ເຂດ​ທີ່່​ໝັ້ນ ເວີ່ນ, ຢູ່​ຕາ​ແສງ ຫວຽດ​ຮົ່ງ, ແຂວງ ລາວ​ກາຍ ແມ່ນ​ເຂດ​ດິນທີ່​ຂີດ​ໝາຍຫຼາຍ​ເຫດ​ການສຳ​ຄັນ​ຂອງ​ຂະ​ບວນ​ການ​ປະ​ຕິ​ວັດ​ກ່ອນ​ໄລ​ຍະ​ດຳ​ເນີນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945. ຜ່ານ​ໄລ​ຍະ​ກວ່າ 80 ປີ, ​ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ​ນັ້ນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ ແລະ ເສີມ​ຂະ​ຫຍາຍ, ກາຍ​ເປັນ​ບ່ອນ​ອີງ​ດ້ານ​ຈິດ​ໃຈ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບືນ​ຕົວ​ຂຶ້ນ. ພາຍຫຼັງ​ການໂຮມ​ແຂວງ​ເຂົ້າ​ກັນ (ເດືອນ 7/2025), ພື້ນ​ທີ່​ພັດ​ທະ​ນາ​ໄດ້​ຮັບ​ການ​ເປີດກວ້າງ, ສ້າງ​ໂອ​ກາດ​ຕື່ມ​ອີກ​ເພື່ອ​ໃຫ້ ຫວຽດ​ຮົ່ງ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ ປ່າ, ກະ​ສິ​ກຳ, ການ​ທ່ອງ​ທ່ຽວ, ກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ, ສີ​ວິ​ໄລ​ເທື່ອ​ລະ​ກ້າວ.

ເດືອນ ພຶດ​ສະ​ພາປີ 1945, ຢູ່​ເຂດ​ທີ່​ໝັ້ນ ເວີ່ນ, ກອງຫຼອນ ເອົາ​ເກີ ​ໄດ້ກຳ​ເນີດ​ຂຶ້ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​​ສຳ​ຄັນ​ຂອງ​ຂະ​ບວນ​ການ​ປະ​ຕິ​ວັດ​ຢູ່ ອຽນ​ບ໋າຍ.

ຫຼັງ​ຈາກ​ນັ້ນ 1 ເດືອນ, ຄະ​ນະພັກ​ລະ​ຫວ່າງ​ແຂວງ ອຽນ​ບ໋າຍ - ຟູ໋​ທໍ້ ໄດ້​​ສ້າງ​ຕັ້ງ​ຂຶ້ນໃນ​ວັນ​ທີ 7/5/1945, ຄະ​ນະ​ກຳ​ມະ​ການບໍ​ລິ​ຫານ​ການ​ຕໍ່​ຕ້ານແຂວງ ອຽນ​ບ໋າຍ ໄດ້​​ສ້າງ​ຕັ້ງຂຶ້ນ ແລະ​​ນຳ​ພາ​ການ​ຕໍ່​ຕ້ານ​ສຳ​ເລັດ​ຜົນ.

ເຖິງວ່າກວ່າ 8 ​ທົດ​ສະ​ວັດ​ໄດ້​ຜ່ານພົ້ນ​ໄປ​ແລ້ວ​ກໍ່​ຕາມ, ແຕ່ປະ​ຊາ​ຊົນ​ຍັງ​ຄົງ​ເຄົາ​ລົບ​ຮັກ​ສາ​ບັນ​ດາ​ສະ​ຖານ​ທີ່​ ທີ່​ຕິດ​ພັນ​ກັບ​ບັນ​ດາ​ເຫດ​ການ​ປະ​ຫວັດ​ສາດ​ຂອງ​ເຂດ​ທີ່​ໝັ້ນ ເວີ່ນ ຄື: ເຂດ​ເຮືອນ​ຂອງ​ທ່ານ ເຈິ່ນ​ເດິ່ງ​ແຄ໋ງ, ສາ​ລາ​ບ້ານ ເວີ່ນ, ຕົ້ນງິ້ວ, ຕົ້ນ​ຕິນ​ເປັດ, ຖ້ຳ​ເຢີຍ, ສາ​ລາ​ບ້ານ ຢອກ…​ໄວ້​ຢູ່.

