ຍາມພະອາທິດໂຜ່ຂຶ້ນມາຈາກໜ້ານ້ຳອ່າງ​ເກັບ​ນ້ຳ ​ດ້ວຍແສງສີບົວແດງເຫຼື້ອມຍິບຍັບອັນຮຸ່ງເຮືອງເຫຼືອງເຫຼື້ອມ​ນັ້ນ. ພວກຂ້າ​ພະ​ເຈົ້າໄດ້ຂີ່ເຮືອທ່ຽວຊົມ​ອ່າງ​ເກັບ​ນ້ຳ ​ງ່ານເຈືອຍ, ສາຍລົມພັດຜ່ານພາໃຫ້ເກີດຄື້ນນ້ອຍໆ, ຢູ່ໄກໆແມ່ນລັບ​ລໍ່​ດ້ວຍເກາະດອນນ້ອຍໆທີ່​ສວຍງາມປຽບ​ເໝືອນພາບແຕ້ມ, ແລະ ບັນ​ດາສາຍພູສະຫຼັບຊັບຊ້ອນກັນຢູ່​ຕາມ​ສອງຟາກຝັ່ງ. ທຳມະຊາດຢູ່ທີ່ນີ້ ທັງໃຫຍ່ໂຕ​ມະ​ຫັດ​ສະ​ຈັນ, ທັງເລິກ​ລັບ, ສວຍງາມ ແລະ ຮົກ​ເຮື້ອແບບທຳມະຊາດ.

ແມ່ນ້ຳ ງ່ານເຈືອຍ ເລັດ​ລອດໄຫລ​​ໄປຕາມພູຜາອັນທຸ​ລະ​ກັນ​ດານ, ເຊິ່ງ​ເລີ່ມ​​ມາ​ຈາກສາຍພູຫຼວງຕາເວັນອອກ (ຕິດກັບ ສປ​ປລາວ), ແລ້ວໄຫຼຜ່ານຕາແສງ ເຮືອງດ່ຽນ, ຕ່ອນໄຫຼຜ່ານຕາແສງ ເຮືອງກວາງ, ເມືອງ ຫວູກວາງ ມີຄວາມຍາວເຖິງ 45 ກິໂລແມັດ, ບ່ອນກວ້າງທີ່ສຸດແມ່ນ 100 ແມັດ. ກ່ອນນີ້, ເມື່ອຍັງບໍ່ທັນມີອ່າງເກັບນ້ຳ ງ່ານເຈືອຍ, ຮອດ​ຍາມລະດູນ້ຳ​ນອງ, ປະຊາຊົນໃນເຂດນີ້ຖືກຮັບຜົນກະທົບຢ່າງໜັກໜ່ວງ, ສັດລ້ຽງ ແລະ ສັດປີກຖືກນ້ຳພັດໄປ, ເຮືອນຊານບ້ານຊ່ອງຖືກນ້ຳຖວ້ມ. ນັບແຕ່ປີ 2017 ມາຮອດ​ປະ​ຈຸ​ບັນ, ຍ້ອນໄດ້ກັ້ນຝາຍເກັບນ້ຳ, ເຂດນີ້ແລະເຂດອ້ອມຂ້າງບໍ່ຖືກນ້ຳຖວ້ມອີກ.

