ຂໍ້​ມູນ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ​ແງ່​ຫວັງ​ຂອງວິ​ສາ​ຫະ​ກິດ​ປີ 2026 ຂອງ​ທະ​ນາ​ຄານ UOB, ປະ​ກາດ​ເມື່ອ​ວັນ​ທີ 22 ມິ​ຖຸ​ນາ, ໄດ້​ຊີ້​ໃຫ້​ເຫັນສະ​ພາບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ພວມ​ມີ​ສັນ​ຍານ​ທີ່​ຕັ້ງ​ໜ້າກວ່າຫຼາຍ​ຢ່າງ. ​ເມື່ອ​ສຳຫຼວດວິ​ສາ​ຫະ​ກິດຫວຽດ​ນາມ 10 ແຫ່ງ​ ກໍ ມີ 9 ແຫ່ງ ​ຫວັງ​ວ່າ​ຜົນ​ການດຳ​ເນີນ​ທຸ​ລະ​ກິດ​​ໃນ​ປີນີ້ຈະ​ດີ​ຂຶ້ນ, ພ້ອມ​ທັງ​ຄາດ​ຄະ​ເນວ່າ​ລາຍ​ຮັບ​ຈະ​ເຕີບ​ໂຕ​​ແຮງກວ່າ ໃນ​ໄລ​ຍະ 2027 – 2028.

ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ພົ້ນ​ເດັ່ນ​ທີ່​ໄດ້​ຮັບ​ຮູ້​ໃນ​ການ​ສຳຫຼວດ​ປີ​ນີ້ ແມ່ນ​ການ​ຄຸ້​ມ​ຄອງ​ພະ​ລັງ​ງານ. ມີ​ເຖິງ 96% ວິ​ສາ​ຫະ​ກິດ ຫວຽດ​ນາມ ຕີ​ລາ​ຄາ​ວ່າ ນີ້​ແມ່ນ​ບັນ​ຫາ​ສຳ​ຄັນ, ສູງກວ່າຫຼາຍ​ພໍ​ສົມ​ຄວນ ເມື່ອ​ທຽບ​ໃສ່​ລະ​ດັບ​ສະ​ເລ່ຍ 87% ຂອງ​ພາກ​ພື້ນ. ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ນີ້, ບັນ​ດາ​ວິ​ສາ​ຫະ​ກິດ​ພວມ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ມາດ​ຕະ​ການ​ຄື ເຄື່ອງ​ຈັກ​ທີ່​ປະ​ຢັດ​ພະ​ລັງ​ງານ ແລະ ພະ​ລັງ​ງານ​ແສງ​ຕາ​ເວັນ, ແນ​ໃສ່​ສ້າງ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງວຽກ​ງານ​ການ​ຄຸ້ມ​ຄອງ​ລາຍ​ຈ່າຍ ກັບ​ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ແບບ​ຍືນ​ຍົງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ​ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີອນ, ດ້ວຍ​ປັນ​ຍາ​ປະ​ດິດ (AI) ຄ່ອຍໆ​ຢັ້ງ​ຢືນ​ບົດ​ບາດ​ແມ່ນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ຈຸດ​ສຸມ.