ຢູ່ແຄມບຶງ ກູ່ມົງ, ຕາແສງ ຊວນແກງ, ແຂວງດັກລັກ, ບ້ານຜະ​ລິດເກືອ ຕວຽດຢຽມ ໄດ້ເປັນທີ່ຮູ້ຈັກ​ກັນມາແຕ່ດົນນານ​ແລ້ວ ດ້ວຍທົ່ງເກືອສີຂາວທີ່ກວ້າງ​ໃຫຍ່ພາຍໃຕ້ແສງຕາ​ເວັນ. ​ຢູ່ບ່ອນນີ້ຍັງຄົງຮັກສາວິທີການປຸງແຕ່ງພິເສດພໍ​ສົມ​ຄວນນັ້ນ​ແມ່ນ: ອາຊີບ “​ອົບເກືອ”. ຜ່ານຫຼາຍລຸ້ນຄົນ, ປະ​ຊາ​ຊົນ​ຢູ່​ທີ່ນີ້ຍັງຄົງ​ດຸ​ໝັ່ນຂະຫຍັນ​ພຽນກັບວຽກ​ງານຜະ​ລິດເກືອ, ຮັກສາອາຊີບ, ຮັກສາເຕົາ​ອົບເກືອໃຫ້​ໄຟແດງຕະຫຼອດ. ແລະມື້ນີ້, ເລື່ອງລາວ​ກ່ຽວ​ກັບເມັດເກືອ ຕວຽດຢຽມກຳ​ລັງໄດ້​ຮັບ​ການຂຽນຕໍ່ ເມື່ອໝູ່ບ້ານອາຊີບພື້ນເມືອງ​ນີ້​ພວມ​ປະ​ສານສົມ​ທົບ​ກັບການທ່ອງທ່ຽວແບບມີປະສົບການເທື່ອ​ລະ​ກ້າວ.

ຢູ່ເທິງນາເກືອເປັນຮູບສີ່ຫຼ່ຽມສະເໝີ, ນ້ຳທະເລພາຍໃຕ້ແສງຕາ​ເວັນຄ່ອຍໆຕົກຜຶກກາຍເປັນເມັດເກືອສີຂາວ. ຊາວບ້ານໃຊ້ກະ​ທາກວາດເກືອໃຫ້ເປັນແຖວ ແລ້ວພູນເປັນກອງນ້ອຍໆ ທີ່ໂດດເດັ່ນທ່າມ​ກາງທ້ອງຟ້າສີຄາມ. ນັ້ນແມ່ນພາບທີ່ຄຸ້ນເຄີຍຢູ່ ຕວຽດ​ຢຽມ ດ້ວຍອາຊີບຜະ​ລິດເກືອທີ່ມີມານັບຮ້ອຍປີແລ້ວ.

ວຽກງານເບິ່ງຄືວ່າຈະງ່າຍດາຍ ແຕ່ພັດຂຶ້ນກັບທຳມະຊາດຫຼາຍທີ່ສຸດ. ແສງແດດຍິ່ງສະໝ່ຳສະເໝີ, ນ້ຳລະເຫີຍ​ຍິ່ງໄວ, ເກືອຕົກຜຶກຍິ່ງງ່າຍກວ່າ. ຜ່ານຫຼາຍຂັ້ນຕອນ​ຄື: ການຜັນນ້ຳ, ຕາກນ້ຳ ແລະ ບົວລະບັດຮັກສາທົ່ງເກືອ, ຜູ້ຜະ​ລິດເກືອ​ຈຶ່ງສາມາດເກັບກ່ຽວເມັດເກືອທີ່ຂາວສະອາດໄດ້.
ທ່ານ ຫງວຽນ ງັອກ ບິ່ງ, ຄອບຄົວທີ່ເຮັດອາ​ຊີບ​ຜະ​ລິດເກືອມາໄດ້ 5 ລຸ້ນຄົນ ຢູ່ບ້ານ ຕວຽດຢຽມ, ຕາແສງ ຊວນແກງ, ແບ່ງປັນວ່າ:

"ອາຊີບນີ້ແມ່ນສືບທອດກັນມາແຕ່ບັນພະບຸລຸດ, “ລູກແທນ​ພໍ່ ໜໍ່​ແທນ​ລຳ” ມາຮອດປັດຈຸບັນແມ່ນໄດ້ 5 ລຸ້ນ​ຄົນແລ້ວ. ຢູ່ນີ້ປະຊາຊົນຮັກແພງອາຊີບນີ້ຫຼາຍ, ປະຖິ້ມບໍ່ໄດ້."