ໂດຍຕັ້ງຢູ່ໃຈກາງເຂດປ່າສະຫງວນແຫ່ງຊາດ ຫວູກວາງ, ແຂວງ ຮ່າຕິງ, ອ່າງເກັບນ້ຳຊົນລະປະທານ ງ່ານເຈືອຍ – ເກິມຈາງ ມີຄວາມສາ​ມາດຈຸນ້ຳ 775 ລ້ານແມັດກ້ອນ ແມ່ນອ່າງເກັບນ້ຳທີ່ໃຫຍ່ອັນດັບ 3 ຂອງຫວຽດນາມ, ຮອງຈາກອ່າງເກັບນ້ຳ ເກືອດາດ ແຂວງ ແທັງຮວ້າ ແລະ ເຢົ່າຕ໋ຽງ ແຂວງ ໄຕນິງ. ອ່າງເກັບນ້ຳ​ແຫ່ງນີ້ມີເຂື່ອນຫຼັກສູງ 64,8 ແມັດ, ຍາວ 363 ແມັດ, ເຊິ່ງແມ່ນເຂື່ອນຊົນລະປະທານທີ່ເຮັດດ້ວຍດິນສູງທີ່ສຸດຢູ່ຫວຽດນາມ. ໃນນັ້ນ, ອ່າງຮັບນ້ຳມີເນື້ອ​ທີ່ປະມານ 408 ກິໂລຕາແມັດ. ທ່ານ ຫງວຽນແຢງກີ່, ຜູ້ອໍານວຍການປ່າສະຫງວນແຫ່ງຊາດ ຫວູກວາງ, ແຂວງ ຮ່າຕິງ, ໃຫ້ຮູ້ວ່າ:

“ປີ 2008 ເລີ່ມລົງ​ມືກໍ່ສ້າງອ່າງ​ເກັບ​ນ້ຳຊົນລະປະທານ ງ່ານເຈືອຍ - ເກິມຈາງ, ແລະ ເພື່ອກໍ່ສ້າງໂຄງການນີ້, ແຂວງ ຮ່າຕິງ ຕ້ອງຍົກຍ້າຍປະຊາຊົນໃນ 2 ຕາແສງ ຄື: ເຮືອງກວາງ ແລະ ເຮືອງດ່ຽນ (ເກົ່າ)​ໄປ​ຍັງ​ບ່ອນ​ອື່ນ. ນັບແຕ່ກໍ່ສ້າງສຳເລັດມາຮອດປັດຈຸບັນ, ​ອ່າງ​ເກັບ​ນ້ຳແຫ່ງນີ້​ຮັບ​ໃຊ້ຫຼາຍເປົ້າ​ໝາຍຄື: ທັງສະ​ໜອງນ້ຳ​ໃຫ້​ແກ່ການ​ຜະ​ລິດກະສິກຳ, ທັງ​ສະ​ໜອງນ້ຳ​ຮັບ​ໃຊ້​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ ​​ຜ​ະລິດໄຟຟ້າ. ສິ່ງສຳ​ຄັນທີ່ສຸດແມ່ນ​ເພື່ອກັ້ນນ້ຳຖ້ວມ”

ຈາກອ່າງເກັບນ້ຳງ່ານເຈືອຍ, ນ້ຳຖືກຜັນລົງສູ່ຝາຍນ້ຳຫວູກວາງ, ໄຫຼເຂົ້າຄອງຫຼັກງ່ານເຈືອ​ຍ, ແລ້ວສືບຕໍ່ແຈກຢາຍຜ່ານຄອງຕ່າງໆ ເພື່ອສະໜອງນ້ຳໃຫ້ແກ່ເຂດລຸ່ມແມ່ນ້ຳ. ນີ້ແມ່ນໂຄງການຈຸດສຸມແຫ່ງຊາດທີ່ຮັບໃຊ້ຫຼາຍເປົ້າໝາຍ: ຊົນລະປະທານສະ​ໜອງ​ນ້ຳໃຫ້ແກ່ເນື້ອທີ່ດິນຜະລິດກະສິກຳ ແລະ ລ້ຽງສັດນ້ຳ​ແມ່ນກວ່າ 32.000 ເຮັກຕາ; ສະໜອງນ້ຳຮັບ​ໃຊ້​ການ​ດຳ​ລົງຊີວິດ​ຂອງ​ປະ​ຊາ​ຊົນ; ​ຮັບ​ໃຊ້ການຜະລິດອຸດສາຫະກຳ, ສົມ​ທົບກັບການຜະລິດກະແສໄຟຟ້າ ແລະ ດັດ​ສົມ​ກະ​ແສ​ນ້ຳ, ​ກັ້ນນ້ຳຖ້ວມໃຫ້ແກ່ເຂດລຸ່ມແມ່ນ້ຳ​ຢູ່ບັນດາເມືອງເກົ່າຄື: ເຮືອງເຄ, ຫວູກວາງ, ເດິກທໍ້, ເຮືອງເຊີນ; ສ້າງບາດ​ກ້າວ​ກະ​ໂດດ​ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ກະສິກຳ ແລະ ຊົນນະບົດຂອງແຂວງຮ່າຕິງ. ນອກຈາກນັ້ນ, ອ່າງເກັບ​ນ້ຳງ່ານ​ເຈືອຍ - ເກິມຈາງ ຍັງປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງລົດໄຟເໜືອ - ໃຕ້, ເສັ້ນທາງໂຮ່ຈິມິນ, ສາຍສົ່ງໄຟຟ້າ 500 ກິໂລໂວນ ເໜືອ - ໃຕ້... ໃນລະດູຝົນຕົກນ້ຳຖ້ວມ, ເຊິ່ງເປັນກຳລັງຂັບເຄື່ອນການພັດທະນາເສດຖະກິດໃຫ້ທົ່ວປະເທດ. ທ່ານ ຫງວຽນມິນ, ຊາວບ້ານຕາແສງ ມາຍ​ຮ​ວາ, ແຂວງຮ່າຕິງ, ແບ່ງປັນວ່າ:

