ພາຍຫຼັງ​ຜ່ານ​ໄລ​ຍະ​ທາງ​ທີ່​ລະ​ອິດ​ລະ​ອ້ຽວ, ​ເສົາ​ທຸງ​ຊາດ ອາ​ປາ​ຈາຍ ໄດ້​ປາ​ກົດ​ຂຶ້ນ, ຍິ່ງ​ຂຶ້ນ​ສູງ​ທິວ​ທັດ​ພູ​ຜາ​ປ່າ​​ໄມ້ສະຫຼັບ​ສັບຊ້​ອນ ຍິ່ງ​ປາ​ກົດ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫ​ຖານ. ແລະ ເມື່ອ​ຢືນ​ໃຕ້​ເສົາ​ທຸງ​ຊາດ, ເບິ່ງ​ຜືນ​ທຸງ​ປິວ​ສະ​ບັດ​ໃນ​ທ່າມ​ກາງ​ສາຍ​ລົມ, ແຕ່​ລະ​ຄົນ​ຕ່າງກໍ່​ມີວ​ຄາມ​ເອກ​ອ້າງ​ທະ​ນົງ​ໃຈ. ອ້າຍ ເຈິ່ນ​ມິງ​ຈຶ້ງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ:

“ເປັນ​ຄັ້ງ​ທຳ​ອິດ​ທີ່​ເຮົາ​ໄດ້​ໄປ​ເຖິງ ອາ​ປາ​ຈາຍ ເຮົາ​ບໍ່​ສາ​ມາດ​ພັນ​ລະ​ນາ​ໄດ້ ກ່ຽວ​ກັບ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ຫວຽດ​ນາມ ເມື່ອ​ໄປ​ເຖິງ​ເຂດ​ດິນ​ທາງ​ທິດ​ຕາ​ເວັນ​ຕົກ​ຂ​ອງ​ປະ​ເທດ​ຊາດ. ທັດ​ຊະ​ນີ​ຍະ​ພາບ​ພູ​ຜາ​ປ່າ​ໄມ້​ຂອງ ຫວຽດ​ນາມ ແລະ ພິ​ເສດ​ແມ່ນ​ຢູ່ ອາ​ປາ​ຈາຍ ແມ່ນ​ສະຫຼັບ​ສັບ​ຊ້ອນ​ງົດ​ງາມ​ທີ່​ສຸດ

ໂດຍ​ໄດ້​ລົງ​ມືກໍ່​ສ້າງ​ນັບ​ແຕ່​ເດືອນ ພະ​ຈິກ ປີ 2023 ຢູ່​ຕາ​ແສງ ສິນ​ເທົ່າ ແຂວງ ດ້ຽນ​ບຽນ, ເສົາ​ທຸງ​ຊາດ ອາ​ປາ​ຈາຍ ຕັ້ງ​ຢູ່​ລວງ​ສູງ 1.459 ແມັດ ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ ແລະ ຫ່າງ​ຈາກ​ຈຸດ​ໄຂວ່​ກັນ​ເສັ້ນ​ຊາຍ​ແດນ​ສາມ​ປະ​ເທດ ຫວຽດ​ນາມ ລາວ ຈີນ 1,3 ກິ​ໂລ​ແມັດ. ຫຼຽວ​ເບິ່ງ​ຈາກ​ບ່ອນ​ສູງ, ເນື້ອ​ທີ່ 407 ຕາ​ແມັດ​ຂອງ​ກິດ​ຈະ​ກຳ ປຽບ​ເໝືອນດອກ​ບານ​ພວມ​ບານ​ສະ​ພັ່ງ. ​ຢູ່ທີ່ນີ້​ຜຶນ​ທຸງ​ຊາດ​ມີ​ເນື້ອ​ທີ່ 37,5 ຕາ​ແມັດ ໃນ​ນັ້ນ​ຕົວ​ເລກ 7,5 ມີ​ຄວາມ​ໝາຍ​ເຖິງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ໋ ວັນ​ທີ 7 ພຶດ​ສະ​ພາ. ຢູ່​ທາງ​ລຸ່ມ​ແມ່ນ​ລະ​ບົບ​ແຜ່ນຮູບແກະ​ຄວັດ​ສະຫຼັກ 5 ແຜ່ນ ພັນ​ລະ​ນາ​ເຖິງ​ເລື່ອງ​ລາວ​ກ່ຽວ​ກັບ​ກົ​ກເຄົ້າ​ເຫງົ້າ​ກໍ, ພັນ​ລະ​ນາ​ເຖິງ​ຊີ​ວິດ​ການ​ອອກ​ແຮງ​ງານ, ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ເຫຼື້ອມ​ໃສ ພ້ອມ​ກັບ​ວາດ​ຟ້ອນ​ສຽງ​ແຄນ ​ສຽງ​ຂຸ່ຍ​ທີ່​ລຽບ​ງ່າຍ. ພິ​ເສດ​ຮູບ​ແກະ​ຄວັດ​ສ​ະຫຼັກກ່​ຽວ​ກັບ​ປະ​ທານ ໂຮ່​ຈີ​ມິນ ກັບ​ພໍ່​ແມ່​ພີ່​ນ້ອງ​ເຂດ ເຕີຍ​ບັກ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ. ພັນ​ຕີ ດິງກວັກ​ເຕິບ ຮອງ​ກຳ​ມະ​ການ​ການ​ເມືອງ ປ້ອມ​ປ້ອງ​ກັນ​ຊາຍ​ແດນ ອາ​ປາ​ຈາຍ, ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ ດ້ຽນ​ບຽນ ໃຫ້​ຮູ້​ວ່າ:

