາດໃນບໍລິເວນ, ດ້ວຍ 9.854 ຕົວຢ່າງ. ໃນຈຳນວນດັ່ງກ່າວ, 7.104 ຕົວຢ່າງມີເງື່ອນໄຂຢ່າງພຽງພໍເພື່ອຮັບໃຊ້ການວິໄຈ ADN.
