ໂດຍ​ນອນ​ໃນ​ຄວາມ​ສູງ​ປະ​ມານ​700​ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນຳ​້​ທະ​ເລ​,​ເຂດ​ພູ​ພຽງ​ບຸ່ຍ​ຮຸຍ​ມີ​ເນື້ອ​ທີ່ກ​ວ່າ​400​ເຮັກ​ຕາ​,​ນອນ​ຢູ່​ກາງ​ເຂດ​ປ່າ​ໄມ້​ທີ່​ຂຽວ​ສົດ​ງົດ​ງາມ​.​ເສັ້ນ​ທາງ​ພາ​ໄປ​ເຖິງ​ເຂດ​ພູ​ພຽງ​ທີ່​ລະ​ອິດ​ລະ​ອ້ຽວ​ອ້ອມ​ຮອບ​ເຂດ​ເປີ້ນ​ພູ​.​ຍິ່ງ​ຂຶ້ນ​ສູງ​,​ອາ​ກາດ​ຍິ່ງ​ເຢັນ​ສະ​ບາຍ​,​ບັນ​ດາ​​ໝູ່​ບ້ານ​ກໍ່​ຄ່ອຍໆ​ຊ້ອນ​ຕົວ​ໃຕ້​ຮົ່ມ​ໄມ້​.

ພາຍ​ຫຼັງ​ທາງ​ໂຄ້ງ​,​ບຸ່ຍ​ຮຸຍ​ໄດ້​ປະ​ກົດ​ຂຶ້ນ​ແບບ​ບັງ​ເອີນ​ດ້ວຍ​ຄວາມ​ງາມ​ຂອງ​ທົ່ງ​ຫຍ້າ​ທີ່​ນອນ​ຄົດ​ງໍ​,​ຍາວ​ຢຽດ​.​ໃນ​ຕອນ​ເຊົ້າ​,​ນຳ​້​ໝອກ​ຍັງ​ມົວໆ​,​ເມກ​ຈາກ​ເຂດ​ຮ່ອມ​ພູ​ເລື່ອນ​ລອຍ​,​ຍາມ​ລີ້​ຍາມ​ແຈ້ງ​ຢູ່​ໂນນ​ພູ​.​ມີ​ເວລາ​ເມກ​ຢູ່​ຕໍ່​ໜ້າ​,​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ຄື​ສາ​ມາດ​​ຈັບ​ບາຍ​ເມກ​ໄດ້​.​ນາງ​ຫງວຽນ​ທິ​ແທງ​,​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ກ໋ວາງ​ຫງາຍ​,​ໄດ້​ແບ່ງ​ປັນ​ວ່າ​:

“ເມື່ອ​ໄປ​ຢາມ​ເຂດ​ພູ​ພຽງ​ບຸ່ຍ​ຮຸຍ​,​ນ້ອງ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​.​ຄອບ​ຄົວ​ຂອງ​ນ້ອງ​ມາ​ຮອດ​ນີ້​ແຕ່​ຕອນ​ບ່າຍ​ມື້​ວານ​ແລະ​ນ້ອງ​ເຫັນ​ວ່າ​ຢູ່​ນີ້​ກ້ວາງ​ແລະ​ປອດ​ໂປ່ງ​,​ອາ​ກາດ​ຢູ່​ທີ່​ນີ້​ເຢັນ​ສະ​ບາຍ​ແລະ​ສະ​ຫງົບ​ງຽບ​ຫຼາຍ​.​ໃນ​ຍາມ​ເຊົ້າໆ​ມີ​ເມກ​,​ອາ​ກາດ​​ໜາວ​ເຢັນ​ແລະ​ໄດ້​ຢູ່​ທີ່​ນີ້​ນ້ອງ​ຮູ້​ສຶກ​ສະ​ບາຍ​ໃຈ​,​ຄື​ໄດ້​ພົ້ນ​ອອກ​ຈາກ​ຊີ​ວິດ​ ປະ​ຈຳ​ວັນ​ທີ່​ເນືອງ​ນັນ​ ນ້ອງ​ຄິດ​ວ່າ​ນີ້​ແມ່ນ​ຈຸດ​ນັດ​ພົບ​ທີ່​ເໝາະ​ສົມ​ສຳ​ລັບ​ຜູ້​ຮັກ​ມັກ​ທຳ​ມະ​ຊາດ​,​ຢາກ​ສຳ​ຜັດ​ແລະ​ຢາກ​ຊອກ​​ຫາ​ບ່ອນ​ພັກ​ຜ່ອນ​ພາຍ​ຫຼັງ​ຊຸມ​ວັນ​ເຮັດ​ວຽກ​ທີ່​ເຄັ່ງ​ຕຶງ​,​ອິດ​ເມື່ອຍ​”.

