ໂດຍ​ຕອບ​ສະ​ໜອງວັນ​ສິ່ງ​ແວດ​ລ້ອມ​ໂລກ, ວັນ​ມະ​ຫາ​ສະ​ໝຸດ​ໂລກ, ເດືອນ​ກະ​ທຳ​ເພື່ອ​ສິ່ງ​ແວດ​ລ້ອມ ແລະ ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ ປີ 2026, ຕອນ​ເຊົ້າ​ວັນ​ທີ 06 ມິ​ຖຸ​ນາ, ຢູ່​ແຂວງ ເງະ​ອານ ໄດ້​ດຳ​ເນີນ​ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ລະ​ດັບ​ຊາດ “ທົ່ວ​ປວງ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປ​ັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເພື່ອ​ປະ​ເທດ ຫວຽດ​ນາມ ສີ​ຂຽວ - ສະ​ອາດ - ງາມ​ຕາ”. ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

“ປະ​ເທດ ຫວຽດ​ນາມ ສີ​ຂຽວກວ່າ, ສະ​ອາດກວ່າ, ງາມ​ຕາກວ່າ ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ການ​ກະ​ທຳ​ລະ​ອຽດ, ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ທົ່ວ​ປວງ​ຊົນ. ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແລ​ດ​ລ້ອມ​ໃນ​ວັນ​ນີ້ ແມ່ນ​ການ​ປົກ​ປ້ອງ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ຊີ​ວິດ​ຂອງ​ຄົນ​ລຸ້ນຫຼັງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຂະ​ບວນ​ການ “ທົ່ວ​ປວງ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເພື່ອ​ປະ​ເທດ ຫວຽດ​ນາມ ສີ​ຂຽວ - ສະ​ອາດ - ງາມ​ຕາ” ຈະ​ມີ​ກຳ​ລັງ​ແຜ່​ກະ​ຈາຍ​ຢ່າງ​ແຮງ​ໃນ​ທົ່ວ​ສັງ​ຄົມ; ປະ​ກອບ​ສ່ວນ​ສ້າງ​ສາ​ປະ​ເທດ ຫວຽດ​ນາມ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ, ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ວັດ​ທະ​ນາ​ຖາ​ວອນ.”