(ພາບ:Thế Hùng/VOV5)
ເມື່ອນັ່ງເທິງເຮືອເພື່່ອໄປທ່ຽວຊົມລຽບຕາມເຂດພູຜາແຫ່ງນີ້ ທັງໄດ້ຄົ້ນຫາເຂດພູຜາ, ຄົ້ນຫາຖຳ້ແຫ່ງຕ່າງໆ, ຮັບປະທານອາຫານແມ່ນ ປາ, ກຸ້ງຫາໄດ້ຈາກໜອງແຫ່ງນີ້ ແລະ ບັນດາເຍື່ອງອາຫານຂອງທ້ອງຖິ່ນນັ້ນ.... ລາຍການທ່ຽວຊົມອ່າວ ຕາຢາ ໄດ້ນຳມາໃຫ້ແຂກທ່ອງທ່ຽວຄວາມປະທັບໃຈຍາກທີ່ຈະຫຼົງລື່ມໄດ້.
ໜ້ານຳ້ທີ່ຂຽວສົດງົດງາມນອນທາມກາງສາຍພູຕ່າງໆທີ່ສະຫຼັບຊັບຊ້ອນ. ເຂດພູຫີນປູນດ້ວຍຫຼາຍຮູບຮ່າງໂພຂຶ້ນຈາກໜ້ານຳ້, ເຂດປ່າຂຽວອຸ່ມທຸມສະຫຼັບຊັບຊ້ອນກັນຍາວຢຽດທົ່ວຂອບຟ້າ. ພູຜາ, ປ່າໄມ້ ແລະ ໜ້ານຳ້ສະຫຼັບເຂົ້າກັນ, ສ້າງເປັນຮູບພາບພູຜາປ່າໄມ້ແມ່ນຳ້ລຳເຊງາມຕາທີ່ຫາຍາກຢູ່ເຂດພູສູງແຂວງ ລາຍເຈົາ. ນັ້ນແມ່ນເຂດອ່າວ ຕາຢາ.
ໂດຍນອນໃນເຂດກາງຂອງອ່າງເກັບນ້ຳເຂືີອນໄຟຟ້ານຳ້ຕົກ, ອ່າວ ຕາຢາ ໄດ້ຮັບຖືວ່າຄືດັ່ງ “ອ່າວ ຮ້າລອງ ໃນທາມກາງເຂດພູຜາ ໄຕບັກ”. ຈຸດພິເສດຂອງສະຖານທີ່ແຫ່ງນີ້ແມ່ສາຍນຳ້ທີ່ຂຽວສົດງົດງາມໄດ້ອ້ອມຮອບສາຍພູຫີນປູນ. ໃນເຂດພູຜານັ້ນຍັງມີຖຳ້ແຫ່ງຕ່າງໆພວມລີ້ຊ້ອນກ້ອງຮົ່ມໄມ້, ສ້າງເປັນຄວາມງາມທັງໃຫຍ່ໂຕມະໂຫຖານ ແລະ ທັງເລິກລັບ.
ບໍ່ມີບັນດາກິດຈະກຳດ້ານການທ່ອງທ່ຽວດ້ວຍຂະໜາດໃຫຍ່, ກໍ່ບໍ່ທັນມີຫຼາຍບໍລິການທ່ີ່ທັນສະໄໝ, ແຕ່ດ້ວຍຄວາມງາມແບບທຳມະຊາດນີ້ໄດ້ສ້າງຄວາມດຶງດູດສະເພາະໃຫ້ແກ່ ຕາຢາ.
ທ່ານນາງ ຟ້າມທິຕູ່ງ, ແຂກທ່ອງທ່ຽວມາຈາກແຂວງ ທ໋າຍງວຽນ, ມາອ່າວ ຢາຕາ, ຕາແສງ ຕາຢ, ແຂວງ ລາຍເຈົາ ເປັນຄັ້ງທຳອິດ, ໄດ້ແບ່ງປັນວ່າ:
“ເມື່ອມາຢາມອ່າວ ຕາຢາ ຂ້າພະເຈົ້າເຫັນວ່າພູຜາປ່າໄມ້ຢູ່ແຫ່ງນີ້ໃຫຍ່ໂຕມະໂຫຖານ, ສວຍສົດງົດງາມ, ທິວທັດທຳມະຊາດງາມຫຼາຍ. ພິເສດ, ເມື່ອພວກຂ້າພະເຈົ້າໄປທ່ຽວຊົມດ້ວຍເຮືອເຫັນວ່າພາບພົດງາມທີ່ສຸດ. ເມື່ອໄດ້ໄປແຫ່ງນີ້ເທື່ອໜຶ່ງແລ້ວ ຈະຢາກໄປອີກຫຼາຍເທື່ອເພື່ອຢ້ຽມຊົມຄວາມງາມຢູ່ແຫ່ງນີ້”.