"ໃນເມື່ອກ່ອນ, ຕອນທີ່ຍັງບໍ່ທັນກໍ່ສ້າງອ່າງເກັບນ້ຳ ງ່ານເຈືອຍ, ສະເລ່ຍແລ້ວໃນແຕ່ລະປີ ພວກຂ້າ​ພະ​ເຈົ້າຕ້ອງຍ້າຍ​ໄປຫຼີກນ້ຳຖ້ວມ 2-3 ເທື່ອ, ບາງປີເກີດໄພທຳມະຊາດຜິດປົກກະຕິ, ນ້ຳຖ້ວມຂຶ້ນເຖິງຫຼັງຄາເຮືອນ, ເຮັດ​ໃຫ້ຊັບສິນ, ສັດລ້ຽງ, ສັດປີກຖືກ​ພັດໄປ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ​ໃຫ້​ແກ່​ປະ​ຊາ​ຊົນ. ເຖິງຢ່າງໃດກໍຕາມ, ໃນໄລຍະ​ແຕ່ 5-7 ປີມານີ້, ອ່າງເກັບນ້ຳ ງ່ານເຈືອຍ ໄດ້ກັບນ້ຳ ແລະ ຄວບຄຸມການລະບາຍນ້ຳຢ່າງເໝາະສົມ, ສະນັ້ນ ຍາມ​ເກີດນ້ຳຖ້ວມ ຖ້າໃຫຍ່ທີ່ສຸດ ພຽງແຕ່ຖ້ວມບາງເສັ້ນທາງເທົ່ານັ້ນ, ບໍ່ໄດ້ສົ່ງຜົນກະທົບເຖິງເຮືອນຊານຂອງປະຊາຊົນ. ພວກຂ້າ​ພະ​ເຈົ້າດີໃຈຫຼາຍ."

ທ່ານນາງ ຫງວຽນທິລ່າຍ, ອາຍຸ 65 ປີ, ຢູ່ຕາແສງ ເທື້ອງດຶກ, ແຂວງ ຮ່າຕິງ, ແບ່ງປັນວ່າ.

"ດຽວນີ້ ຢູ່ໃນເນື້ອທີ່ນາ 7 ຊ່າວຂອງຄອບຄົວ, ໃນແຕ່ລະປີ, ຂ້າ​ພະ​ເຈົ້າສາມາດເກັບກ່ຽວເຂົ້າໄດ້ເກືອບ 4,5 ໂຕນ ແທນທີ່ຈະເກັບກ່ຽວໄດ້ພຽງປະມານ 2 ໂຕນ, ຍ້ອນກ່ອນນີ້ພຽງແຕ່ປູກ​ເຂົ້າລະດູດຽວເທົ່າ​ນັ້ນ, ປະ​ຈຸ​ບັນ​ໄດ້ປູກ​ເຂົ້າ 2 ລະດູແລ້ວ. ນອກນັ້ນ, ສະມັດຖະພາບເຂົ້າໃນເນື້ອທີ່​ດ່ຽວ​ກັນກໍເພີ່ມຂຶ້ນຫຼາຍພໍ​ສົມ​ຄວນ, ຍ້ອນຮັບ​ປະ​ກັນນ້ຳຫົດຢ່າງພຽງພໍໃນແຕ່ລະໄລຍະພັດ​ທະ​ນາຂອງຕົ້ນເຂົ້າ."