ນີ້​ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່ “ແດງ” ເພື່ອທ່ຽວ​ຊົມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​​ທັດ​ສະ​ນະ​ສຶກ​ສາເພື່ອ​ໃຫ້​ລຸ້ນ​ປະ​ຈຸ​ບັນມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ​ການ​ເສຍ​ສະຫຼະ​ຊີ​ວິດ​ຂອງ​ບັນ​ດາ​​ນັກ​ຮົບວິ​ລະ​ຊົນ​ອີກ​ດ້ວຍ.

ເອື້ອຍ ຫວູ​ເຮືອງ​ຢາງ, ຢູ່​ຕາ​ແສງ ອຽນ​ບ໋າຍ, ແຂວງ ລາວ​ກາຍ, ຜູ້​ທີ່​ມາ​ຢາມ​ເຂດ​ທີ່​ໝັ້ນ ເວີ່ນ, ແບ່ງ​ປັນ​ວ່າ:

ແຕ່​ລະສະ​ຖານ​ທີ່, ແຕ່​ລະ​ກົກ​ໄມ້ ​ແລະ​ວັດ​ຖຸ​ພັນລ້ວນ​ແຕ່​ຕິດ​ພັນ​ກັບ​ບັນ​ດາເຫດ​ການ, ​ເລື່ອງ​ລາວ​ສະ​ເທືອນ​ໃຈ​ກ່ຽວ​ກັບ​ຊຸມ​ວັນ​ເດືອນ​ອັນ​ຫຍຸ້ງ​ຍາກ​ລຳ​ບາກ​ແຕ່ສະ​ຫງ່າ​ອົງ​ອາດ, ຈົ່ງ​ຮັກ​ພັກ​ດີ​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ​ຢູ່​ເຂດ​ທີ່​ໝັ້ນ ເວີ່ນ, ເຊິ່ງ​ແມ່ນສິ່ງ​ທີ່​ລຸ້ນ​ປະ​ຈຸ​ບັນ​ນິ​ຍົມ​ນັບ​ຖື ແລະ​ຮູ້​ບຸນ​ຄຸນ​ທີ່​ສຸດ.ມາ​ແຫ່ງນີ້​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບັນ​ດາ​ສະ​ຖານ​ທີ່, ວັດ​ຖຸ​ພັນແຫ່ງ​ໄລ​ຍະ​ປະ​ຕິ​ວັດ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ ແລະ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ໄດ້​ບຸ​ລະ​ນະ​ຮັກ​ສາ​ດີ​ທີ​ສຸດ, ຜ່ານ​ນັ້ນ​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​​ມີ​ຄວາມເຂົ້າ​ໃຈ​ຕື່ມ​ ແລະສາ​ມາດຫວນ​ຄິດ​​​ໄດ້ສ່ວນ​ໜຶ່ງ​ແຫ່ງຊຸມ​ເດື​ອນ​ປີ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​​ອາດ​ກ່ອນນີ້ 80 ປີ​​.

ຈາກ​ອະ​ນຸ​ສອນ​ກ່ຽວ​ກັບ​ເຂດ​ທີ່​ໝັ້ນ​ປະ​ຕິ​ວັດ, ເລື່ອງ​ລາວ​ຂອງ ຫວຽດ​ຮົ່ງ ໃນ​ມື້ນີ້ພວມ​ໄດ້​ຮັບ​ການ​ຂຽນ​ຕໍ່​ດ້ວຍ​ການ​ປ່ຽນ​ແປງ​ໃນ​​ຊີ​ວິດການ​ເປັນ​ຢູ່.

ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່າ​ກິງ, ໄຕ່ ​ຢູ່​ແຫ່ງນີ້​ພວມ​ຕັ້ງ​ໜ້າ​ແຂ່ງ​ຂັນ​ອອກ​ແຮງ​ງານທຳ​ການ​ຜະ​ລິດ, ກ້າ​ຫັນ​ປ່ຽນ​ວິ​ທີ​ເຮັດ​ວຽກ, ຊອກ​ຫາ​ທິດ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ເໝາະ​ສົມ​ກັບ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖີ່ນ. ລ້ຽງ​ປາສະ​ເຕີ​ຈຽນ, ເປັດ​ຫົວ​ຂຽວ, ຄວາຍ, ໝູ​ແມ່​ພັນ; ປູກໄຜ່​​ເອົາ​ໜໍ່ ບ໋າດ​ໂດ້; ປູກ​ພືດ​ສະ​ໝູນ​ໄພ, ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ… ນັບ​ມື້​ນັບ​ມີຫຼາຍ​ຮູບ​ແບບ​ທີ່​ໃຫ້ ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ. ມີ​ບາງ​ຮູບ​ແບບ​ບັນ​ລຸ​ລາຍ​ຮັບ​ແຕ່ 500-600 ລ້ານ​ດົ່ງ/ປີ. ທ່ານ ຫງວຽນ​ວັນ​ໂທຍ, ຢູ່​ບ້ານ ໜາ, ຕາ​ແສງ ຫວຽດ​ຮົ່ງ, ແຂວງ ລາວ​ກາຍ ໃຫ້​ຮູ້​ວ່າ:

ຢູ່​ໃນ​ບ້ານ ໜາ ປະ​ຊາ​ຊົນ​ສ່ວນຫຼາຍ​ພັດ​ທະ​ນາ​ອາ​ຊີບປ່າ​ໄມ້​ທີ່​ສ້າງ​ລາຍ​ຮັບ​ສູງ. ໃນ​ຊຸມ​ປີ​ຕໍ່​ໄປ, ເຂົາ​ເຈົ້າ​ສືບ​ຕໍ່​ພັດ​ທະ​ນາ​ເສດ​ຖະ​ກິດ, ປູກ​ປ່າ, ພິ​ເສດ​ແມ່ນ​ຜັນຂະ​ຫຍາຍການ​ປູກ​ໄຜ່​ເອົາ​ໜໍ່ ບ໋າດ​ໂດ້​ ໃນ​ເນື້ອ​ທີ່ກວ້າງ​ຂວາງ.

ເດືອນ 7/2025, ຕາ​ແສງ ຫວຽດ​ຮົ່ງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ບົນ​ພື້ນ​ຖານ​ໂຮມ 3 ຕາ​ແສງ: ຫວຽດ​ຮົ່ງ, ຫວຽດ​ເກື່ອງ, ເວິນ​ໂຫ້ຍ ເຂົ້າ​ກັນ, ດ້ວຍ​ເນື້ອ​ທີ່ 100 ຕາ​ຕະ​ລາງ​ກິ​ໂລ​ແມັດ, ມີພົນ​ລະ​ເມືອງກວ່າ 10.800 ຄົນ, ເປີດ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ໂອ​ກາດ​ໃຫຍ່​ເພື່ອ​ໃຫ້ບ້ານ​ເກີດ​ເມືອງນອນ​ແຫ່ງ​ການ​ປະ​ຕິ​ວັດ​ພັດ​ທະ​ນາ​​ກະ​ໂດດຂັ້ນ.

ບາງ​ຂໍ້​ເນັ້ນ​ໜັກ​ແມ່ນ ທາງ​ຕາ​ແສງ​ໄດ້​ສ້າງ​ມະ​ຕິສະ​ເພາະ​ຫົວ​ເລື່ອງ ແລະ​ແຜນ​ງານພັດ​ທະ​ນາການ​ທ່ອງ​ທ່ຽວ​ໄລ​ຍະ 2025-2030, ວິ​ໄສ​ທັດ​ເຖິງ​ປີ 2045 ດ້ວຍ​ເປົ້າ​ໝາຍ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃຫ້​ໄດ້ 26.000 ກວ່າ​ເທື່ອ​ຄົນ, ດ້ວຍ​ລາຍ​ຮັບ 20,8 ຕຶ້​ດົ່ງ (812 ໂດ​ລາ​ສະ​ຫະ​ລັດ). ໄປ​ຄຽງ​ຄູ່​ກັນ​ນັ້ນ, ວຽກ​ງານ​ວາງ​ແຜນ​ຜັງ​ໂຄງ​ລ່າງ​ອຸດ​ສາ​ຫະ​ກຳ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ ດ້ວຍເຂດ​ອຸດ​ສາ​ຫະ​ກຳ 2 ແຫ່ງ​ລວມ​ເນື້ອ​ທີ່ 500 ເຮັກ​ຕາ. ປະ​ຈຸ​ບັນ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ 62 ລ້ານ​ດົ່ງ/ຄົນ/ປີ (2.385 ໂດ​ລາ​ສະ​ຫະ​ລັດ/ຄົນ/ປີ). ທາງ​ຕາ​ແສງ​ສູ້​ຊົນ​ເຖິງ​ປີ 2030 ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ 65 ລ້ານ​ດົ່ງ/ຄົນ/ປີ (2.500 ໂດ​ລາ​ສະ​ຫະ​ລັດ/ຄົນ/ປີ) ແລະ ບໍ່​ມີ​ຄອບ​ຄົວ​ທຸກ​ຍາກຕາມ​ມາດ​ຕະ​ຖານ​ທຸກ​ຍາກ​ແບບຫຼາຍ​ມິ​ຕິ…ຕາ​ແສງ​ບັນ​ລຸ​ເປົ້າ​ໝາຍ​ເຖິງ​ປີ 2030, ມີ​ເຂດ​ປູກ​ໄຜ່​ເອົາ​ໜໍ່​ລວມ​ສຸມ​ດ້ວຍ​ເນື້ອ​ທີ່ 500 ເຮັກ​ຕາ.

