ໂດຍນອນໃນຄວາມສູງປະມານ700ແມັດເມື່ອທຽບໃສ່ໜ້ານຳ້ທະເລ,ເຂດພູພຽງບຸ່ຍຮຸຍມີເນື້ອທີ່ກວ່າ400ເຮັກຕາ,ນອນຢູ່ກາງເຂດປ່າໄມ້ທີ່ຂຽວສົດງົດງາມ.ເສັ້ນທາງພາໄປເຖິງເຂດພູພຽງທີ່ລະອິດລະອ້ຽວອ້ອມຮອບເຂດເປີ້ນພູ.ຍິ່ງຂຶ້ນສູງ,ອາກາດຍິ່ງເຢັນສະບາຍ,ບັນດາໝູ່ບ້ານກໍ່ຄ່ອຍໆຊ້ອນຕົວໃຕ້ຮົ່ມໄມ້.
ພາຍຫຼັງທາງໂຄ້ງ,ບຸ່ຍຮຸຍໄດ້ປະກົດຂຶ້ນແບບບັງເອີນດ້ວຍຄວາມງາມຂອງທົ່ງຫຍ້າທີ່ນອນຄົດງໍ,ຍາວຢຽດ.ໃນຕອນເຊົ້າ,ນຳ້ໝອກຍັງມົວໆ,ເມກຈາກເຂດຮ່ອມພູເລື່ອນລອຍ,ຍາມລີ້ຍາມແຈ້ງຢູ່ໂນນພູ.ມີເວລາເມກຢູ່ຕໍ່ໜ້າ,ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກຄືສາມາດຈັບບາຍເມກໄດ້.ນາງຫງວຽນທິແທງ,ແຂກທ່ອງທ່ຽວມາຈາກກ໋ວາງຫງາຍ,ໄດ້ແບ່ງປັນວ່າ:
“ເມື່ອໄປຢາມເຂດພູພຽງບຸ່ຍຮຸຍ,ນ້ອງຮູ້ສຶກປະທັບໃຈທີ່ສຸດ.ຄອບຄົວຂອງນ້ອງມາຮອດນີ້ແຕ່ຕອນບ່າຍມື້ວານແລະນ້ອງເຫັນວ່າຢູ່ນີ້ກ້ວາງແລະປອດໂປ່ງ,ອາກາດຢູ່ທີ່ນີ້ເຢັນສະບາຍແລະສະຫງົບງຽບຫຼາຍ.ໃນຍາມເຊົ້າໆມີເມກ,ອາກາດໜາວເຢັນແລະໄດ້ຢູ່ທີ່ນີ້ນ້ອງຮູ້ສຶກສະບາຍໃຈ,ຄືໄດ້ພົ້ນອອກຈາກຊີວິດ ປະຈຳວັນທີ່ເນືອງນັນ ນ້ອງຄິດວ່ານີ້ແມ່ນຈຸດນັດພົບທີ່ເໝາະສົມສຳລັບຜູ້ຮັກມັກທຳມະຊາດ,ຢາກສຳຜັດແລະຢາກຊອກຫາບ່ອນພັກຜ່ອນພາຍຫຼັງຊຸມວັນເຮັດວຽກທີ່ເຄັ່ງຕຶງ,ອິດເມື່ອຍ”.
ຊ່ວງເວລາຕ່າງໆໃນມື້,ບຸ່ຍຮຸຍໄດ້ມີຄວາມງາມແບບສະເພາະ.ໃນຕອນທ່ຽງ,ແສງແດດສາດສ່ອງລົງສູ່ທົ່ງຫຍ້າ.ສ່ວນໃນຕອນບ່າຍ,ແສງຕາເວັນຍາມສາຍັນໄດ້ສ່ອງລົງໃສ່ຫຼັງພູ.ໃນຍາມກາງຄືນ,ເຂດພູພຽງແຫ່ງນີ້ມຶດງຽບມີແຕ່ສຽງລົມພັດແລະຄວາມໜາວຂອງເຂດພູສູງເທົ່ານັ້ນ.
