ເຂດທ່ອງທ່ຽວ ເອດູແລນ ບາວີ່ ຕັ້ງຢູ່ຕີນພູ ບາວີ່ ຕ່ານວຽນເຊີນ ແລະ ນອນຢູ່ໃກ້ກັບແມ່ນນ້ຳດ່າ. ເບື້ອງຂວາຕິດກັບເຂດປະຫວັດສາດ K9 ເຊິ່ງໄດ້ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ ແລະ ທາງເບື້ອງຊ້າຍຕິດກັບວິຫານຫ້າ ບ່ອນບູຊາພະອໍລະຫັນ ຕ່ານວຽນເຊີນ. ເຂດທ່ອງທ່ຽວ ເອດູແລນ ບາວີ່ ໄດ້ກໍ່ສ້າງລະບົບນິເວດຄົ້ນຫາຕິດພັນກັບການສຶກສາ. ທ່ານ ໂງວັນຟຸກ ປະທານສະພາບໍລະຫານເຂດທ່ອງທ່ຽວ ເອດູແລນ ບາວີ່ ໃຫ້ຮູ້ວ່າ:
“ນັກຮຽນມານີ້ຈະໄດ້ຄົ້ນຫາທັກສະການດຳລົງຊີວິດ, ທັກສະໃຫ້ມີຊີວິດໃນທຸກສະພາບການ, ການເຄື່ອນໄຫວປ້ອງກັນ ແລະ ດັບເພີງ, ວິທີຕ້ານດິກນ້ຳ ແລະ ບັນດາເກມຫຼິ້ນພື້ນເມືອງຕິດພັນກັບກົກເຄົ້າເຫງົ້າກໍ ອັນໄດ້ສ້າງເຈດຈຳນົງມານະຈິດໃຫ້ແກ່ເດັກນ້ອຍ ໃຫ້ຕ້ອງຜ່ານຜ່າຕົນເອງ”.
ພານັກຮຽນມາຢ້ຽມຊົມທັດສະນະສຶກສາ, ເອື້ອຍຄູ ດັ້ງທິວັນ ສັງກັດໂຮງຮຽນມັດທະຍົມຕອນປາຍ ເລືອງເຖວິງ ບາວີ່ ຢູ່ຕາແສງ ບາວີ່ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຢູ່ທີ່ນີ້ກໍ່ມີເກມຫຼິ້ນ ຫຼາຍຢ່າງເພື່ອໃຫ້ນັກຮຽນທົດສອບທາງດ້ານປັນຍາ, ສຶກສາຄວາມມານະອົດທົນ ຄວາມສາມັກຄີລະຫວ່າງໝູ່ເພື່ອນ ກໍ່ຄືຂະຫຍາຍຕົນເອງ ຍົກຕົວຢ່າງຄື ວິທີຫຸງເຂົ້າ, ຈັບອ່ຽນໃນໄຫ, ຫຼິ້ນໝາກຮຸກ”.
ຫຼາຍ ຫຼີວຽດຢຸ໊ງ ນັກຮຽນສັງກັດໂຮງຮຽນມັດທະຍົມຕອນຕົ້ນ ເທື້ອງນົງ ຢູ່ຕາແສງ ຕາມນົງ ແຂວງ ຝູເຖາະ ໃຫ້ຮູ້ວ່າ:
“ເມື່ອໄດ້ມານີ້ຄົ້ນຫາຢ້ຽມຊົມທັດສະນະສຶກສາ, ຫຼານເຫັນວ່າມີຜົນປະໂຫຍດຕໍ່ການດຳລົງຊີວິດອັນໄດ້ຊ່ວຍຕົນເອງເຕີບໃຫຍ່ຫຼາຍຂຶ້ນ ແລະ ມີປະໂຫຍດໃນການສຶກສາຮ່ຳຮຽນ. ຫຼານຫວັງວ່າ ຖ້າມີໂອກາດເທື່ອໜ້າຈະມານີ້ຢ້ຽມຊົມຄົ້ນຫາອີກ”.
ພາລູກມານີ້ຄົ້ນຫາຢ້ຽມຊົມ, ນາງ ຫງວຽນທິທູຮ່າ ຢູ່ແຂວງ ຝູເຖາະ ເປີດເຜີຍວ່າ:
“ນີ້ແມ່ນສະພາບແວດລ້ອມຕົວຈິງ. ບັນດາເກມຫຼິ້ນພື້ນເມືອງມີລັກສະນະນສຶກສາອົບຮົມ ຊ່ວຍພວກລູກຮູ້ຈັກກົກເຄົ້າເຫງົ້າກໍ. ພວກລູກໄດ້ຊອກຮູ້ວັດທະນະທຳບັນດາເຜົ່າຢູ່ ຫວຽດນາມ”. ນອກຈາອກາກນເຄື່ອນໄຫວຄົ້ນຫາທີ່ສະຫງວນໃຫ້ແກ່ນັກຮຽນ, ເອດູແລນ ບາວີ່ ຍັງແມ່ນເຂດຄົ້ນຫາວັດທະນະທຳກິລາ ນັ້ນແມ່ນການເຄື່ອນໄຫວຄື ຫໍ່ຊາດອກບົວ, ດື່ມນ້ຳຊາ ບາຈ໋າຍ, ຖ່າຍຮູບທີ່ລະນຶກ, ຫຼິ້ນກິລາ ຫຼື ເຂົ້າຮ່ວມການພົບປະແລກປ່ຽນເຊື່ອມຕໍ່ລະຫວ່າງບັນດາຄອບຄົວດຳເນີນທຸລະກິດ… ອ້າຍ ໂງມິງເຢືອງ ຜຸ້ອຳນວຍການບໍລິຫານເຂດທ່ອງທ່ຽວ ເອດູແລນ ບາວີ່ ໃຫ້ຮູ້ວ່າ:
“ເຂດພັກຜ່ອນບຳລຸງສຸຂະພາບທີ່ໃກ້ຊິດສະໜິດສະໜົມປະສານເຂົ້າກັບທຳມະຊາດ. ລະບົບຫ້ອງນອນຈາກເຮືອນຊັ້ນດຽວຕະຫຼອດຮອດເຂດເຮືອນຮ້ານເຜົ່າເມື່ອງ ຖືກອອກແບບຕັ້ງຢູ່ກ້ອງຮົ່ມເຢັນຂອງຕົ້ນໄມ້ໃຫຍ່. ຢູ່ທີ່ນີ້ກໍ່ມີເດີ່ນກ໊ອບ 9 ຂຸມ, ແຂກທ່ອງທ່ຽວສ່ວນຫຼາຍມານີ້ພັກຜ່ອນໃນທ້າຍອາທິດ ສະເລ່ຍແຕ່ 800 ຄົນຕໍ່ 1.200 ຄົນຕໍ່ວັນ”.
ບໍ່ພຽງແຕ່ແມ່ນສະຖານທີ່ແວ່ຢາມເທົ່ານັ້ນ, ເອດູແລນ ບາວີ່ ຍັງແມ່ນສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວມາຄົ້ນຫາທີ່ເປັນໜ້າຈັບໃຈ ນຳມາເຊິ່ງຜົນປະໂຫຍດທາງດ້ານຄວາມຮູ້ ແລະ ທັກສະໃນການດຳລົງຊີວິດ. ນີ້ແມ່ນສະຖານທີ່ທຳມະຊາດທີ່ລຽບງ່າຍ ປະສານເຂົ້າກັບທຳມະຊາດທີ່ສະຫງົບງຽບ.
