ນ່າຊີ ແມ່ນຕະຫຼາດນ້ອຍຢູ່ແຄມທາງ, ບ່ອນບໍ່ພຽງແຕ່ແມ່ນສະຖານທີ່ຊື້ຂາຍສິນຄ້າອາຫານເທົ່ານັ້ນ ຫາກຍັງແມ່ນຫໍພິພິທະພັນທີ່ມີຊີວິດ ກ່ຽວກັບອາຫານເຂດພູຜາປ່າໄມ້ ແລະ ມີຊື່ສຽງດ້ວຍບັນດາປະເພດສິນຄ້າ ເຊິ່ງບໍ່ແມ່ນວ່າຜູ້ໃດກໍ່ກ້າລອງກິນ. ເພື່ອມີບັນດາສິນຄ້າປະເພດທີ່ອຸດົມສົມບູນນີ້, ຊາວທ້ອງຖິ່ນຕ້ອງເຂົ້າໄປປ່າ ໄປເນື້ອທີ່ໄຮ່ນັບແຕ່ຮຸ່ງເຊົ້າ ຫຼື ໃນຍາມຄ້ອຍຄ່ຳ ເຊິ່ງແມ່ນຊ່ວງເວລາທີ່ແມງໄມ້ໄດ້ປາກົດຫຼາຍກວ່າໝູ່. ຢູ່ທາງເຂົ້າຕະຫຼາດ, ແຂກທ່ອງທ່ຽວຈະພົບເຫັນແມງໄມ້ຫຼາຍປະເພດຖືກວາງຂາຍຢ່າງເປັນລະບຽບ ຄື ຈັກຈັ່ນ, ແມງແຄງ, ດັກແດ້… ທັງໝົດລ້ວນແຕ່ໄດ້ຮັບການປຸງແຕ່ງ ຫຼື ຍັງເປັນສົດ ອັນໄດ້ສ້າງເປັນເຂດຕະຫຼາດທີ່ແປກປະຫຼາດສຳລັບແຂກທ່ອງທ່ຽວທັງຫຼາຍ. ມີແມງໄມ້ບາງຊະນິດມີລາຄາຂາຍເຖິງ 300.000 ຫາ 400.000 ດົ່ງຕໍ່ໂລ. ນາງ ລໍ່ທິບູນ ຜູ້ຂາຍຢູ່ຕະຫຼາດ ນ່າຊີ ໃຫ້ຮູ້ວ່າ:
“ຈັກຈັ່ນ ກໍ່ປາກົດມີໃນໄລຍະແຕ່ເດືອນ ພຶດສະພາ ຫາເດືອນ ກໍລະກົດ. ຈັກຈັ່ນໂຕອ່ອນສີດຳມີຊີ້ນຫຼາຍ ແລະ ໂຕໃຫຍ່ກວ່າຈັກຈັ່ນສີຂາວ ຂາຍດ້ວຍລາຄາ 300.000 ດົ່ງຕໍ່ໂລ. ສຳລັບຈັກຈັ່ນໂຕອ່ອນແມ່ນຂົ້ວກັບນ້ຳໜໍ່ໄມ້ສົ້ມແມ່ນແຊບທີ່ສຸດ ແລະ ຖ້າຫາກໃສ່ນ້ຳມັນຕື່ມເລັກນ້ອຍໃຫ້ກອບດີ.“
ຕະຫຼາດ ນ່າຊີ ນີ້ ແມງໄມ້ປະເພດໃດກໍ່ມີໝົດ, ລະດູໃດກໍ່ມີແມງໄມ້ຕ່າງຫາກ. ນີ້ແມ່ນຕະຫຼາດແມງໄມ້ໃຫຍ່ທີ່ສຸດ ແລະ ມີຊື່ສຽງ. ນາງ ລໍ່ທິເຕືອຍ ຜູ້ຂາຍເຄື່ອງເປັນເວລາດົນນານຢູ່ຕະຫຼາດ ນ່າຊີ ໃຫ້ຮູ້ວ່າ ແຂກມາຊື້ແມງໄມ້ຢູ່ທີ່ນີ້ສ່ວນຫຼາຍແມ່ນປະຊາຊົນຢູ່ອ້ອມເຂດ ແລະ ແຂກທ່ອງທ່ຽວ. ແມງໄມ້ທີ່ຂາຍດີທີ່ສຸດ ແມ່ນຈັກຈັ່ນໂຕອ່ອນ ແລະ ແມງແຄງຂາຍດີທີ່ສຸດ, ມີບາງມື້ກໍ່ໄດ້ເກືອບ 10 ໂລ ນຳລາຍຮັບມາໃຫ້ຄອບຄົວເປັນປົກກະຕິ, ນາງ ເຕືອຍ ໃຫ້ຮູ້ວ່າ:
“ສະເລ່ຍແຕ່ລະວັນ ຂ້າພະເຈົ້າຂາຍແມງແຄງໄດ້ປະມານ 30 ໂລ, ມີຫຼາຍເທົ່າໃດກໍ່ຂາຍໝົດເທົ່ານັ້ນ. ແມງແຄງໂຕອ່ອນກໍ່ຂາຍດ້ວຍລາຄາ 60.000 ດົ່ງຕໍ່ໂລ. ສຳລັບຈັກຈັ່ນໂຕອ່ອນ ກໍ່ຂາຍປະມານ 40.000 ດົ່ງຕໍ່ຂີດ. ເດືອນໜຶ່ງຂ້າພະເຈົ້າມີລາຍຮັບແຕ່ 3.000.000 ຫາ 6.000.000 ດົ່ງ”.