ຖ້າພຽງແຕ່ຢຸດໄວ້ຢູ່ທີ່ທົ່ງເກືອເທົ່າ​ນັ້ນ, ການຄົ້ນຫາ ຕວຽດຢຽມ ຍັງບໍ່ທັນສົມບູນເທື່ອ. ເພາະສິ່ງທີ່ສ້າງເປັນເອກະລັກ​ສະ​ເພາະຂອງເຂດດິນນີ້ ຍັງນອນຢູ່ໃນເຕົາໄຟນ້ອຍໆ, ບ່ອນທີ່ປະຊາຊົນສືບຕໍ່ຮັກສາອາຊີບອົບເກືອ.

ເກືອ​ພາຍຫຼັງເກັບກ່ຽວແລ້ວ ຈະນໍາໄປໃສ່ໃນໝໍ້ດິນ ແລ້ວຈັດລຽງຂຶ້ນເຕົາ. ຢູ່ທາງລຸ່ມ, ຟືນຈະຖືກດັງໄຟຢ່າງຕໍ່ເນື່ອງໃນຫຼາຍຊົ່ວໂມງ. ຊ່າງເຮັດເກືອຕ້ອງເຝົ້າເປັນ​ປ​ະ​ຈຳ ແລະ ຮັກສາລະດັບຄວາມຮ້ອນໃຫ້ຄົງທີ່ ເພື່ອໃຫ້ເກືອຖືກອົບ​​ສະ​ເໝີ​ກັນ.

ດ້ວຍຄວາມຮ້ອນຂອງເຕົາ, ເມັດເກືອຄ່ອຍໆກາຍເປັນສີຂາວ, ແຫ້ງ ແລະ ແຫຼກ​ດີກວ່າ. ເກືອອົບມີລົດຊາດເຄັມກົມ​ກ່ອມ, ບໍ່ຄ່ອຍຝາດ, ເຊິ່ງປະຊາຊົນເຄີຍນຳໃຊ້ ​ໃນການປຸງແຕ່ງອາຫານມາແຕ່ດົນນານແລ້ວ. ຜະລິດຕະພັນນີ້ເບິ່ງຄືວ່າລຽບ​ງ່າຍ​ທີ່​ສຸດ, ແຕ່ເບື້ອງຫຼັງແມ່ນປະສົບການທີ່ໄດ້ສະສົມ ແລະ ສືບທອດກັນມາ​ຜ່ານຫຼາຍເຊັ່ນຄົນ.

ຕາມນັກຄົ້ນຄວ້າວັດທະນະທຳ ຫງວຽນແຢງແຮ້ງແລ້ວ, ​ບັນ​ດາຮ່ອງຮອຍອັນເກົ່າແກ່ທີ່ກ່ຽວຂ້ອງ​ເຖິງອາຊີບຜະ​ລິດເກືອທີ່ຍັງເຫຼືອຢູ່ ຕວຽດ​ຢຽມ ແລະ ​ເຂດໃກ້ຄຽງ ໄດ້ສະແດງໃຫ້ເຫັນເຖິງຄວາມເລິກດ້ານວັດທະນະທຳຂອງດິນແດນ​ແຫ່ງນີ້.