“ເສົາ​ທຸງ ອາ​ປາ​ຈາຍ ໄດ້​ຮັບ​ການກໍ່​ສ້າງ, ທີ​ໜຶ່ງ ແມ່ນ​ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຜຶນ​ແຜ່ນ​ດິນ​ທີ​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ. ທີ​ສອງ ແມ່ນເພື່ອ​ສຶກ​ສາ​ອົບ​ຮົມ​ມູນ​ເຊື້ອ​ຮັກ​ຊາດ ຮັກ​ບ້ານ​ເກີດ​ເມືອງນອນ​ໃຫ້​ແກ່​ຊາວ ຫວຽດ​ນາມ ລຸ້ນ​ຕ່າງໆ. ແລະ ທີ​ສາມ ແມ່ນ​ເພື່ອ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ເຂດ ເຕີຍ​ບັກ ເວົ້າ​ລວມ ເວົ້າ​ສະ​ເພາະ​ແມ່ນ​ຂອງ​ແຂວງ ດ້ຽນ​ບຽນ”.

ຢູ່ ອາ​ປາ​ຈາຍ ຄຸນ​ຄ່າ​ວັດ​ທະ​ນະ​ທຳ ຮ່າຍີ່ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເຄົາ​ລົບ ແລະ ຮັກ​ສາ​ຈາກ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້. ຈາກ​ອາ​ຊີບ​ເຮັດ​ເຄື່ອງ​ຈັກ​ສານ ຕະຫຼອດ​ຮອດ​ການ​ສ້າງ​ຊຸດ​ອາ​ພອນ ເຊິ່ງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ, ທັງ​ໝົດ​ເຫຼົ່າ​ນັ້ນ​ກໍ່​ຊ້ອນ​ແຝງ​ຄວາມ​ຄາດຫວັງ ອະ​ນຸ​ລັກ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ເຜົ່າ​ຕົນ. ຄວາມ​ຄາດ​ຫວັງ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ສຽງ​ດົນ​ຕີ ວາດ​ຟ້ອນທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່. ນາງ ລໍ່​ຊໍ​ປື໊ ຢ່​ູແຫ່ງນີ້ ໃຫ້​ຮູ້​ວ່າ:

“ໃນ​ຕອນ​ກາງ​ເວັນ​ໄປ​ເຮັດ​ວຽກ​ແລ້ວ ຮອດ​ຕອນ​ຄ​່ຳຈຶ່ງ​ແອບ​ຟ້ອນ​ນຳ​ກັນ. ກອງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຂອງ​ບ້ານ​ເຮົາໃນ​ຍາມ​ບຸນ​ປີ​ໃໝ່​ປະ​ເພ​ນີ​ ຮ່າ​ຍີ່ ກໍ່​ໄດ້​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ​ນຳ​ກັນ. ມີ​ແຂກ​ມາ​ເຮົາ​ຈຶ່ງ​ພົບ​ປະ​ແລກ​ປ່ຽນ​ກັບ​ແຂກ”.

ໄປ​ຮອດເຂດ​ທາງ​ທິດ​ຕາ​ເວັນ​​ຕົກ ອາ​ປາ​ຈາຍ ບໍ່​ພຽງ​ແຕ່​ໄດ້​ໄປ​ຮອດ​ເຂດ​ຊາຍ​ແດນ​ຕອນ​ເໜືອ​ສຸດ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ເດີນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ. ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ຮັກ​ບ້ານ​ເກີດ​ເມືອງນອນ ແລະ ຄວາມ​ຄາດ​ຫວັງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ບັນ​ດາ​ເຜົ່າ​ຍັງ​ຄົງ​ຖືກ​ຂຽນ​ຕໍ່​ຢູ່​ແຕ່​ລະ​ຄອບ​ຄົວ ເພື່ອ​ສ້າງ​ຄຸນ​ຄ່າ​ໃຫ້​ແກ່​ດິນ​ແດນ ດ້ຽນ​ບຽນ ປະ​ຫວັດ​ສາດແຫ່ງ​ທີ່​ເມື່ອ​ໄປ​ຮອດ​ ແຂກ​ທ່ອງ​ທ່ຽວ​ຈະ​ມີ​ຄວາມ​ຊົງ​ຈຳ​ຍາກ​ທີ່​ຈະຫຼົງ​ລືມ​ໄດ້.