ຄວາມປະທັບໃຈທຳອິດ ເມື່ອມາຢາມ ເລິບຮີນ ແມ່ນເຂດສີຂຽວ ໄດ້ຮັບການບົວລະບັດຮັກສາ. ບັນດາບໍລິເວນຖືກຈັດສັນດ້ວຍທັດຊະນີຍະພາບ ຈາກສວນດອກໄມ້, ເນື້ອທີ່ຫຍ້າຕະຫຼອດຮອດບໍລິເວນຕ່າງໆໄດ້ຮັບການປະດັບປະດາ ເພື່ອຮັບໃຊ້ການຖ່າຍຮູບທີ່ລະນຶກ. ນາງ ເກິ່ມທິເຕືອຍ ຢູ່ຕາແສງ ທານອວຽນ ແຂວງ ລາຍເຈົາ ມາຖ່າຍຮູບທີ່ລະນຶກຢູ່ ເລິບຮີນ ເປີດເຜີຍວ່າ:
“ຢູ່ທີ່ນີ້ມີທັດຊະນີຍະພາບງົດງາມທີ່ສຸດ. ຢູ່ທີ່ນີ້ອາກາດປອດໂປ່ງ, ດອກໄມ້ຢາມໃດກໍ່ຂຽວສົດງົດງາມ”.
ບໍ່ພຽງແຕ່ແມ່ນບ່ອນຖ່າຍຮູບທີ່ລະນຶກເທົ່ານັ້ນ ເລິບຮີນ ຍັງພັດທະນາຕາມທິດເປັນເຂດພັກຜ່ອນບຳລຸງສຸຂະພາບ. ລະບົບເຮືອນຊັ້ນດຽວ, ພັດຕະຄານ, ຮ້ານກາຟາ ແລະ ຮ້ານກິນດື່ມຕັ້ງຢູ່ກາງແຈ້ງໄດ້ຊ່ວຍໃຫ້ແຂກທ່ອງທ່ຽວສາມາດມາພັກເຊົາ ຫຼື ຈັດຕັ້ງການເຄື່ອນໄຫວຄົ້ນຫາຕົວຈິງໃນບໍລິເວນ. ຈາກນີ້ແຂກທ່ອງທ່ຽວຈະໄດ້ຮັບຊົມແສງອາລຸນໃໝ່ຢູ່ທົ່ງນາ ເມື່ອງທານ ຫຼື ຮັບຊົມດວງຕາເວັນຕົກຢູ່ສາຍພູທາງໄກ. ນາງເລທູທຸ໋ຍ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ເຂດ ເລິບຮີນ ນີ້, ຢູ່ທີ່ນີ້ທັດຊະນີຍະພາບເປັນໜ້າຈັບໃຈ, ການບໍລິການຄົບທຸກຢ່າງຈາກການລະຫຼິ້ນບັນເທິງ, ສະຖານທີ່ຖ່າຍຮູບເປັນທີ່ລະລຶກ, ສະຖານທີ່ພັກເຊົາ, ຮ້ານກິນດື່ມ. ຄອບຄົວຂອງຂ້າພະເຈົ້າມາພັກເຊົາຢູ່ນີ້ສອງວັນ ແລະ ກໍ່ໄດ້ຮັບປະທານຫຼາຍເຍື່ອງອາຫານຂອງທ້ອງຖິ່ນ”.
ເພື່ອຮັກສາຄວາມດູດດື່ມຂອງສະຖານທ່ອງທ່ຽວ, ເຂດທ່ອງທ່ຽວນີ້ໄດ້ເພີ່ມເຕີມດອກໄມ້ຊະນິດຕ່າງໆຕາມລະດູ, ບູລະນະທັດຊະນີຍະພາບ ແລະ ລົງທຶນບັນດາກິດຈະກຳຮັບໃຊ້ແຂກມາພັກເຊົາ. ກໍ່ຍ້ອນການລົງທຶນນີ້ໄດ້ຊ່ວຍໃຫ້ ເລິບຮີນ ສ້າງຄວາມປະທັບໃຈທີ່ດີໃນສາຍຕາຂອງແຂກທ່ອງທ່ຽວຢູ່ພາຍ ແລະ ຕ່າງປະເທດ. ນາງ ຈິ້ງທິເງິ່ນ ເຈົ້າຂອງສະຖານທີ່ທ່ອງທ່ຽວ ເລິບຮີນ ຢູຕາແສງ ທານອວຽນ ແຂວງ ລາຍເຈົາ ໃຫ້ຮູ້ວາ:
“ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ ເລິບຮີນ ຫຼາຍທີ່ສຸດແມ່ນຊຸມວັນພັກບຸນ. ເວລານັ້ນແຂກທ່ອງທ່ຽວຈາກສາລະທິດໄດ້ມາຄົ້ນຫາໃນທ້າຍອາທິດ. ນອກຈາກແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງແຂວງແລ້ວ, ເລິບຮີນ ຍັງໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍຄະນະ ພ້ອມກັນນັ້ນ ເລິບຮີນ ຍັງພັດທະນາວັດທະນະທຳສີສັນບັນດາເຜົ່າ ເພື່ອແນະນຳໃຫ້ແຂກສາກົນຮັບຊາບ”.
ຈາກບໍລິເວນເປັນໂນນພູ ແລະ ທົ່ງນາ, ເລິບຮີນ ໄດ້ກາຍເປັນຜະລິດຕະພັນທ່ອງທ່ຽວໃໝ່ຂອງ ທານອວຽນ. ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຢ້ຽມຊົມ, ຖ່າຍຮູບເປັນທີ່ລະນຶກເທົ່ານັ້ນ, ຢູ່ແຫ່ງນີ້ຍັງສ້າງໃຫ້ມີການເລືອກເຟັ້ນພັກຜ່ອນບຳລຸງສຸຂະພາບໃຫ້ແກ່ແຂກທ່ອງທ່ຽວຕື່ມອີກ ເມື່ອມີໂອກາດມາຢາມແຂວງ ລາຍເຈົາ. ການທີ່ໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວກໍ່ແມ່ນພື້ນຖານເພື່ອໃຫ້ ເລິບຮີນ ສືບຕໍ່ສ້າງການບໍລິການໃຫ້ສົມບຸນແບບ ປະກອບສ່ວນນຳ ທານອວຽນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຜນທີ່ທ່ອງທ່ຽວເຂດ ເຕິຍບັກ.
ໂດຍບໍ່ມີຄວາມເນືອງນັນຫຼາຍເກີນໄປ ແລະ ກໍ່ບໍເດີນຕາມກິດຈະກຳດ້ວຍຂອບຂະໜາດໃຫຍ່, ເລິບຮີນ ໄດ້ເລືອກເອົາວິທີດຶງດູດແຂກທ່ອງທ່ຽວດ້ວຍເຂດສີຂຽວ, ການບໍລິການຄົບທຸກຢ່າງ ແລະ ມີຄວາມສະຫວາດສະເຫວີຍໃນທ່າມກາງທິວທັດທຳມະຊາດ. ເບິ່ງຄືວ່າຍອ້ນເຫດນີ້ເອງມີຫຼາຍຄົນໄດ້ຖືວ່າ ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດໂອກາດແວ່ຢາມ ເມື່ອມາຢາມຕາແສງ ທານອວຽນ ໃນແຂວງລາຍເຈົາ.
