ໂດຍ​ຫ່າງ​ຈາກ​ໃຈ​ກາງ ຮ່າ​ໂນ້ຍ 100 ກິ​ໂລ​ແມັດ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ ເຊິ່ງ​ໄດ້​ຊ້ອນ​ຕົວ​ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້ ແທັງ​ເຊີນ, ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຫງອກ​ດົ່ງ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ມີ​ຄວາມ​ແຕກ​ຕ່າງ​ກັບ​ຊີ​ວິດ​ເນືອງ​ນັນ​ຢູ່​ເຂດ​ຕົວ​ເມືອງ.

​ໃນ​ເນື້ອ​ທີ່ກວ່າ 10 ເຮັກ​ຕາ, ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຫງອກ​ດົ່ງ ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ແບບ​ທ່ອງ​ທ່ຽວ​ກະ​ສິ​ກຳ ສົມ​ທົບ​ກັບ​ການ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ ດ້ວຍ​ບັນ​ດາ​ເຂດ​ເຮືອນ​ພັກ, ທັດ​ຊະ​ນີ​ຍະ​ພາບ ແລະ ສະ​ຖານ​ທີ່​ຄົ້ນ​ຫາ​ຕົວ​ຈິງ​ທີ່​ຕິດ​ພັນ​ກັບ​ທຳ​ມະ​ຊາດ. ດ້ວຍ​ບັນ​ຍາ​ກາດ​ສະ​ຫງົບ​ງຽບ, ອາ​ກາດ​ປອດ​ໂປ່ງ ພ້ອມ​ກັບ​ການ​ຄົ້ນ​ຫາ​ຕົວ​ຈິງ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກໍ່​ແມ່ນເ​ງື່​ອນ​ໄຂທີ່​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດຫຼາຍ​ຄົນ​ຮູ້​ສຶກເປັນ​ໜ້າ​ຈັບ​ໃຈ. ອ້າຍ ດາ​ນີ​ເອນ ການ​ໂລ​ວາ​ແກ​ຣນ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ອັງ​ກິດ ເປີດ​ເຜີຍ​ວ່າ:

“ການ​ເດີນ​ທາງ​ທ່ອງ​ທ່ຽວ​ຄັ້ງ​ນີ້ ແມ່ນ​ເປັນ​ໜ້າ​ຈັບ​ໃຈ​ອີຫຼີ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາ​ໂຮມ​ສະ​ເຕ​ທາງ​ສື່​ສັງ​ຄົມ. ນີ້​ກໍ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດີ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊົມ​ການ​ຕີ​ລາ​ຄາ ແລະ ຄິດ​ວ່ານີ້​ແມ່ນ​ສະ​ຖານ​ທີ່​ສົມ​ບູນ​ແບບ ເພື່ອ​ພັກ​ຜ່ອນ​ບຳ​ລຸງ​ສ​ຸ​ຂະ​ພາບ. ​ຢູ່​ແຫ່ງນີ້​ມີ​ຄວາມ​ສະ​ຫງົບ​ງຽບ ແລະ ທັດ​ຊະ​ນີ​ຍະ​ພາບ​ງົດ​ງາມ​ທີ່​ສຸດ”.

ຢູ່​ໂຮມ​ສະ​ເຕ​ໃນ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ແຂກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ພັກ​ຜ່ອນ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ຊີ​ວິດ​ພ້ອມ​ກັບ​ຊາວ​ທ້ອງ​ຖິ່ນ​ອີກ​ດ້ວຍ. ເຮືອນຫຼັງ​ຕ່າງ​ໆ​ຖືກກໍ່​ດ້ວຍ​ໄມ້​ແບບ​ລຽບ​ງ່າຍ ມີ​ປະ​ຕູ​ມຸ່ງ​ໄປ​ສູ່​ໂນນ​ຊາ​ຂຽວ​ອຸ່ມ​ທຸ່ມ ແລະ ສວນ​ຕົ້ນ​ໄມ້​ກິນ​ໝາກ. ກໍ່​ຍ້ອນ​ຄວາມ​ລຽບ​ງ່າຍ​ເຫຼົ່າ​ນີ້​ໄດ້​ສ້າ​ງຄວາມ​ດຶງ​ດູດ​ໃຈ​ສະ​ເພາະ​ໃຫ້​ແກ່ ຫງອກ​ດົ່ງ ສິ່ງ​ທີ່​ເຂດ​ທ່ອງ​ທ່ຽວ​ບຳ​ລຸງ​ສຸ​ຂະ​ພາບ​ລະ​ດັບ​ສູງຫຼາຍ​ແຫ່ງ​ຍາກ​ທີ່​ຈະ​ບັນ​ລຸ​ໄດ້. ນາງ ຈີ​ນາ ມາກ​ລີ ແຂກ​ທ່ອງ​ທ່ຽວ​ຊາວ ອັງ​ກິດ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ມາ​​ທ່ຽວ​ຢູ່​ທີ່ນີ້​ໄດ້​ໜຶ່​ວັນ​ແລ້ວ ແລະ ໃນ​ມື້ນີ້​ແມ່ນ​ມື້ທີ່​ທ້ອງ​ຟ້າ​ແຈ່ມ​ໃສ ອາ​ກາດ​ປອດ​ໂປ່ງ. ປະ​ຊາ​ຊົນ​ຢູ່​ທີ່ນີ້​ມີ​ຄວາມ​ຮັກ​ແພງ​ແຂກ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕຶກ​ປາ​ຢູ່​ໜອງ ແລະ ມີ​ຄວາມ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ​ເມື່ອ​ມານີ້”.

ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ເທົ່າ​ນັ້ນ, ຫງອກ​ດົ່ງ ຍັງ​ແມ່ນ​ແຫ່ງ​ທີ່​ແຂກ​ທ່ອງ​ທ່ຽວ​ມັກ​ຄົ້ນ​ຫາ​ວັດ​ທະ​ນະ​ທ​ຳ​ທ້ອງ​ຖິ່ນ ຈາກ​ອາ​ຫານ​ການ​ກິນ​ທີ່​ອຸ​ດົມ​ສົມ​ບູນ ຕະຫຼອດ​ຮອດ​ຊີ​ວິດ​ປະ​ຈຳ​ວັນ. ບັນ​ດາ​ເຍື່ອງ​ອາ​ຫານ​ຢູ່​ແຫ່ງນີ້​ມີ ປີ້ງ​ປາ, ສົ້ມ​ໝູ, ຜັກ​ປ່າ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລົດ​ຊາດ​ເຂດ​ພູ​ຜາ​ປ່າ​ໄມ້ ແທັງ​ເຊີນ. ໃນ​ທ່າ​ອ່ຽງ​ທ່ອງ​ທ່ຽວ​ຄົ້ນ​ຫາ​ທຳ​ມະ​ຊາດ, ບັນ​ດາ​ຄຸນ​ຄ່າ​ທີ່​ແທ້​ຈິງ​ເຊັ່ນ​ນີ້ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ທ່ານ ຫງວຽນ​ວັນ​ແທັງ ເຈົ້າ​ຂອງ​ບ້ານ​ຊຸມ​ຊົນ​ຊີ​ວະ​ພາບ ຫງອກ​ດົ່ງ ຕາ​ແສງ ແທັງ​ເຊີນ ແຂວງ ຝູ​ເຖາະ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ແມ່ນ​ເພື່ອ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່ວນ​ເຫື່ອ​ແຮງ​ເລັກ​ນ້ອຍ ເພື່ອ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ. ຂ້າ​ພະ​ເຈົ້າ​ເລືອກ​ເອົາ​ການ​ເຮັດ​ທ່ອງ​ທ່ຽວ ເພາະ​ວ່ານີ້​ແມ່ນ​ຜະ​ລິດ​ຕະ​ພັນ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ​ທິດ​ທ່ອງ​ທ່ຽວ​ຊີ​ວະ​ພາບ ດັ່ງ​ນັ້ນ​ຢູ່​ທີ່ນີ້ກໍ່​ມີ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມຫຼາຍ​ປະ​ເພດ. ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ຽວ​ຊົມ​ຢ່າງຫຼວງຫຼາຍ”.

ດ້ວຍ​ບັນ​ດາ​ຄຸນ​ຄ່າ​ເຫຼົ່າ​ນີ້, ຫງອກ​ດົ່ງ ​ພວມ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ຝູ​ເຖາະ. ນີ້​ແມ່ນ​ແ​ຫ່ງ​ເພື່ອ​ໃຫ້​ແຕ່​ລະ​ຄົນ​ໄດ້​ເຊື່ອມ​ເຂົ້າ​ກັບ​ທຳ​ມະ​ຊາດ ແລະ ບັນ​ດາ​ສິ່ງ​ທີ່​ລຽບ​ງ່າຍ​ທີ່​ສຸດ.