ແຂກທ່ອງທ່ຽວມາແຫ່ງນີ້ບໍ່ພຽງແຕ່ເພື່ອໄດ້ສຳຜັດກັບເມກ,ຊົມວິວເທົ່ານັ້ນຫາກຍັງໄດ້ຍ່າງຫຼິ້ນ,ຕັ້ງຄ້າຍ,ຖ່າຍຮູບຫຼືພຽງແຕ່ນັ່ງເທິງທົ່ງຫຍ້າ,ຟັງສຽງລົມພັດອີກດ້ວຍ.ສຳລັບຊາວທ້ອງຖິ່ນແລ້ວ,ເຂດທົ່ງຫຍ້າຂຽວອຸ່ມທຸມແລະອາກາດເຢັນສະບາຍໄດ້ສ້າງໂອກາດພັດທະນາການທ່ອງທ່ຽວຊຸມຊົນ,ແນະນຳຜະລິດຕະພັນກະເສດແລະບັນດາຜະລິດຕະພັນຈາກບ້ານເກີດເມືອງນອນ.
ເອື້ອຍດິງທິບ໋າວຮັ່ງ,ຊາວບ້ານບຸ່ຍຮຸຍ,ຕາແສງດັ້ງຖຸ່ຍຈຳ,ແຂວງກ໋ວາງຫງາຍ,ໃຫ້ຮູ້ວ່າ:
“ເຂດພູພຽງບຸ່ຍຮຸຍມີອາກາດເຢັນສະບາຍ,ປອດໂປ່ງ.ທິວທັດທຳມະຊາດຢູ່ບຸ່ຍຮຸຍສະຫງົບງຽບທ່ີສຸດ.ແຫ່ງນີ້ໄດ້ຮັບການຮູ້ຈັກເຖິງດ້ວຍທົ່ງຫຍ້າ,ອາກາດເຢັນສະບາຍເໝາະສົມກັບເງື່ອນໄຂພັດທະນາການທ່ອງທ່ຽວຊຸມຊົນ.ໃນຊຸມປີມໍ່ໆມານີ້,ມີຫຼາຍຄົນຢູ່ທ້ອງຖິ່ນອື່ນໆໄດ້ຮູ້ຈັກເຖິງເຂດພູພຽງບຸ່ຍຮຸຍ.ການທ່ອງທ່ຽວນຳມາເຊິ່ງການພັດທະນາໃຫ້ແກ່ຊາວທ້ອງຖິ່ນ.ຊາວທ້ອງຖິ່ນຮູ້ຈັກເຮັດທ່ອງທ່ຽວ,ຮູ້ຈັກຄ້າຂາຍບັນດາຜະລິດຕະພັນຂອງທ້ອງຖິ່ນ.ດັ່ງນັ້ນ,ຊີວິດການເປັນຢູ່ໄດ້ຮັບການປົວແປງໃຫ້ດີຂຶ້ນ”.
ການເດີນທາງຄົ້ນຫາບຸ່ຍຮຸຍຍັງຊ່ວຍໃຫ້ແຂກທ່ອງທ່ຽວຫຍັບມໍ່ເຂົ້າກັບຊີວິດທາງດ້ານວັດທະນະທຳຂອງຊາວເຜົ່າເຮີເຣກ່ວາອີກ.ນັ້ນແມ່ນສຽງຄ້ອງ,ສຽງເພງ,ແມ່ນອາຫານຫຼາຍເຍື່ອງໄດ້ຮັບການປຸງແຕ່ງຈາກຜະລິດຕະພັນກະເສດຂອງເຂດພູສູງ;ແມ່ນຄວາມໂອບອ້ອມອາລີ,ຮັກແພງແຂກຄົນຂອງຊາວບ້ານ.