ບໍ່ພຽງແຕ່ແມ່ນບ່ອນຄ້າຂາຍເທົ່ານັ້ນ, ຕະຫຼາດ ນ່າຊີ ຍັງເປັນຈຸດແວ່ຢາມທີ່ຈັບໃຈສຳລັບແຂກທ່ອງທ່ຽວ. ມີຫຼາຍຄົນແວ່ຢາມບໍ່ພຽງແຕ່ຊື້ເຄື່ອງເທົ່ານັ້ນ ຫາກຍັງເພື່ອຄົ້ນຫາວັດທະນະທຳອາຫານການກິນທີ່ເປັນເອກະລັກຢູ່ເຂດພູສູງອີກດ້ວຍ. ນາງ ເລທິຊວ໊ຽນ ຢູ່ຕາແສງ ຕ່ວນຢ໊າວ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:
“ແຕ່ລະເທື່ອເມື່ອມີໂອກາດເດີນທາງຜ່ານນີ້ ພວກຂ້າພະເຈົ້າກໍ່ແວ່ຢາມຕະຫຼາດ. ຢູ່ທີ່ນີ້ມີອາຫານ ຫຼາຍເຍື່ອງ ເຊິ່ງທັງຄອບຄົວຂອງຂ້າພະເຈົ້າຊົມຊອບທີ່ສຸດ ເປັນຕົ້ນ ແມ່ນບັນດາເຍື່ອງອາຫານປຸງແຕ່ງຈາກແມງໄມ້ ຄື ດັກແດ້, ຈັກຈັ່ນໂຕອ່ອນ, ຕັກແຕນ… ຜັກຊະນິດຕ່າງໆກໍ່ອຸດົມສົມບູນທີ່ສຸດ ພຽງແຕ່ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຈຶ່ງມີເທົ່ານັ້ນ”.
ຕະຫຼາດ ນ່າຊີ ຕັ້ງຢູ່ແຄມທາງຫຼວເລກ 6 ເສັ້ນທາງທີ່ສຳຄັນເຊື່ອມຕໍ່ລະຫວາງບັນດາແຂວງເຂດ ເຕີຍບັກ, ເພາະສະນັ້ນໃນແຕ່ລະວັນກໍ່ມີຜູ້ໄປມາຢ່າງຫຼວງ ຫຼາຍ. ໃນທ່າມກາງການດຳລົງຊີວິດທີ່ທັນສະໄໝ, ຕະຫຼາດຍັງຄົງຮັກສາຄວາມລຽບງ່າຍສະເພາະຂອງຕົນ. ຢູ່ແຫ່ງນີ້ບໍ່ພຽງແຕ່ສ່ອງແສງເຖິງຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຫົວຄິດປະດິດສ້າງໃນວິທີນຳໃຊ້ແຫ່ງຊັບພະຍາກອນໃນທຳມະຊາດອີກດ້ວຍ. ແມງໄມ້ປະເພດຕ່າງໆ ໂດຍຜ່ານສີມືອັນຄ່ອງແຄ້ວຂອງຊາວທ້ອງຖິ່ນໄດ້ກາຍເປັນບັນດາເຍື່ອງອາຫານພິເສດ ນຳມາເຊິ່ງມູນຄ່າດ້ານເສດຖະກິດ ແລະ ປະກອບສ່ວນເຮັດໃຫ້ສີສັນອາຫານການກິນຂອງທ້ອງຖິ່ນເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ.