ທ່ານ ຫງວຽນ​ຕ໋ຽນ​ຈ໋ຽນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຫວຽດ​ຮົ່ງ, ແຂວງ​ລາວ​ກາຍ, ໃຫ້​ຮູ້​ວ່າ:

ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ປ່າ​ໄມ້, ພວກ​ຂ້າ​ພະ​ເຈົ້າ​ຫັນ​ປ່ຽນ​ພືດ​ບາງ​ຊະ​ນິດ​ທີ່​ບໍ່​ໃຫ້​ປະ​ສິດ​ທິ​ຜົນດີ ມາປູກ​ໄຜ່​ເອົາ​ໜໍ່ ບ໋າດ​ໂດ້, ເພື່ອ​ເພີ່ມ​ມູນ​ຄ່າ​ເສດ​ຖະ​ກິດ​ປ່າ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່ປະ​ຊາ​ຊົນ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ສືບ​ຕໍ່​ລົງ​ທຶນ​ກໍ່​ສ້າງ​ໃໝ່ ແລະ​ຍົກ​ລະ​ດັບ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ, ສັງ​ຄົມ, ສ້າງ​ເງື່ອນ​ໄຂ​ເພື່ອ​​ໃຫ້​ປະ​ຊາ​ຊົນພັດ​ທະ​ນາ​ເສດ​ຖະ​ກິດ​.

ເຂດ​ທີ່​ໝັ້ນ ເວີ່ນ ໄດ້​ໄປ​ຜ່ານ​ຊຸມ​ເດືອນ​ປີ​ອັນ​ດຸ​ເດືອດ​ຂອງ​ປະ​ຫວັດ​ສາດ. ບັນ​ດາ​ຮ່ອງ​ຮອຍ​ຍັງ​ຄົງ​ຢູ່​ນັ້ນ ເພື່ອ​​ເຕືອນໃຫ້​ລະ​ນຶກ​ເຖິງຄົນ​ລຸ້ນ​ກ່ອນ​ທີ່​ໄດ້​ປະ​ກອບ​ສ່ວນ​ສ້າງ​ເປັນ​ເອ​ກະ​ລາດໃຫ້​ແກ່​ປະ​ເທດຊາດ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ.

ປະ​ຈຸ​ບັນ, ໃນ​ເຂດ​ດິນ​ທີ່​ເຄີຍ​ເປັນ​ຖານ​ທີ່​ໝັ້ນ​ປະ​ຕິ​ວັດ​ນັ້ນ, ໄລ​ຍະ​ທາງ​ໃໝ່​ພວມ​ເປີດ​ອອກ. ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ, ປຸກ​ລຸກ​ນ້ຳ​ໃຈ​ກຸ້ມ​ຕົນ​ເອງ, ປ່ຽນ​ໃໝ່​ຈີນ​ຕະ​ນາ​ການ ແລະ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ຫວຽດ​ຮົ່ງ​ ພວມ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ມາດຕະ​ຖານ​ຊົນ​ນະ​ບົດ​ໃໝ່ແບບ​ຍົກ​ລະ​ດັບ​ໃນ​ປີ 2030, ຍົກ​ດັດ​ຊະ​ນີ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ຂຶ້ນ 78%.