85ປີ​ພາຍ​ຫຼັງ​ວັນ​ປະ​ຫວັດ​ສາດ​ນັ້ນ​,ກາວ​ບັ່ງໄດ້​ປະ​ຕິ​ບັດ​ຂະ​ບວນ​ການ​ໃໝ່​,ນັ້ນ​ແມ່ນ​:ສ້າງ​“ເຂດ​ວັດ​ທະ​ນະ​ທຳໂຮ່​ຈີ​ມິນ​”,ເພື່ອ​ໃຫ້​ມໍ​ລະ​ດົກ​ການ​ປະ​ຕິ​ວັດ​ນີ້​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພາຍ​ໃນ​ໃຫ້​ແກ່​ການ​ພັດ​ທະ​ນາ​.

​ເຂດ​ວັດ​ທະ​ນະ​ທຳໂຮ່​ຈີ​ມິນຢູ່​ແຂວງກາວ​ບັ່ງໄດ້​ຮັບ​ການ​ສ້າງ​ເປັນ​ຮູບ​ປະ​ທຳ​ດ້ວຍ​ວິ​ທີ​ສຳ​ຜັດທີ່​ມີ​ລວງ​ເລິກ​ດ້ານ​ການ​ເມືອງ - ສັງ​ຄົມ​.ນັ້ນ​ແມ່ນ​ການ​ນຳ​ແນວ​ຄິດ​,ຄຸນ​ສົມ​ບັດ​,ແບບ​ແຜນ​​ຂອງ​ປະ​ທານໂຮ່​ຈີ​ມິນໃຫ້​ກາຍ​ເປັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​,ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກແລະການ​ສຶກ​ສາ​ປະ​ຈຳ​ວັນ​.ການ​ເຊີດ​ຊູ​ວິ​ວັດ​ການ​ປະ​ຕິ​ວັດ​ຂອງລຸງໂຮ່ໄດ້​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ການ​ສ້າງ​ເຂດ​ວັດ​ທະ​ນະ​ທຳ​ທີ່​ທັນ​ສະ​ໄໝ​,ມີ​ກຳ​ລັງ​ແຜ່ກະ​ຈາຍ​,ຊຶມ​ເລິກເຂົ້າ​ໃນ​ຈິດ​ໃຈ​,ພິ​ເສດ​ແມ່ນ​ສຳ​ລັບ​ລຸ້ນ​ໜຸ່ມ​.ທ່ານເຢືອງ​ມາກ​ກຽນ​,ເລ​ຂາຄະ​ນະ​ພັກ​, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ຕາ​ແສງ ເຈື່ອງ​ຮ່າ​, ໃຫ້​ຮູ້​ວ່າ​:

“ເຈື່ອງຮ່າ ແມ່ນກົກເຄົ້າເຫງົ້າກໍ່ຂອງການປະຕິວັດ. ເຂດວັດທະນະທຳນີ້ຊ່ວຍໃຫ້ປະຫວັດສາດກາຍເປັນບັນດາບົດຮຽນທີ່ມີຊີວິດຊີວາ, ສຳຜັັດງ່າຍ. ກ່ຽວກັບຄຸນຄ່າດ້ານວັດທະນະທຳ, ຄຸນສົມບັດ, ນີ້ແມ່ນບັນຫາຫຼັກແຫຼ່ງມີຄວາມໝາຍຍາວນານ, ປະກອບສ່ວນເສີມ​ສ້າງບັນດາຄຸນຄ່າດ້ານວັດທະນະທຳ, ຄຸນສົມບັດດີງາມຂອງບັນດາເຜົ່າ ແລະ ປະຊາຊົນ ກາວບັ່ງ. ກ່ຽວກັບຄຸນຄ່າເປັນກຳລັງໜູນໃຫ້ແກ່ການພັດທະນາ, ເມື່່ອວັດທະນະທຳ ກາຍເປັນພື້ນຖານດ້ານຈິດໃຈ, ປະຊາຊົນມີຄວາມເຊື່ອໝັ້ນ, ຄາດຫວັງບືນຕົວຂຶ້ນ; ສ່ວນສຳລັບລຸ້ນໜຸ່ມແລ້ວ, ນັ້ນແມ່ນວິທີການບຳລຸງອຸ​ດົມ​ຄະ​ຕິ, ຄຸນນະທາດເພື່ອຮູ້ບຸນຄຸນອະດິິດຕະການ, ດຳລົງຊິວິດ ແບບມີຄວາມ ຮັບຜິດຊອບໃນປະຈຸບັນ ແລະ ສ້າງສາອະນາຄົດ”.