​ຊ່ວງ​ເວລາ​ຕ່າງໆ​ໃນ​ມື້​,​ບຸ່ຍ​ຮຸຍ​ໄດ້​ມີ​ຄວາມ​ງາມ​ແບບ​ສະ​ເພາະ​.​ໃນ​ຕອນ​ທ່ຽງ​,​ແສງ​ແດດ​ສາດ​ສ່ອງ​ລົງ​ສູ່​ທົ່ງ​ຫຍ້າ​.​ສ່ວນ​ໃນ​ຕອນ​ບ່າຍ​,​ແສງ​​ຕາ​ເວັນ​ຍາມ​ສາ​ຍັນ​ໄດ້​​ສ່ອງ​ລົງ​ໃສ່​ຫຼັງ​ພູ​.​ໃນ​ຍາມ​ກາງ​ຄືນ​,​ເຂດ​ພູ​ພຽງ​ແຫ່ງ​ນີ້​ມຶດ​ງຽບ​ມີ​ແຕ່​ສຽງ​ລົມ​ພັດ​ແລະ​ຄວາມ​ໜາວ​ຂອງ​ເຂດ​ພູ​ສູງ​ເທົ່າ​ນັ້ນ​.

ແຂກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ບໍ່​ພຽງ​ແຕ່​ເພື່ອ​ໄດ້​ສຳ​ຜັດ​ກັບ​ເມກ​,​ຊົມ​ວິວ​ເທົ່າ​ນັ້ນ​ຫາກ​ຍັງ​​ໄດ້​ຍ່າງ​ຫຼິ້ນ​,​ຕັ້ງ​ຄ້າຍ​,​ຖ່າຍ​ຮູບ​ຫຼື​ພຽງ​ແຕ່​ນັ່ງ​ເທິງ​ທົ່ງ​ຫຍ້າ​,​ຟັງ​ສຽງ​ລົມ​ພັດ​ອີກ​ດ້ວຍ​.​ສຳ​ລັບ​ຊາວ​ທ້ອງ​ຖິ່ນ​ແລ້ວ​,​ເຂດ​ທົ່ງ​ຫຍ້າ​ຂຽວ​ອຸ່ມ​ທຸມ​ແລະ​ອາ​ກາດ​ເຢັນ​ສະ​ບາຍ​ໄດ້​ສ້າງ​ໂອ​ກາດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ​,​ແນະ​ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ແລະ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ບ້ານ​ເກີດ​ເມືອງ​ນອນ​.

ເອື້ອຍ​ດິງ​ທິ​ບ໋າວ​ຮັ່ງ​,​ຊາວ​ບ້ານ​ບຸ່ຍ​ຮຸຍ​,​ຕາ​ແສງ​ດັ້ງ​ຖຸ່ຍ​ຈຳ​,​ແຂວງ​ກ໋ວາງ​ຫງາຍ​,​ໃຫ້​ຮູ້​ວ່າ​:

“ເຂດ​ພູ​ພຽງ​ບຸ່ຍ​ຮຸຍ​ມີ​ອາ​ກາດ​ເຢັນ​ສະ​ບາຍ​,​ປອດ​ໂປ່ງ​.​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ບຸ່ຍ​ຮຸຍ​ສະ​ຫງົບ​ງຽບ​ທ່ີ​ສຸດ​.​ແຫ່ງ​ນີ້​ໄດ້​ຮັບ​ການ​ຮູ້​ຈັກ​ເຖິງ​ດ້ວຍ​ທົ່ງ​ຫຍ້າ​,​ອາ​ກາດ​ເຢັນ​ສະ​ບາຍ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ​.​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​,​ມີ​ຫຼາຍ​ຄົນ​ຢູ່​ທ້ອງ​ຖິ່ນ​ອື່ນໆ​ໄດ້​ຮູ້​ຈັກ​ເຖິງ​ເຂດ​ພູ​ພຽງ​ບຸ່ຍ​ຮຸຍ​.​ການ​ທ່ອງ​ທ່ຽວ​ນຳ​ມາ​ເຊິ່ງ​ການ​ພັດ​ທະ​ນາ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ​.​ຊາວ​ທ້ອງ​ຖິ່ນ​ຮູ້​ຈັກ​ເຮັດ​​ທ່ອງ​ທ່ຽວ​,​ຮູ້​ຈັກ​ຄ້າ​ຂາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ທ້ອງ​ຖິ່ນ​.​ດັ່ງ​ນັ້ນ​,​ຊີ​ວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​”.

ການ​ເດີນ​ທາງ​ຄົ້ນ​ຫາ​ບຸ່ຍ​ຮຸຍ​ຍັງ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ຫຍັບ​ມໍ່​ເຂົ້າ​ກັບ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ເຮີ​ເຣ​ກ່ວາ​ອີກ​.​ນັ້ນ​ແມ່ນ​ສຽງ​ຄ້ອງ​,​ສຽງ​ເພງ​,​ແມ່ນ​ອາ​ຫານ​ຫຼາຍ​ເຍື່ອງ​ໄດ້​ຮັບ​ການ​ປຸງ​ແຕ່ງ​ຈາກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ເຂດ​ພູ​ສູງ​;​ແມ່ນ​ຄວາມ​ໂອບ​ອ້ອມ​ອາ​ລີ​,​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ບ້ານ​.