ຕາຢາ ງາມບໍ່ສະເພາະແຕ່ສະຖານທີ່ໃດໜຶ່ງ, ຄວາມງາມຢູ່ແຫ່ງນີ້ແມ່ນຂຶ້ນກັບພາບພົດລວມ.
ໃນຕອນເຊົ້າໆ, ເມື່ອນຳ້ໝອກຍັງເລື່ອນລອຍຢູ່ກາງໜ້ານຳ້, ສາຍພູຍາມລີ້ຍາມແຈ້ງ. ສ່ວນຍາມມີແດດ, ໜ້ານຳ້ຄ່ອຍໆປ່ຽນເປັນສີຂຽວ, ທີ່ສະທ້ອນແສງລົງສູ່ບັນດາສາຍພູຫີນປູນ. ຮອດຕອນແລງ, ເມື່ອແສງແດດຄ່ອຍໆອ່ອນລົງ, ເຂດໜອງແຫ່ງນີ້ຄືດັ່ງສະຫງົບງຽບຫຼາຍ.
ເມື່ອໄປຄົ້ນຫາ ຕາຊາ, ບໍ່ພຽງແຕ່ນັ່ງພາຍເຮືອເທົ່ານັ້ນ, ແຂກທ່ອງທ່ຽວຍັງໄດ້ພາຍເຮືອ ຄາຢັກ ເພື່ອທ່ຽວຊົມບັນດາທິວທັດທຳມະຊາດໃນເຂດອ່າວແຫ່ງນີ້ອີກດ້ວຍ.
ທ້າວ ບຸ່ຍຕວັນຟອງ, ອາຍຸ 16 ປີ, ມາຈາກ ຮ່າໂນ້ຍ, ໄປທ່ຽວເຂດ ໄຕບັກ ເປັນຄັ້ງທຳອິດ, ແຕ່ຄວາມງາມແບບທຳມະຊາດຂອງແຫ່ງນີ້ໄດ້ດຶງດູດໃຈລາວທີ່ສຸດ:
“ພັກແລ້ງປີນີ້ຫຼານໄດ້ໄປຢ້ຽມຊົມ ອ່າວ ຕາຢາ ຢູ່ແຂວງລາຍເຈົາ ເພື່ອພາຍເຮືອ ຄາຢັກ, ຫຼານເຫັນວ່າອາກາດຢູ່ແຫ່ງນີ້ປອດໂປ່ງ. ຫຼານຮູ້ສຶກສະບາຍໃຈເມື່ອຢູ່ແຫ່ງນີ້, ໄດ້ເຊື່ອມຕົວເຂົ້າໃນບັນຍາກາດສະຫງົບງຽບຫຼາຍ”.
ບໍ່ພຽງແຕ່ດຶງດູດດ້ວຍຄວາມງາມເທົ່ານັ້ນ, ໜຶ່ງໃນຈຳນວນສິ່ງທີ່ເຮັດໃຫ້ແຂກທ່ອງທ່ຽວຈື່ຈຳແຫ່ງນີ້ຍັງມີອາຫານອີກດ້ວຍ.
ປາເຄິງ, ປາຊະນິດຕ່າງຕະຫຼອດຮອດກຸ້ງຫາໄດ້ຈາກໜອງແຫ່ງນີ້ທີ່ປະຊາຊົນທ້ອງຖິ່ນປຸງແຕ່ງແບບພິເສດສະເພາະ. ປາ ແລະ ກຸ້ງໄດ້ປິ້ງ ແລະ ປຸງແຕ່ງຕອນສົດໆໃໝ່ໆ; ຄຽງຄູ່ກັນນັ້ນແມ່ນບັນດາເຍື່ອງອາຫານທີ່ລຶງເຄີຍ ແລະ ຈັບໃຈຂອງເຂດພູຜາໄຕບັກ.