“ເມື່ອລົງສຳຫຼວດອ້ອມຮອບບຶງ ກູ່ມົງ, ພວກຂ້າພະເຈົ້າໄດ້ພົບເຫັນຮ່ອງຮອຍຂອງທ່າເຮືອການຄ້າສົ່ງອອກຜະລິດຕະພັນເກືອ. ຕາມແງ່ມຸມດ້ານວັດທະນະທຳແລ້ວ ​ນັ້ນ​ແມ່ນສິ່ງ​ດີ​ທີ​ສຸດ, ມັນບໍ່ພຽງແຕ່ສ້າງເປັນໝູ່ບ້ານອາ​ຊີບຢູ່ເຂດແຄມທະເລທາງ​ທິດຕາເວັນອອກແຂວງ ດັກລັກເທົ່ານັ້ນ, ຫາກບົນພື້ນຖານນັ້ນ ເມື່ອສວນ​ສາ​ທາ​ລະ​ນະທໍລະນີສາດ ​ຟູ໋ອຽນ ເປີດດຳເນີນການ, ນີ້ຈະເປັນເຂດມໍລະດົກທີ່ສາມາດຂຸດຄົ້ນໄດ້ຈາກຫຼາຍແງ່ມຸມທີ່ແຕກຕ່າງກັນ. ຜ່ານນັ້ນ ຈະນຳເອົາຜົນປະໂຫຍດມາໃຫ້ປະຊາຊົນໃນໝູ່ບ້ານຫັດຖະກຳນີ້, ໃນນັ້ນມີທັງການບໍລິການກິດຈະກຳທ່ອງທ່ຽວອີກດ້ວຍ”.

ເດືອນກໍລະກົດ ປີ 2026, ໂຄງການ “ພັດທະນາຜະລິດຕະພັນເກືອ ຕວຽດ​ຢຽມເປັນຫຼາຍ​ຮູບຫຼາຍ​ແບບ ຕາມທິດຍືນຍົງ, ​ສົມ​ທົບກັບການອະນຸລັກ​ຮັກ​ສາ​ໝູ່ບ້ານອາຊີບ ແລະ ການທ່ອງທ່ຽວຊີ​ວະ​ພາບຊຸມຊົນ” ດ້ວຍການ​ອຸ​ປະ​ຖຳ​ຂອງ ອົງການສະຫະປະຊາຊາດ ເພື່ອ​ການພັດທະນາ (UNDP) ປະຈຳຫວຽດນາມ, ໄດ້ຮັບ​ການ​ຜັນ​ຂະ​ຫຍາຍ. ນີ້ແມ່ນຮູບແບບທົດ​ລອງ ເພື່ອຂະຫຍາຍໄປສູ່ບັນດາເຂດອາຊີບຜະ​ລິດເກືອອື່ນໆ​ຢູ່ຫວຽດນາມ, ປະກອບສ່ວນສ້າງເປັນ “ເສັ້ນທາງມໍລະດົກເກືອຫວຽດນາມ”, ເຊື່ອມຕໍ່ບັນດາໝູ່ບ້ານອາຊີບແຄມທະເລແຕ່ ດັກລັກເຖິງ ແຄ໋ງຮ່ວາ, ເລິມດົງ ແລະ ທິດ​ໃຕ້ພາກກາງ.

ທ່ານ ດ່າມ​ດ້າຍ​ຫື້ວ ຕົວແທນບໍລິສັດ ຈຳກັດ ການທ່ອງທ່ຽວ ດ້າຍຫື້ວ, ໜ່ວຍງານເຊື່ອມຕໍ່ ການພັດທະນາ​ໝູ່ບ້ານ​ຜະ​ລິດເກືອ ​ຕວຽດ​ຢຽມ​ໃຫ້ກາຍເປັນສະ​ຖານ​ທີ່​ທ່ອງ​ທ່ຽວໃນການເດີນທາງຄົ້ນ​ຫາມໍລະດົກອາຊີບຜະ​ລິດເກືອ​ຢູ່ແຄມບຶງ ​ກູ່​ມົງ, ໃຫ້ຮູ້ວ່າ:

