ຈາກ​ໃຈ​ກາງ​ຕາ​ແສງ ຟອງກວາງ, ແຂກ​ທ່ອງ​ທ່ຽວ​ໄດ້​ເລີ່ມ​ເດີນ​ທາງ​ໄປ​ຍັງ​ເຂດ​ແກນ​ກາງ​ຂອງ​ປ່າ​ທຳ​ມະ​ຊາດ. ຍິ່ງ​ເຂົ້າ​ໄປ​ເລິກ​ບັນ​ຍາ​ກາດກໍ່​ຍິ່ງ​ສົດ​ໃສ​ເຢັນ​ສະ​ບາຍ.

ປ່າ​ ຊ່າງ​ລໍ ຢູ່ ຟອງກວາງ ແມ່ນ​ໜຶ່ງໃນ​ບັນ​ດາ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຍ່າງ​ຂ້າມ​ປ່າ. ຜ່ານ​ການ​ຍ່າງ​ເປັນ​ເວ​ລາ​ເກືອບໜຶ່ງ​ຊົ່ວ​ໂມງ, ນ້ຳ​ຕົນ​ຕາດ ຫຼຸ໋ງບ໊າງ ໄດ້​ປາ​ກົດ​ຂຶ້ນ​ປຽບ​ເໝືອນ​ຍຸ​ວະ​ນ​າ​ລີ ພວມ​ນັ່ງ​ຢູ່​ກາງ​ປ່າ​ເຢັນ​ສະ​ບາຍ. ມານີ້​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວເຂົ້າ​ກັບ​ກະ​ແສ​ນ້ຳ​ເຢັນ​ສະ​ບາຍ ພ້ອມ​ທັງ​ໄດ້​ຖາຍ​ຮູບ​ທີ່​ລະ​ນຶກ​ທີ່​ເປັນ​ໜ້າ​ຈັບ​ໃຈ. ອ້າຍ ເລືອງ​ຢຸຍ​ແຢັວງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ນ້ຳ​ຕົກ​ຕາດ ຫຼຸ໋ງ​ບ໊າງ ງາມ​ທີ່​ສຸດ ແລະ ມີ​ຄວາມ​ສູງ 30 ແມັດ ນ້ຳ​ໄຫຼ​ຕະຫຼອດ​ປີ. ນີ້​ແມ່ນ​ສະ​ຖານ​ທີ່​ຈັບ​ໃຈ ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວມາ​ຄົ້ນ​ຫາ, ​ທັງ​ໄດ້​ພັກ​ຜ່ອນ​ທັງ​ໄດ້​ອາບ​ນ້ຳ ພາຍຫຼັງ​ການ​ເດີນ​ທາງ​ດ້ວຍ​ຄວາມ​ອິດ​ເມື່ອຍ”.

ຈາກ​ນ້ຳ​ຕົກ​ຕາດ ຫຼຸ໋ງ​ບ໊າງ, ແຂກ​ທ່ອງ​ທ່ຽວ​ສືບ​ຕໍ່​ຍ່າງ​ຂ້າມ​ປ່າ, ຜ່ານ​ແຖວ​ໄຜ່ປ່າ, ​ຊ່າງ​ລໍ, ຜ່ານ​ຫ້ວຍ​ນ້ຳໄຫຼ​ເຢັນ​ສະ​ບາຍ, ແຂກ​ທ່ອງ​ທ່ຽວ​ຈະ​ໄປ​ຮອດ​ເຂດ​ທົ່ງ​ຫຍ້າ​​ທີ່ກວ້າງ​ໃຫຍ່ຂຽວ​ອຸ່ມ​ທຸ່ມ​ ໃນ​ທ່າມ​ກາງ​ແສງ​ແດດ​ທ​ີ່​ອົບ​ອຸ່ນ. ນອກ​ຈາກນັ້ນ​ແຂກ​ທ່ອງ​ທ່ຽວຍັງຈະ​ພົບ​ເຫັນ​ບັນ​ດາ​ຕົ້​ນ​ຊາ​ໃຫຍ່ ຊານ​ຕວ໊ຽດ ທີ່​ມີ​ອາ​ຍຸ​ນັບ​ຮ້ອຍ​ປີ. ນາງ ເຈິ່ນ​ທິ​ຮ່ຽນ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ເງະ​ອານ ໃຫ້​ຮູ້​ວ່າ:

“ມານີ້​ເຫັນນ້ຳ​ຕົກ​ຕາດ ຫຼຸ໋ງ​ບ໊າງ ງາມ​ທີ່​ສຸດ, ຄວາມ​ອິດ​ເມື່ອຍ​ທຸກ​ຍ່າງ​ຈະ​ໄດ້​ຫາຍ​ໄປ​ໝົດ. ພາຍຫຼັງ​ໄດ້​ຮັບ​ຟັງການ​ແນະ​ນຳ​ກ່ຽວ​ກັບ​ຕົ້ນ​ຊາ ຊານ​ຕວ໊ຽດ ນ້ອງກໍ່​ດີ​ໃຈ​ທີ່​ສຸດ. ຈາກ​ນ້ຳ​ຕົກ​ຕາດຜ່ານ​ເນື້ອ​ທີ່​ປ່າ​ ແລ້ວກໍ່​ຮອດ​ຮ່ອມ​ພູ​ທີ່ກວ້າງ​ໃຫຍ່ງາມ​ຕາ. ຍ່າງ​ເຂົ້າໄປ​ເລິ​ກ​ອີກ​ຈະ​ພົບ​ເຫັນ​ປ່າ​ໄມ້​ໄຜ່, ປ່າ​ກ້ວຍ ນີ້ກໍ່​ແມ່ນ​ການ​ຄົ້ນ​ຫາ​ທີ່​ເປັນ​ໜ້າ​ຈັບ​ໃຈ​ອີຫຼີ”.

ດ້ວຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຍັງ​ເໝືອນ​ເດີມ, ຟອງກວາງ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບໍ​ລິ​ເວນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ເພື່ອ​ພັດ​ທະ​ນາ​ປະ​ເພດ​ທ່ອງ​ທ່ຽວ​ຍ່າງ​ຄົ້ນ​ຫາ. ຕາມ​ຂະ​ແໜງທ່ອງ​ທ່ຽວ​ແຂວງ ຖາຍງວຽນ ແລ້ວ ການ​ພັດ​ທະ​ນາ​ບັນ​ດາ​ເສັ້ນ​ທາງ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ທຳ​ມະ​ຊາດ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເປັນຫຼາຍ​ຮູບຫຼາຍ​ແບບເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ໂອ​ກາດ​ໃ​ຫ້ຊາວ​ທ້ອງ​ຖິ່ນ​ມີ​ການ​ຫາ​ເງິນ​ລ້ຽງ​ຊີບ​ຜ່ານ​ການ​ເຄື່ອນ​ໄຫວ​ແນະ​ນຳ, ການບໍ​ລິ​ການ​ພັກ​ເຊົາ, ຮ້ານ​ກິນ​ດື່ມ​ ແລະ ​ແນະ​ນຳສິນ​ພິ​ເສດ​ຢູ່​ເຂດ​ພູ​ສູງ. ນາງ ຈູ​ທິ​ໂດ໊ ຮອງ​ຫົວ​ໜ້າ​ສູນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ແຂວງ ຖາຍງວຽ​ນ ໃຫ້​ຮູ້​ວ່າ:

“ຜ່ານ​ການ​ຄົ້ນ​ຫາ​ຢູ່​ຕາ​ແສງ ຟອງກວາງ ແຂວງ ຖາຍງວຽນ ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຄົ້ນ​ຫາ​ ນ້ຳ​ຕົກ​ຕາດ ຫຼຸ໋ງ​ບ໊າງ ແລະ ເສັ້ນ​ທາງ​ຜ່ານ​ທົ່ງ​ຫຍ້າ ແລະ ໄດ້​ຮັບ​ຊົມ​ບັນ​ດາ​ຕົ້ນ​ຊາ​ໃຫຍ່ ຊານ​ຕວ໊ຽດ ທີ່​ມີ​ອາ​ຍຸ​ນັບ​ຮ້ອ​ຍປີ. ນີ້​ແມ່ນ​ການ​ເຄື່ອນ​ໄຫວມີ​ລັກ​ສະ​ນະ​ຄົ້ນ​ຫາ​ທຳ​ມະ​ຊາດ ຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ”.

ໃນ​ທ່າມ​ກາງ​ການ​ດຳ​ລົງ​ຊີ​ວິດ​ທີ່​ທ​ັນ​ສ​ະໄໝ, ບັນ​ດ​າເສັ້ນ​ທາງ​ຄື ເສັ້ນ​ທາງ​ໄປ​ຍັງ ຫຼຸ໋ງບ໊າງ ກໍ່​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ກັບ​ຄືນ​ສູ່​ທຳ​ມະ​ຊາດ ຊອກ​ຫາ​ຄຸ​ນ​ຄ່າ​ດັ້ງ​ເດີມ​ຂອງ​ການ​ດຳ​ລົງ​ຊີ​ວິດ. ນັ້ນ​ແມ່ນຄວາມ​ດູດ​ດື່ມ​ເປັນ​ພິ​ເສດ​ຂອງ​ການ​ທ່ອງ​ທ່ຽວ​ຢູ່​ແຂວງ ຖາຍງວຽນ ໃນ​ວັນ​ນີ້ ເຊິ່ງ​ແມ່ນ​ແຫ່ງ​ທີ່​ມີ​ຄວາມ​ງາມ​ຮົກ​ເຮື້ອ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢູ່​ເຂດ​ປ່າ​ໄມ້​ທີ່ກວ້າງ​ໃຫຍ່​ໄພ​ສານ.