ທາງທ້ອງຖ່ິນພວມກຳນົດທິດການພັດທະນາບຸ່ຍຮຸຍໃຫ້ກາຍເປັນເຂດທ່ອງທ່ຽວຊຸມຊົນ, ທິວທັດເຂດພູພຽງຕິດພັນກັບການຄົນຫາວັດທະນະທຳເຜົ່າເຮີເຣ,ແຕ່ຍັງໄດ້ວາງອອກຄຳຮຽກຮ້ອງຕ້ອງການປົກປັກຮັກສາສິ່ງແວດລ້ອມແລະຮັກສາທຳມະຊາດທີ່ມີຢູ່ແລ້ວ.
ທ່ານເຈິ່ນແທັງຮຶງ,ຫົວໜ້າສະຫະກອນປະຊາຄົມບຸ່ຍຮຸຍ,ແຂວງກ໋ວາງຫງາຍ,ໃຫ້ຮູ້ວ່າ:
“ແຕ່ລະປີ,ບຸ່ຍຮຸຍໄດ້ຕ້ອນຮັບແຂກທ່ອງທ່ຽວແຕ່30–50ພັນຄົນ.ປະຈຸບັນ,ແຂກທ່ອງທ່ຽວຫຼາຍຄະນະຈາກແດນໄກໄດ້ມາຈ່ອງບໍລິການພັກເຊົາຢູ່ບຸ່ຍຮຸຍຫຼາຍທີ່ສຸດ.ແຂກທ່ອງທ່ຽວມາບຸ່ຍຮຸຍໄດ້ສຳຜັດກັບອາກາດ 4 ລະດູໃນໜຶ່ງວັນ.ຕອນເຊົ້າຮັບແສງອາລຸນ,ຕອນແລງຮັບແສງສາຍັນງາມທ່ີສຸດ.ການກຳນົດທິດຂອງສະຫະກອນປະຊາຄົມບຸ່ຍຮຸຍແມ່ນຈະພັດທະນາບັນດາຮູບແບບວົງຄະນະຍາດ,ຄື:ປູກຜັກ,ຮູບແບບສຳຜັດຄ້ອງ,ວັດທະນະທຳຂອງຊາວເຜົ່າເຮີເຣເພື່ອດຶງດູດແຂກທ່ອງທ່ຽວຫຼາຍກວ່າອີກ”.
ປະຈຸບັນ,ໃນການດຳລົງຊີວິດທັນສະໄໝທິີ່ຮີບຮ້ອນຟ້າວຟັ່ງ,ເຂດພູພຽງບຸ່ຍຮຸຍຢູ່ຕາແສງດັ້ງຖຸ່ຍຈຳ,ແຂວງກ໋ວາງຫງາຍມີຄວາມສະຫງົບງຽບທີ່ຫາຍາກ.ຢູ່ແຫ່ງນີ້ມີທົ່ງຫຍ້າຂຽວອຸ່ມທຸມ,ມີລົມພັດເຢັນວະບາຍ,ມີທະເລເມກເລື່ອນລອຍແລະມີບັນດາເລື່ອງລາວກ່ຽວກັບເຂດດິນແດນໄດ້ສ້າງວິທີຫາເງິນລ້ຽງຊີບທີ່ດີ ຈາກທຳມະຊາດ,ວັດທະນະທຳທ້ອງຖິ່ນເທື່ອລະກ້າວ.
ເມື່ອມາຢາມບຸ່ຍຮຸຍບໍ່ພຽງແຕ່ແມ່ນການໄປຊົມວິວເທົ່ານັ້ນ.ຫາກຍັງແມ່ນການເດີນທາງແຫ່ງຄວາມສະຫງົບສຸກ,ເພື່ອໄດ້ສະບາຍອົກສະບາຍໃຈຢູ່ເຂດໂນນພູກ໋ວາງຫງາຍ./.
Thế Hùng
