ໂດຍບໍ່ໄດ້ຂາຍປີ້ຜ່ານປະຕູໂຂງ, ພຽງແຕ່ມີເຂດຫີນ ແລະ ບໍ່ວ່າຜູ້ໃດເມື່ອມາຢ້ຽມຢາມຫາດ ດ໊າເດ໊ຍ ກໍ່ຈະຕ້ອງຜ່ານໝູ່ບ້ານຫີນທີ່ໃສ່ຊື່ວ່າ ຝູແຮັ້ງ. ເມື່ອບໍ່ດົນມານີ້ ໝູ່ບ້ານແຫ່ງນີ້ ພັດມີຊື່ສຽງທາງເຄື່ອຂ່າຍອິນເຕີເນັດ ແລະ ໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກມາຢ້ຽມຊົມໝູ່ບ້ານ ເພື່ອຄົ້ນຫາເຂດຫີນ. ຢູ່ແຫ່ງນີ້ບໍ່ພຽງແຕ່ມີທັດຊະນີຍະພາຍທີ່ງົດງາມເທົ່ານ້ັນ ຫາກຍັງເກັບຮັກສາບັນດາຮ່ອງຮອຍສະຖານເມື່ອກ່ອນນີ້ອີກດ້ວຍ. ສິ່ງທີ່ພິເສດແມ່ນຢູ່ໝູ່ບ້ານແຫ່ງນີ້ຍັງຄົງຮັກສານ້ຳສ້າງບູຮານ ທີ່ຍາມໃດກໍ່ເຕັມໄປດ້ວຍນ້ຳໃສເຢັນ. ນັກຄົ້ນຄວ້າປະຫວັດສາດວັດທະນະທຳ ຫງວຽນແຢັງແຮັ້ງ ໃຫ້ຮູ້ວ່າ:
“ຜ່ານການສຳຫຼວດຕົວຈິງພວກຂ້າພະເຈົ້າເຫັນວ່າ ນ້ຳສ້າງເຫຼົ່ານີ້ມີມາກ່ອນນີ້ ປະມານ 200 ປີ. ຂ້າພະເຈົ້າຄິດວ່າສິ່ງນີ້ຕ້ອງການອະນຸລັກ ເພື່ອໃນພາຍພາກໜ້າ ພວກເຮົາຈະໄດ້ຊອກຮູ້ກ່ຽວກັບໄລຍະປະຫວັດສາດຂອງປູ່ຍ່າຕາຍາຍຕື່ມອີກ ພ້ອມທັງຮັບໃຊ້ການພັດທະນາການທ່ອງທ່ຽວອີກດ້ວຍ”.
ພ້ອມກັບນ້ຳສ້າງຫີນ, ໝູ່ບ້ານ ຝູແຮັ້ງ ຍັງດຶງດູດແຂກທ່ອງທ່ຽວດ້ວຍເສັ້ນທາງຫີນທີ່ເກົ່າແກ່ລຽບຕາມແຖວຕົ້ນໄມ້ໃຫຍ່ທີ່ມີອາຍຸນັບ 100 ປີ ພ້ອມກັບລະບົບກຳແພງຫີນວາງກອງກັນ. ຢູ່ໝູ່ບ້ານ ຝູແຮັ້ງ ກໍ່ມີເສັ້ນທາງຫີນທີ່ເກົ່າແກ່ລຽບຕາມແຖວຕົ້ນໄມ້ໃຫຍ່ ພາໄປເຖິງໂນນຕ່ຳ ຖືກເອີ້ນວ່າ ໂກ໋ແທັກ. ຈາກໂນນໜ່ວຍນີ້ ມຸ່ງໜ້າສູ່ທະເລກໍ່ອາດຈະເຫັນ ຮ່ອນອ໊ຽນ, ອ່າວ ຊວັນດ່າຍ ແລະ ຫາດຊາຍທະເລ ໂກ໋ແທັກ. ແຂກທ່ອງທ່ຽວມານີ້ກໍ່ລ້ວນແຕ່ມິຄວາມປະທັບໃຈທີ່ສຸດ. ອ້າຍ ຫງວຽນຈີ໊ເຕື່ອງ ແຂກທ່ອງທ່ຽວມາຈາກແຂວງ ດົ່ງນາຍ ແລະ ອ້າຍ ຫງວຽນຫິວເຍິນ ຢູ່ຕາແສງ ຮວ່າຫຽບ ແຂວງ ດັກລັກ ໃຫ້ຂໍ້ສັງເກດວ່າ:
“ໂນນ ໂກ໋ແທັກ ແມ່ນສວຍງາມທີ່ສຸດ ມີລັກສະນະເກົ່າແກ່ຄືຢູ່ ເອີຣົບ, ນ້ອງມີຄວາມປະທັບໃຈຕໍ່ລະບົບຫີນຖືກວາງກອງກັນເປັນຊັ້ນ”
“ຂ້າພະເຈົ້າກໍ່ໄດ້ຜ່ານທາງຕິ໊ກຕ໊ອກ ແລ້ວກໍ່ມານີ້ຮັບຊົມຕົວຈິງກໍ່ເຫັນວ່າງາມແທ້ງາມວ່າ. ລະບົບຫີນຢູ່ທາງລຸ່ມເຂົາເຈົ້າກໍ່ຈັດສັນຢ່າງສວຍງາມ ແລະ ເມື່ອຂຶ້ນເຖິງຍອດໂນນພູກໍ່ເຫັນທິວທັດທຳມະຊາດງົດງາມທີ່ສຸດ”.
ທ່ານ ຫງວຽນເລົາ ຢູ່ບ້ານ ຝູແຮັ້ງ ຕາແສງ ຕຸຍອານດົງ ແຂວງ ດັກລັກ ມີຄວາມທະນົງໃຈຕໍ່ມໍລະດົກຫີນທີ່ຍັງຄົງຖືກຮັກສາຢູ່ໝູ່ບ້ານຂອງຕົນ ແລະ ປັດຈຸບັນທ່ານພວມຮັບໃຊ້ແຂກທ່ອງທ່ຽວເມື່ອມາຢ້ຽມຊົມຢູ່ໝູ່ບ້ານຫີນ ຝູແຮັ້ງ. ທ່ານກ່າວວ່າ:
“ແຂກທ່ອງທ່ຽວເມື່ອມານີ້ກໍ່ເຄີຍໂທລະສັບຫາຂ້າພະເຈົ້າ ຂຶ້ນໂນນ ໂກ໋ແທັກ, ແຂກທ່ອງທ່ຽວເຄີຍຖາມວ່າ ຫີນນີ້ແມ່ນຫີນຫຍັງ. ຂ້າພະເຈົ້າຍັງແນະນຳວ່າ ນີ້ແມ່ນຫີນບູຮານ. ເມື່ອກ່ອນນີ້ ເຂົາເຈົ້າໄດ້ວາງຫີນກອງກັນໂດຍບໍ່ໃຊ້ຊີມັງ ແລະ ໄດ້ຄົງຕົວມາຮອດປັດຈຸບັນ”.
ໃນຂະບວນການພັດທະນາການທ່ອງທ່ຽວແບບຍືນຍົງ, ຖ້າຫາກ ດ໊າເດ໊ຍ ແມ່ນສັນຍາລັກຂອງມໍລະດົກທໍລະນີທຳມະຊາດນັ້ນ, ຝູແຮັ້ງ ກໍ່ເປັນສັນຍາລັກແຫ່ງພູມປັນຍາ, ສີສັນ ແລະ ພະລັງຊີວິດຂອງຊາວປະມົງຢູ່ແຄມທະເລ. ຂະນະທີ່ສອງຄຸນຄ່ານີ້ຖືກຕໍ່ກັນນັ້ນ, ແຫ່ງນີ້ບໍ່ພຽງແຕ່ແມ່ນຈຸດນັດພົບທີ່ມີຄວາມງາມຮົກເຮື້ອເທົ່ານັ້ັ້ນ ຫາກຍັງກາຍເປັນເຂດວັດທະນະທຳທີ່ມີຊີວິດຊີວາ ເລິກເຊິ່ງ ແລະ ມີຄວາມແຕກຕ່າງກັບແຫ່ງອື່ນຂອງແຂວງ ດັກລັກ ເວົ້າສະເພາະ ແລະ ຂອງ ຫວຽດນາມ ເວົ້າລວມ.