​ທາງ​ທ້ອງ​ຖ່ິນ​ພວມ​ກຳ​ນົດ​ທິດ​ການ​ພັດ​ທະ​ນາ​ບຸ່ຍ​ຮຸຍ​ໃຫ້​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ຊຸມ​ຊົນ​, ​ທິວ​ທັດ​ເຂດ​ພູ​ພຽງ​ຕິດ​ພັນ​ກັບ​ການ​ຄົນ​ຫາ​ວັດ​ທະ​ນະ​ທຳ​​ເຜົ່າ​ເຮີ​ເຣ​,​ແຕ່​ຍັງ​ໄດ້​ວາງ​ອອກ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແລະ​ຮັກ​ສາ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ແລ້ວ​.

ທ່ານ​ເຈິ່ນ​ແທັງ​ຮຶງ​,​ຫົວ​ໜ້າ​ສະ​ຫະ​ກອນ​ປະ​ຊາ​ຄົມ​ບຸ່ຍ​ຮຸຍ​,​ແຂວງ​ກ໋ວາງ​ຫງາຍ​,​ໃຫ້​ຮູ້​ວ່າ​:

“ແຕ່​ລະ​ປີ​,​ບຸ່ຍ​ຮຸຍ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ແຕ່​30–50​ພັນ​ຄົນ​.​ປະ​ຈຸ​ບັນ​,​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄະ​ນະ​ຈາກ​ແດນ​ໄກ​ໄດ້​ມາ​ຈ່ອງ​ບໍ​ລິ​ການ​ພັກ​ເຊົາ​ຢູ່​ບຸ່ຍ​ຮຸຍ​ຫຼາຍ​ທີ່​ສຸດ​.​ແຂກ​ທ່ອງ​ທ່ຽວ​ມາ​ບຸ່ຍ​ຮຸຍ​ໄດ້​ສຳ​ຜັດ​ກັບ​ອາ​ກາດ 4 ລະ​ດູ​ໃນ​ໜຶ່ງ​ວັນ​.​ຕອນ​ເຊົ້າ​ຮັບ​ແສງ​ອາ​ລຸນ​,​ຕອນ​ແລງ​ຮັບ​ແສງ​ສາ​ຍັນ​ງາມ​ທ່ີ​ສຸດ​.​ການ​ກຳ​ນົດ​ທິດ​ຂອງ​ສະ​ຫະ​ກອນ​ປະ​ຊາ​ຄົມ​ບຸ່ຍ​ຮຸຍ​ແມ່ນ​ຈະ​ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ວົງ​ຄະ​ນະ​ຍາດ​,​ຄື​:​ປູກ​ຜັກ​,​ຮູບ​ແບບ​ສຳ​ຜັດ​ຄ້ອງ​,​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ເຮີ​ເຣ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ອີກ​”.

ປະ​ຈຸ​ບັນ​,​ໃນ​ການ​ດຳ​ລົງ​ຊີ​ວິດ​ທັນ​ສະ​ໄໝ​ທິ​ີ່​ຮີບ​ຮ້ອນ​ຟ້າວ​ຟັ່ງ​,​ເຂດ​ພູ​ພຽງ​ບຸ່ຍ​ຮຸຍ​ຢູ່​ຕາ​ແສງ​ດັ້ງ​ຖຸ່ຍ​ຈຳ​,​ແຂວງ​ກ໋ວາງ​ຫງາຍ​ມີ​ຄວາມ​ສະ​ຫງົບ​ງຽບ​ທີ່​ຫາ​ຍາກ​.​ຢູ່​ແຫ່ງ​ນີ້​ມີ​ທົ່ງ​ຫຍ້າ​ຂຽວ​ອຸ່ມ​ທຸມ​,​ມີ​ລົມ​ພັດ​ເຢັນ​ວະ​ບາຍ​,​ມີ​ທະ​ເລ​ເມກ​​ເລື່ອນ​ລອຍ​ແລະ​ມີ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ເຂດ​ດິນ​ແດນ​ໄດ້​ສ້າງ​ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ດີ ​ຈາກ​ທຳ​ມະ​ຊາດ​,​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ​​ເທື່ອ​ລະ​ກ້າວ​.

ເມື່ອ​ມາ​ຢາມ​ບຸ່ຍ​ຮຸຍ​ບໍ່​ພຽງ​ແຕ່​ແມ່ນ​ການ​ໄປ​ຊົມ​ວິວ​ເທົ່າ​ນັ້ນ​.​ຫາກ​ຍັງ​ແມ່ນ​ການ​ເດີນ​ທາງ​ແຫ່ງ​ຄວາມ​ສະ​ຫ​ງົບ​ສຸກ​,​ເພື່ອ​ໄດ້​ສະ​ບາຍ​ອົກ​ສະ​ບາຍ​ໃຈ​ຢູ່​ເຂດ​ໂນນ​ພູ​ກ໋ວາງ​ຫງາຍ​./.

Thế Hùng