ເພື່ອໃຫ້ມໍລະດົກບໍ່ພຽງແຕ່ນອນໃນຫໍພິພິທະພັນ, ເພື່ອ​ໃຫ້ປະຫວັດສາດ ບໍ່ພຽງແຕ່ຢຸດຢູ່ໜ້າປື້ມປະຫວັດສາດເທົ່ານັ້ນ, ແຂວງ ກາວບັ່ງໄດ້ເລືອກເຟັ້ນເຂດ ປູຊະນີຍະສະຖານແຫ່ງຊາດພິເສດ ປັກບໍ໋ ແມ່ນແກ່ນສານຫຼັກແຫຼ່ງໃນເຂດ ວັດທະນະທຳ ໂຮ່ຈີມິນ, ພ້ອມນັ້ນ ໄດ້ເປີດກ້ວາງຂອບຂະໜາດການເຊື່ອມຕໍ່ກັບ ບັນດາສາຍທ່ອງທ່ຽວ “ເດີນຕາມຮອຍລຸງໂຮ່” ຈາກຈິງຊີ, ຫຼູງໂຈ(ປະເທດຈີນ) ຜ່ານຫຼັກໝາຍເລກທີ 108 ກັບເມືອ ປັກບໍ໋, ພູ ກາກມາກ, ຕູບ ຂວຍນຳ້...

ຈຸດ​ພົ້ນ​ເດັ່ນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ເຂດ​ວັດ​ທະ​ນະ​ທຳໂຮ່​ຈີ​ມິນໃນ​ປະ​ຈຸ​ບັນ​ແມ່ນ​ການ​ປະ​ກົດ​ຂອງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​.ແວ່ນ​ເໝືອນ​ຈິງVRເຮັດ​ໃຫ້​ຜູ້​ຊົມ​ສາ​ມາດ​ເຂົ້າ​ຮ່ວມ​ໃນ​ຊຸມ​ວັນ​ເດືອນ​ປີ​ທີ່​ຫຍຸ້ງ​ຍາກ​ລຳ​ບາດ​ຢູ່ຖຳ​້ປັກ​ບໍ໋​;ເຕັກ​ໂນ​ໂລ​ຊີ 3 ມິ​ຕິARໄດ້​ວາດ​ພາບ​ເຖິງ​ປະ​ຫວັດ​ສາດ​ໃນ​ພື້ນ​ທີ່​ຕົວ​ຈິງ​;ຮູບ​ຈຳ​ລອງ 3 ມິ​ຕິ​,ລະ​ບົບ​ຜູ້ນຳ​ທ່ຽວ​ເໝືອນ​ຈິງ​...ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ສົມ​ໜ້າ​​ໃໝ່ໆ​.ເມື່ອ​ຮັບ​ຮູ້​ກ່ຽວ​ກັບ​ບາດ​ກ້າວ​ປ່ຽນ​ແປງ​ນີ້​,ສາດ​ສະ​ດາ​ຈານ​,ປອຟ້າມ​ຮົ່ງ​ລອງ(ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທິ​ຍາ​ສາດສັງ​ຄົມແລະມະ​ນຸດ​ສາດ - ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍ​)ໄດ້​ໃຫ້​ຂໍ້​ສັງ​ເກດວ່າ​:

“ຖ້າ​ຫາກ​ພວກ​ເຮົາ​ສົມ​ທົບ​ການ​ຂຸດ​ຄົ້ນ​ກັບ​ບັນ​ດາ​ຄຸນ​ຄ່າ​ສະ​ຖານ​ທີ່ປະ​ຫວັດ​ສາດ​ປະ​ຕິ​ວັດ​ຜ່ານ​ບັນ​ດາລະບົບດີ​ຈີ​ຕອນ​ຄືAR,VRນັ້ນ​ແມ່ນ​ທິດ​ທາງ​ເໝາະ​ສົມ​ທີ່​ສຸດ​,ພິ​ເສດ​ແມ່ນ​ສຳ​ລັບ​ລຸ້ນ​ໜຸ່ມແລະແຂກ​ທ່ອງ​ທ່ຽວ​ສາ​ກົນ​.ເຕັກ​ໂນ​ໂລ​ຊີ​ຊ່ວຍ​ໃຫ້​ດ້ານ​ຂໍ້​ມູນ​ຂ່າວ​ສານ​ປະ​ຫວັດ​ສາດ​ໄດ້​ສຳ​ຜັດ​ງ່າຍ​ກວ່າ​,ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ກ່ວາ​.ກາວ​ບັ່ງໄດ້​ສົມ​ທົບ​ກັບ​ນະ​ຄອນໂຮ່​ຈີ​ມິນຂຸດຄົ້​ຮູບ​ແບບ​ເຕັກ​ໂນ​ໂລ​ຊີ​ດ້ວຍ​ບັນ​ດາ​ຮ່ອງ​ຮອຍ​ສະ​ຖານ​ຕິດ​ພັນ​ກັບ​ປະ​ທານໂຮ່​ຈີ​ມິນ​,ພ້ອມ​ນັ້ນ​ໄດ້​ຂະ​ຫຍາຍ​ຮູບ​ແບບ​ນີ້​ໃນ​ບໍ​ລິ​ເວນ​ແຂວງ​,ນັ້ນ​ແມ່ນ​ການ​ກະ​ຕຸກ​ຊຸກ​ຍູ້​ສຳ​ຄັນ​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ປະ​ຫວັດ​ສາດ​​ປະ​ຕິ​ວັດກາວ​ບັ່ງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​”.

ບໍ່​ພຽງ​ແຕ່​ຢຸດ​ຢູ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ເທົ່າ​ນັ້ນ​, ພະ​ລັງ​ຊີ​ວິດ​ຂອງ​ເຂດ​ວັດ​ທະ​ນະ​ທຳໂຮ່​ຈີ​ມິນຍັງ​ໄດ້​ຜ່ານ​ບັນ​ດາ​ການ​ສຳ​ຜັດ​ພຶດ​ຕິ​ກຳ​ຕົວ​ຈິງ​ອີກ​ດ້ວຍ​.ກາວ​ບັ່ງໄດ້​ປະ​ສານ​ສົມ​ທົບ​ເຂດ​ວັດ​ທະ​ນະ​ທຳ​ເຂົ້າ​ໃນ​ຊີ​ວິດ​ປະ​ຈຳ​ວັນ​,ສົມ​ທົບ​ກັບ​ໂຮງ​ຮຽນ​,ກຳ​ລັງ​ປະ​ກອບ​ອາ​ວຸດ​ຈັດ​ຕັ້ງ​ໃຫ້​ນັກ​ຮຽນ​,ນັກ​ສຶກ​ສາ​,ນັກ​ຮົບ​ໄປ​ຊອກ​ຮູ້​,ສຳ​ຜັດ​.ເມື່ອ​ເວົ້າ​ເຖິງ​ການ​ກຳ​ນົດ​ທິດ​ຂອງ​ຍຸດ​ທະ​ສາດ​ນີ້​, ທ່ານ ດ່າວ​ວັນ​ມຸ່ຍ​, ຜູ້​ອຳ​ນວຍ​ການ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ກາວ​ບັ່ງ​, ເນັ້ນ​ໜັກ​ວ່າ​:

“ເຂດວັດທະນະທຳ ປະທານ ໂຮ່ຈີມິນ ໄດ້ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ໂຮ່ຈີມິນ. ກາວບັ່ງ ໄດ້ສ້າງແຜນການປະສານສົມທົບເຂດວັດທະນະທຳເຂົ້າໃນບັນດາການເຄື່ອນໄຫວເປັນປະຈຳ; ພ້ອມນັ້ນໄດ້ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຊີ ເພື່ອແຜ່ກະ​ຈາຍຄຸນຄ່າມໍລະດົກເຖິງພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວໃຫ້ຫຼາຍກວ່າອີກ”.