ໂດຍຮັບຮູ້ໄດ້ທ່າແຮງບົ່ມຊ້ອນຫຼາຍ​ຢ່າງ, ນຳໃຊ້ທ່າໄດ້​ປຽບຈາກແຫຼ່ງນ້ຳໃນອ່າງເກັບນ້ຳຊົນລະປະທານ ງ່ານ​ເຈືອຍ - ເກິມຈາງ, ຫຼາຍຄອບຄົວໄດ້ກ້າລົງທຶນໃສ່ຮູບແບບລ້ຽງປາໃນກະຊັງ ເຊິ່ງນຳມາ​ເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ. ຫຼັງຈາກລ້ຽງປາໃນກະຊັງຢູ່ເຂື່ອນ ງ່ານ​ເຈືອຍ ເປັນເວລາ 3 ປີ, ທ່ານ ໂງວັນມິງ, ຢູ່ຕາແສງ ຫວູກວາງ, ແຂວງ ຮ່າຕິງ, ໃຫ້ຮູ້ວ່າ:

“ແຫຼ່ງນໍ້າຢູ່ທີ່ນີ້ແມ່ນເໝາະສົມທີ່​ສຸດເພື່ອໃຫ້ປາເຕີບໃຫຍ່, ປາໃຫຍ່ໄວ ແລະ ບໍ່ຄ່ອຍ​ເປັນພະຍາດ. ແຕ່ລະກະຊັງມີບໍລິມາດ 120 ແມັດກ້ອນ, ສາ​ມາດລ້ຽງພັນປາໄດ້ປະມານ 500 ເຖິງ 2.000 ໂຕ, ສ່ວນໃຫຍ່ແມ່ນປາເລ​ໂອ, ປາກິນ​ຫຍ້າ, ປາໃນ, ຫຼັງຈາກລ້ຽງໄດ້ 6 - 8 ເດືອນ, ປາແຕ່ລະໂຕຈະມີນ້ຳໜັກແຕ່ 2 - 5 ກິໂລ. ແຕ່ລະກະຊັງລ້ຽງ​ປາໄດ້ປະມານ 1 ໂຕນ/ຮຸ່ນ, ໃນແຕ່ລະປີເກັບກ່ຽວໄດ້ 2 ຮຸ່ນ."

ນັບ​ແຕ່​ໃດໆ​ມາ, ປະຊາຊົນຢູ່ທີ່ນີ້ພຽງ​ແຕ່ຮູ້ຂຶ້ນຕາດລົງແກ້ງ, ທາງຄົມມະນາຄົມ​ໄປ​ມາ​ຫຍຸ້ງຍາກລຳບາກຫຼາຍ. ​ແຕ່​ເມື່ອ​ມີໂຄງການຊົນລະປະທານ ງ່ານເຈືອຍ - ​ເກິມຈາງ ແລະ ລະບົບເສັ້ນທາງຄົມມະນາຄົມເບ​ຕົງ​ແລ້ວ, ໄດ້ປະກອບສ່ວນພັດທະນາການຄ້າຂາຍສິນຄ້າລະ​ຫວ່າງບັນດາຕາແສງເຂດພູດອຍກັບເຂດທົ່ງພຽງ, ຊີວິດການເປັນຢູ່ຂອງປະຊາຊົນເຂດພູດອຍ​ກໍ່ໄດ້​ຮັບ​ການປ່ຽນແປງ​ໃຫ້ດີຂຶ້ນ​ເທື່ອ​ລະ​ກ້າວ./.