"ບໍລິສັດ ດ້າຍຫື້ວ ຈະພັດທະນາ​ໝູ່ບ້ານອາຊີບຜະ​ລິດເກືອ ຕວຽດ​ຢຽມ. ໂດຍລະ​ອຽດແມ່ນເລືອກ​ເຟັ້ນ​ສະ​ຖານ​ທີ່ເພື່ອດຳ​ເນີນການທ່ອງທ່ຽວ, ເຊື່ອມຕໍ່ບັນດາທົ່ງເກືອກັບບ່ອນໄຫວ້ບູຊາບັນພະບຸລຸດອາຊີບຜະ​ລິດເກືອ ແລະ ຮ່ວມກັບປະຊາຊົນເຮັດການທ່ອງທ່ຽວຊຸມຊົນ. ແນະນຳປະຊາຊົນວິທີເຮັດການທ່ອງທ່ຽວຢູ່ໃນ​ໝູ່ບ້ານອາຊີບ​ຜະ​ລິດເກືອຂອງຕົນ, ສ້າງຜະລິດຕະພັນເກືອທີ່ປຸງແຕ່ງເລິກເພື່ອ​ຫັນຜະລິດຕະພັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ໃນນັ້ນມີເກືອສະໝຸນໄພ, ເກືອມະ​ຫາ​ກະ​ລຸ​ນາ, ເກືອສຳລັບການປຸງແຕ່ງອາຫານ ແລະ ຜະລິດຕະພັນເກືອອື່ນໆອີກຫຼາຍຊະ​ນິດ."

ປັດຈຸບັນ, ເມື່ອມາຍັງ ຕວຽດຢຽມ, ນັກທ່ອງທ່ຽວສາມາດໄປຕາມປະ​ຊາ​ຊົນ​ຢູ່​ທີ່ນີ້ລົງສູ່ທົ່ງ​ເກືອ, ​ຊອກຮູ່ວິທີການຜັນນ້ຳທະເລເຂົ້ານາເກືອ, ສັງເກດວິ​ວັດການຕົກຜຶກ, ກວາດ ແລະ ເກັບກ່ຽວເກືອທົດລອງ. ຈາກຜະລິດຕະພັນກະເສດ, ເມັດເກືອໄດ້ກາຍເປັນ ພາກ​ສ່ວນ​ໜຶ່ງ​ຂອງປະສົບການດ້ານວັດທະນະທຳຊຸມຊົນ.
ທ່ານນາງ ຫງວຽນທິເຕື່ອງລ່າຍ, ນາຍບ້ານ ຕວຽດຢຽມ, ຕາແສງ ຊວນແກງ, ໃຫ້ຮູ້ວ່າ...

"ການທ່ອງທ່ຽວຊຸມຊົນ ຈະຊ່ວຍໃຫ້ອາຊີບຜະ​ລິດເກືອຢູ່ທີ່ນີ້ພັດທະນາ, ຕົວຢ່າງຄື: ມີ​ສົ້ນ​ອອກໃຫ້​ຜະ​ລິດ​ຕະ​ພັນ​ເກືອຢູ່​ບັນ​ດາ​ສະ​ຖານ​ທີ່ຕ້ອນຮັບນັກທ່ອງທ່ຽວ, ເຂົາເຈົ້າສາມາດຊື້ຜະລິດຕະພັນເກືອຂອງປະຊາຊົນ. ຫຼືປະຊາຊົນຈະເຮັດບໍລິການອື່ນໆ ເພື່ອດຶງດູດນັກທ່ອງທ່ຽວ. ​ຄິດ​ວ່າບັນ​ດາ​ບ່ອນພັກ​ເຊົາ​ກໍ່ສາມາດພັດທະນາໄດ້."

ໃນ​ສະ​ພາບ​ການປ່ຽນແປງຂອງຊີວິດ, ປະຊາຊົນຢູ່ບ່ອນນີ້ຍັງ​ຄົງຮັກສາທົ່ງເກືອໄວ້ ແລະ ຮັກສາໃຫ້ເຕົາໄຟແດງຢູ່ສະເໝີ. ​ມາ​ຍັງ ຕວຽດຢຽມ, ນັກທ່ອງທ່ຽວບໍ່ພຽງແຕ່​​ໄດ້ຊື້ນຳເອົາຖົງເກືອສີຂາວກັບເມືອ​ບ້ານເທົ່າ​ນັ້ນ, ​ຫາກຍັງ​​ໄດ້ນຳເອົາເລື່ອງລາວກ່ຽວກັບແສງແດດ, ສາຍລົມ, ທະເລ ແລະ ບັນດາຜູ້ຄົນທີ່ໄດ້ຮັກສາລົດເຄັມຂອງບ້ານເກີດເມືອງນອນ​ໄວ້ ຜ່ານຫຼາຍລຸ້ນຄົນອີກ​ດ້ວຍ./.