ການສົມທົບລະຫວ່າງທ່ອງທ່ຽວດ້ານຈິດວິນຍານ, ປະຫວັດສາດ ກັບທ່ອງທ່ຽວຊີວະພາບ ບໍ່ພຽງແຕ່ແມ່ນການແຜ່ກະ​ຈາຍຄຸນຄ່າແນວຄິດ ໂຮ່ຈີມິນ ອອກສູ່ໂລກເທົ່ານັ້ນ, ຫາກ​ຍັງແມ່ນການສ້າງວຽກເຮັດງານທຳ, ​ວິ​ທີ​ຫາ​ເງິນລ້ຽງຊີບໃຫ້ພໍ່ແມ່ປະຊາຊົນເຂດຊາຍແດນອີກດ້ວຍ. ທ່ານ ຫງວຽນກວັກຈູງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກາວບັ່ງ, ໃຫ້ຮູ້ວ່າ:

“ເພື່ອເປີດກ້ວາງເຂດວັດທະນະທຳ ໂຮ່ຈີມິນ ຢູ່ແຂວງ ກາວບັ່ງ, ພວກເຮົາສືບຕໍ່ຫວນຄືນມູນເຊື້ອປະຫວັດສາດ, ບັນດາການອຸ​ທິດ​ສ່ວນ​ຢ່າງ​ໃຫຍ່ຫຼວງຂອງ ປະທານ ໂຮ່ຈີມິນ ທີ່ມີຕໍ່ການປະຕິວັດ ຫວຽດນາມ; ຜ່ານນັ້ນເພີ່ມທະວີການສຶກສາແນວຄິດໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ. ພ້ອມນັ້ນ, ສ້າງບັນດາລາຍການ “ທ່ອງທ່ຽວແດງ”, ຫັນຜະລິດຕະພັນການທ່ອງທ່ຽວ ຕິດພັນກັບມູນເຊື້ອການປະຕິວັດເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນ ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດ, ມໍລະດົກທີ່ລຳ້ຄ່າ ຂອງປະທານ ໂຮ່ຈີມິນ ຢູ່ກາວບັ່ງ”.

ໂດຍໄດ້ສຸມໃສ່ການ “ຫັນເປັນຄຸນຄ່າ” ແທນທີການວາງສະແດງໃຫ້​ຜູ້​ມາ​ຊົມ ເທົ່ານັ້ນ, ກາວບັ່ງ ພວມນຳແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ກາຍເປັນແຫຼ່ງກຳລັງດ້ານ ຈິດໃຈເທື່ອ​ລະ​ກ້າວ, ເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ນັ້ນບໍ່ພຽງແຕ່ ແມ່ນບາດກ້າວຍຸດທະສາດ ນຳກາວບັ່ງ ກາຍເປັນສູນການສຶກສາ, ວັດທະນະທຳ ແລະ ຄົ້ນ​ຫາຕົວຈິງມໍລະດົກ ໂຮ່ຈີມິນ ຂອງເຂດ ຫວຽດບັກ ເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວແທດຈິງເພື່ອຫັນມະຕິເລກທີ 80 –NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ - ເພື່ອໃຫ້ແປວໄຟການປະຕິວັດຈາກກົກເຂົ້າເຫງົ້າກໍ່ ປັກບໍ໋ ໄດ້ຮັບ​ການສືບທອດ ແລະ ແຜ່​ກະ​ຈາຍ​ຕະຫຼອດ​ການ./.

Duy Thai - Huyen Trang