ປ່າ​ສະ​ຫງວນ​ແຫ່ງ​ຊາດ ກອນ​ກ່າ​ກິງ ນອນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ແຂວງ ຢາ​ລາຍ ຫ່າງ​ຈາກ​ນະ​ຄອນ ເປຼກູ 50 ກິ​ໂລ​ແມັດ​ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ. ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ເປັນ​ໜ້າ​ຈັບ​ໃຈ​ແທດ​ເໝາະ​ກັບ​ແຂກ​ທ່ອງ​ທ່ຽວ​ ຢາກ​ມີ​ບ່ອນ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດຫຼາຍ​ຮູບຫຼາຍ​ສີ. ຈາກ​ທາງຫຼວງ 19 ເຂົ້າ​ໄປ​ສອງ​ສາ​ມກິ​ໂລ​ແມັດ, ຜູ້​ຄົນ​ທັງຫຼາຍ​ຕ້ອງ​ຕົກ​ສະ​ເງິ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ແປກ​ປະຫຼາດ ​ດ້ວຍ​ແຖວ​ຕົ້ນ​ໄມ້​ໃຫຍ່​ອາ​ຍຸ​ນັບຮ້ອຍ​ປີ, ສຽງ​ນ້ຳ​ຫ້ວຍ​ໄຫຼ​ປະ​ສານ​ກັບ​ສຽງ​ນົກ​ຮ້ອງ​ ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບາຍ. ເຂົ້າ​ໄປ​ເລິກກວ່າ​ອີກ ​ແຂກ​ທ່ອງ​ທ່ຽວ​ຈະ​ພົບເຫັນຝູງກວາງ​ສີ​ກາ​ພວມ​ກິນ​ຫຍ້າ, ຝູງ​ລີງ​ພວມ​ຢູ່​ເທິງ​ກິ່ງ​ໄມ້… ທ່ານ ຟ້າມ​ແອັງ​ຕ໊ວນ ປະ​ທານ​ຄະ​ນະ​ກຳ​ມະ​ປະ​ຊ​ຊົນ​ແຂວງ ຢາ​ລາຍ ໃຫ້​ຮູ້​ວ່າ:

“ປ່າ​ສະ​ຫງວນ​ແຫ່ງ​ຊາດ ກອນ​ກ່າ​ກິງ ແມ່ນ​ຂອງ​ປະ​ເສີດໂດຍ​ທຳ​ມະ​ຊາດ​ບັນ​ດານ​ໃຫ້ ບໍ່​ພຽງ​ແຕ່​ແຂວງ ຢາ​ລາຍ ເທົ່າ​ນັ້​ນ ຫາກ​ຍັງ​ໃຫ້​ແກ່ ຫວຽດ​ນາມ ແລະ ໂລກ​ອີກ​ດ້ວຍ. ພວກ​ຂ້າ​ພະ​ເຈົ້າ​ພວມ​ໄປ​ສຳຫຼວດ​ຕົວ​ຈິງ​ ເພື່ອ​ຊອກ​ຫາ​ວິ​ທີ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ການ​ທ່ອງ​ທ່ຽວ ພ້ອມ​ທັງ​ເຊື້​ອເ​ຊີນ​ເພື່ອນ​ມິດ​ສາ​ກົນ​ມາ​ຄົ້ນ​ຫາ​ແຫ່ງນີ້”.