(ພາບ:dulichlaichau.vn)
ດ້ວຍການຈັດວາງບໍ່ພິຖີພິຖັນນັ້ນ, ພາເຂົ້າຢູ່ ຕາຢາ ດຶງດູດໃຈຜູ້ກິນດ້ວຍອາຫານສົດ ແລະ ລົດຊາດແຊບນົວ. ໃນບັນຍາກາດເຢັນສະບາຍຂອງເຂດພູພຽງ, ເມື່ອໄດ້ນັ່ງໃກ້ໆກັບເຕົາຟືນ, ໄດ້ກິນປິ້ງປາຫອມແຊບ, ການໂອ້ລົມລະຫວ່າງເຈົ້າຂອງເຮືອນ ກັບແຂກຄືດັ່ງໃກ້ຊິດສະໜິດສະໜົມກວ່າອີກ.
ອ້າຍ ຫງວຽນຢຸຍຮູ່ງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ມີຄວາມປະທັບໃຈຕໍ່ທັງທິວທັດທຳມະຊາດ ແລະ ອາຫານຢູ່ແຫ່ງນີ້, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມັກໄປທ່ອງທ່ຽວຢູ່ແຫ່ງໃດທີ່ມີ, ອາກາດດີ, ທິວທັດທຳມະຊາດຍັງຮັກເຮື້ອ. ປະຈຸບັນ, ສະຖານທີ່ທ່ອງທ່ຽວຫຼາຍແຫ່ງມີຄົນຫຼາຍ, ເນືອງນັນ, ດັ່ງນັ້ນ, ຂ້ອຍມັກທີ່ສຸດຍ້ອນ ອ່າວ ຕາຢາ ນີ້ຍັງມີຄວາມງາມແບບນີ້. ຢູ່ທີ່ນີ້, ປະຊາຊົນມີຄວາມສະໜິດສະໜົມ ແລະ ອາຫານກິນແຊບ, ອາກາດປອດໂປ່ງຫຼາຍ.”
ຕາມກຳນົດທິດການພັດທະນາທ່ອງທ່ຽວຂອງແຂວງ ລາຍເຈົາແລ້ວ, ເຂດທິວທັດທຳມະຊາດ ອ່າວ ຕາຢາ ກໍ່ນອນໃນເຂດມີຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ໄດ້ຮັບການຂຸດຄົ້ນ, ເສີມຂະຫຍາຍຄຸນຄ່າ. ຕາຢາ ພ້ອມກັບ ອ່າວ ປ໋າໂຄມ, ເຂດທົ່ງນາ ເມື່ອງທານ ແລະ ເຂດອື່ນໆພວມສ້າງລະບົບຜະລິດຕະພັນທ່່ອງທ່ຽວພິເສດໃຫ້ແກ່ເຂດທາງທິດຕາເວັນອອກສ່ຽງໃຕ້ຂອງແຂວງ ລາຍເຈົາ.
ໃນໃຈກາງເຂດ ໄຕບັກ ທີ່ມີຊື່ສຽງດ້ວຍກິ່ວ, ນາຂັ້ນໄດ ແລະ ທະເລໝອກໃນຈອມພູນັ້ນ, ຕາຢາ ໄດ້ນຳມາໃຫ້ແຂກທ່ອງທ່ຽວຄວາມຮູ້ສຶກແຕກຕ່າງຫຼາຍ, ນັ້ນແມ່ນການຄົ້ນຫາເຂດ ໄຕບັກ ຢູ່ເທິງໜ້ານຳ້.
ເຮືອນ້ອຍລຳໜຶ່ງ, ໜ້ານຳ້ຂຽວສົດງົດງາມ, ສາຍພູທີ່ສະຫຼັບສັບຊ້ອນ ແລະ ພາເຂົ້າເຕັມໄປດ້ວຍລົດຊາດສະເພາະຂອງເຂດພູພຽງ. ບັນດາສິ່ງເລົ່ານັ້ນກໍ່ເຮັດໃຫ້ແຂກທ່ອງທ່ຽວຄິດເຖິງ ອ່າວ ຕາຢາ ຄືດັ່ງສະຖານທີ່ສະງົບງຽບນອນຢູ່ໃນເຂດພູສູງລາຍເຈົາ.
Thế Hùng/VOV5