ດ້ວຍ​ເນື້ອ​ທີ່​ປ່າ​ດົງ​ດິບ​ເກື​ອບ 42.000 ເຮັກ​ຕາ ແລະ ລະ​ດັບ​ປົກ​ຄຸມເກືອບ 94%, ກອນ​ກ່າ​ກິງ ແມ່ນ​ຊາຍ​ຄາ​​ຂອງພຶກ​ສາ​ຊາດ 1.700 ຊະ​ນິດ ​ແລະ ສັດ​ເກືອບ 800 ປະ​ເພດ ໃນ​ນັ້ນ​ມີຫຼາຍ​ປະ​ເພດ​ທີ່​ມີ​ຄ່າ​ຫາ​ຍາກ ນີ້​ຍັງ​ແມ່ນ​ແຫ່ງ​ທີ່​ເປັນ​ຍອດນ​້ຳ​ຂອງຫຼາຍ​ລຳ​ແມ່​ນ້ຳ​ໃຫຍ່​ໃນ​ເຂດ ເຕິຍ ງວຽນ ຄື ແມ່​ນ້ຳ ບາ, ແມ່​ນ້ຳ ດັກ​ແນ, ແມ່​ນ້ຳ ອາ​ຢຸນ… (ເທບ). ເຂດ​ເຄິ່ງ​ກາງ​ຂອງ​ປ່າ​ສະ​ຫງວນ​ແມ່ນ​ເຂດ​ດຳ​ລົງ​ຊີ​ວິດ​ຂອງ​ເຜົ່າ ບາ​ນາ ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັ​ກຂອງ​ສາ​ລາ​​ບ້ານ, ຄ້ອງ, ແຜ່ນ​ແພ​ພື້ນ​ເມືອງ ແລະ ບັນ​ດາ​ງານ​ບຸນ​ປະ​ເພ​ນີ. ທັງ​ໝົດ​ເຫຼົ່າ​ນັ້ນ​ທັງ​ເປັນ​ສ້າງ​ເປັນ​ຮູບ​ພາບ​ສັງ​ລວມ ທັງ​ໃຫຍ່​ໂຕະ​ໂຫ​ຖານ ທັງ​ຮົກ​ເຮື້ອ ແລະ ຊ້ອນ​ແຝງ​ບັນ​ດາ​ເລື່ອງ​ລາວ​ທີ່​ເປັນ​ເອ​ກະ​ລັກ. ທ່ານ ເຈິ່ນ​ຫວຽດ​ແອັງ ປະ​ທານ​​ສະ​ຫະສະ​ມາ​ຄົມ​ທ່ອງ​ທ່ຽວ​ແຂວງ ດັກ​ລັກ ຖື​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ບັນ​ດາ​ລາຍການ​ທ່ອງ​ທ່ຽວ​ພິ​ເສດ ສົມ​ທົບ​ກັບ​ການ​ທ່ອງ​ທ່ຽວ​ທະ​ເລ ແລະ ທ່ອງ​ທ່ຽ​ວ ປ່າ​ໄມ້ ວິ​ທີ​ສົມ​ທົບ​ນີ້​ຈະ​ເຮັດ​ໃຫ້​ລາຍ​ການ​ທ່ອງ​ທ່ຽວ​ມີ​ຄວາມ​ໃໝ່​ອ່ຽ​ມ ແລະ ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ”.

ສ່ວນ​ທ່ານ ໂງ​ດຶກ​ຖັງ ຜູ້​ອຳ​ນວຍ​ການປ່າ​ສະ​ຫງວນ​ແຫ່ງ​ຊາດ ກອນ​ກ່າ​ກິງ ຫວັງ​ວ່າ​ຢູ່​ແຫ່ງ​ນີ້​ຈະ​ພັດ​ທະ​ນາ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຂຽວ​ຍືນ​ຍົງ. ທ່ານ​ກ່​າວ​ວ່າ:

“ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ພວກ​ຂ້າ​ພະ​ເຈົ້າ​ຈະ​ຍູ້​ແຮງ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກ​ສາ​ທັດ​ຊະ​ນີ​ຍະ​ພາບ, ຄຸນ​ຄ່າ​ປ່າ​ໄມ້ ​ຮັບ​ໃຊ້​ວຽກ​ງານ​ອະ​ນຸ​ລັກ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ສົ​ມ​ທົບ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ສ້າງ​ຜະ​ລິດ​ຕະ​ພັນ​ການ​ບໍ​ລິ​ການ ແລະ ພື້ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ”.

ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ພ້ອມ​ກັບ​ການ​ອະ​ນຸ​ລັກ, ແຂວງ ຢາ​ລາຍ ໃຫ້​ບູ​ລິ​ມະ​ສິດ​ໃຫ້​ແກ່​ການ​ສ້າງ​ແຜນ​ຜັງ, ສ້າງ​ໂຄງ​ລ່າງ​ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ສິ່ງ​ແວດ​ລ​້ອມ. ທ່ານ ຟ້າມ​ແອັ​ຕ໊ວນ ໃຫ້​ຮູ້​ຕື່ມ​ອີກວ່າ:

“ພວກ​ຂ້າ​ພະ​ເຈົ້າຈະ​ສຳຫຼວດກວດ​ກາ​ວຽກ​ງານ​ທັງ​ໝົດ ​​ຈາກການ​ວາງ​ແຜນ​ຜັງຕະຫຼອດ​ຮອດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ສຸດ​ທ້າຍ​ແມ່ນ​ການ​​ຈັດ​ຕັ້ງຕ້ອນ​ຮັບ​ແຂກ​ຖ​ືກ​ຕາມ​ລະ​ບຽບ​ການ​ຂອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດນີ້”.

ມາ​ທ່ຽວ​ຢູ່ ກອນ​ກ່າ​ກິງ ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ລົງ​ຢ້ຽມ​ຢາມ​ບັນ​ດາ​ໝູ່​ບ້ານຂອງ​ເຜົ່າ​ຕ່າງໆ​ຂອງ​ເຂດ ​ເຕິຍງວຽນ ພິ​ເສດ​ການ​ຮ່ວມ​ຊີ​ວິດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງຊາວ​ເຜົ່າ ບາ​ນາ ​ຍັງ​ຖືກ​ຮັກ​ສາ​ໄວ້​ເໝືອນ​ເດີມ. ປ່າ​ສະ​ຫງວນ​ແຫ່ງ​ຊາດ ກອນ​ກ່າ​ກິງ ແມ່ນ​ສະ​ຖານ​ທີ່​ເປັນ​ໜ້າ​ຈັບ​ໃຈ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​​ມັກມາ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ.