ທາດ​ຍ້ານ ສູງ​ເກືອບ 24 ແມັດ ຖືກກໍ່​ສ້າງ​ດ້ວຍ​ດິນ​ຈີ່​ເຜົ່າ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວ​ເຜົ່າ​ຈ​ຳ ໃນ​ທ້າຍ​ສະ​ຕະ​ວັດ​ທີ XI ແລະ ຕົ້ນ ສະ​ຕະ​ວັດ​ທີ XII. ທາດ​ຍ້ານ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເຜົ່າ​ຈຳ ທີ່​ຍັງ​ຖືກ​ຮັກ​ສາ​ໄວ້​ເໝືອນ​ເດີມ​ຢູ່​ພາກ​ກາງ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ. ແຕ່​ລະ​ປີ​ໃນ​ກາງ​ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ພິ​ທີ​ໄຫວ້​ບູ​ຊາ​ດວງວິນ​ຍານ​ຂອງ​ເຈົ້າ​ແມ່​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ທີ່ນີ້ ອັນ​ໄດ້​ດຶງ​ດູດ​ຊາວ​ທ້​ອງ​ຖິ່ນ ແລະ ແຂກ​ເຂົ້າ​ຮ່ວມ​ຢ່າງຫຼວງຫຼາຍ. ນັກ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ ຫງວຽນ​ແຢັງ​ແຮັ້ງ ຢູ່​ຕາ​ແສງ ຕຸຍ​ຮ​ວ່າ ແຂວງ ດັກ​ລັກ ໃຫ້​ຮູ້​ວ່າ:

“ທາດ​ຍ້ານ​ບູ​ຊາ​ເຈົ້າ​ແມ່ ໂປ​ນີ​ນາ​ກາ ໄລ​ຍະ​ຕໍ່​ມາ​ຊາວ ຫວຽດ​ນາມ ເອີ້ນ​ວ່າ ເຈົ້າ​ແມ່ ​ທຽນ​ອີ​ອາ​ນາ. ເຈົ້າ​ແມ່​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ເຈົ້າ​ຖິ່ນ​ເຈົ້າ​ຖານ ໄດ້​ຮັບ​ຖື​ວ່າ ​ແ​ມ່ນ​ເຈົ້າ​ຖິ່ນ​ຄຸ້ມ​ຄອງ​ດິນ​ແດນ​ແມ່​ນ້ຳ​ທະ​ເລ​ທັງ​ໝົດ​ຢູ່​ແຫ່ງນີ້”.

ໂດຍ​ຖືກ​ຕັ້ງ​ຢູ່​ກາງ​ຕົວ​ເມືອງ​ແຄມ​ທະ​ເລ​ທີ່​ສັກ​ສິດ, ​ທາດ​ຍ້ານ ໄດ້​ເປັນ​ຂີດ​ໝາຍ​ພິ​ເສດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ ​ເມື່ອ​ມາ​ຢາມ​ເຂດ​ທາງທິດ​ຕາ​ເວັນ​ອອກ​ແຂວງ ດ​ັກ​ລັກ. ນາງ ​ຕົ໊ງ​ທິ​ຫ໋າຍອ໊ຽນ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ຝູ​ເຖາະ ໃຫ້​ຮູ້​ວ່າ:

“ຂຶ້ນ​ມານີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ. ນີ້​ແມ່ນ​ດິນ​ແດນ​ທີ່​ສັກ​ສິດ​ຢູ່​ກາງ​ນະ​ຄອນ​ທີ່​ມີ​ຊຸມ​ຊົນ​ໜາ​ແໜ້ນ ແລະ ທັນ​ສະ​ໄໝ. ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດ້ວຍ​ຕາ​ກິດ​ຈະ​ກຳ​ໜຶ່ງ​ທີ່​ຍັງ​ຄົງ​ຕົວ​ມາ​ແຕ່​ສະ​ຕະ​ວັດ​ທີ XI ແລະ ຍັງ​ຄົງ​ສວຍ​ງາມ ແລະ ຖືກ​ຮັກ​ສາ​ໄວ້​ເໝືອນ​ເດີມ”.

ໃນ​ຊຸມ​ປີ​ມໍ່ໆ​ມານີ້​ບໍ​ລິ​ເວນ ​ທາດ​ຍ້ານ ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເປີດກວ້າງ​ບໍ​ລິ​ເວນ​ທິວ​ທັດ​ທຳ​ມະ​ຊາດ ອັນ​ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຊາວ​ທ້​ອງ​ຖິ່ນ ແລະ ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ແລະ ​ທັດ​ສະ​ນະ​ສຶກ​ສາ. ຈຳ​ນວນ​ແ​ຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ທາດ​ຍ້ານ ນັບ​ມື້​ນັບຫຼາຍ​ຂຶ້ນ ເປັນ​ຕົ້ນ​ແມ່ນ​ຍາມ​ລະ​ດູ​ຮ້ອນ ແລະ ໃນ​ໂອ​ກາດ​ຈັດ​ງານ​ບຸນ​ຕ່າງໆ. ມີ​ແຂກ​ທ່ອງ​ທ່ຽວ​ເພດ​ຍິງ​ຄົນ​ໜຶ່ງ ​ເປີດ​ເຜີຍ​ວ່າ:

“ຢູ່​ທີ່ນີ້​ໃນ​ປັດ​ຈຸ​ບັນ​ແຕກ​ຕ່າງ​ເມື່ອ​ທຽບ​ໃສ່​ເມື່ອ​ກ່ອນຫຼາຍ​ແລ້ວ, ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ໃຫ້​ສວຍ​ງາມກວ່າ​ເກົ່າ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ. ໃນ​ລະ​ດູ​ຮ້ອນ​ຢູ່​ທີ່ນີ້ກໍ່​ມີ​ແຂກ​ທ່ອງ​ທ່ຽວ​ຍິງຫຼາຍ​ຂຶ້ນ. ພິ​ເສດໃນ​ໂອ​ກາດ​ວັນ​ບຸນ​ໃຫຍ່”.

ໃນ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ແຂວງ ດັກ​ລັກ ພາຍຫຼັງ​ໂຮມ​ແຂວງ​ເຂົ້າ​ກັນ, ບໍ​ລິ​ເວນ​ທາງ​ທິດ​ຕາ​ເວັນ​ອອກກໍ່​ມີ​ທ່າ​ໄດ້​ປຽບ​ທາງ​ທະ​ເລ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທິວ​ທັດ​ທຳ​ມະ​ຊາດ​ພວມ​ໄດ້​ຮັບ​ການຢັ້ງ​ຢືນ ແມ່ນ​ເຂດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ. ດັ່ງ​ນັ້ນ ​ທາດ​ຍ້ານ ໄດ້​ຮັບ​ຖື​ວ່າ ແມ່ນສະ​ຖານ​ທີ່​ພົ້ນ​ເດັ່ນ​ເຊື່ອມ​ຕໍ່​ລະ​ຫວ່າງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ຈິດ​ວິນ​ຍານ ແລະ​ ການ​ຄົ້ນ​ຫາ​ທິວ​ທັດ​ທ​ທຳ​ມະ​ຊາດ​ເຂດ​ຕົວ​ເມືອງ​ແຄມ​ທະ​ເລ. ທ່ານ ນາງ ເຈິ່ນ​ທິ​ບື໊ ຮອງ​ຫົວ​ໜ້າ​ຮັບ​ຜິດ​ຊອບ​ຄະ​ນະ​ຄຸ້ມ​ຄອງປູ​ຊະ​ນີ​ຍະ​ສະ​ຖານ - ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ:

“ພາຍຫຼັງ​ຮັບ​ຄຸ້ມ​ຄອງ​ປູ​ຊະ​ນີ​ຍະ​ສະ​ຖານ​ ທາ​ດ ຍ້ານ ນັ້ັ້ນ, ຄະ​ນະ​ຄຸ້ມ​ຄອງ​ໄດ້​ບູ​ລະ​ນະ​ສ້ອມ​ແປງ​ລ​ະ​ບົບ​ຮົ້ວ​ອ້ອມ​ຮອບ ທາດ​ຍ້ານ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ແຕ່​ລະ​ປີ​ຄະ​ນະ​ຄຸ້ມ​ຄອງ​ປູ​ຊະ​ນີ​ຍະ​ສະ​ຖານກໍ່​ຍັງ​ມີ​ລາຍ​ການບູ​ຊາ​ດວງວ​ວິນ​ຍານ​ເຈົ້າ​ແມ່ ເພື່ອ​ຮັບ​ບັນ​ດາ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ຕ້ອງ​ການ​ມາ​ຈູບ​ທູບ​ທຽນ​ໄຫວ້​ບູ​ຊາ​ເຈົ້າ​ແມ່​ຢູ່ ທາດຍ້ານ”.

ໂດຍ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ຂອງວັດ​ທະ​ນະ​ທຳ​ຈຳ​ປາ​ບູ​ຮານ, ທາດ​ຍ້ານ ໃນ​ປັດ​ຈຸ​ບັນ​ຍັງ​ຄົງ​ປາ​ກົດ​ຕົວ​ໃນ​ທ່າມ​ກາງ​ເຂດ​ຕົວ​ເມືອງ​ທີ່​ທັນ​ສະ​ໄໝ ດ້ວຍ​ລັກ​ສະ​ນະ​ທີ່​ເກົ່າ​ແກ່. ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ການ​ເດີນ​ທາງ​ຄົ້ນ​ຫາ​ຢູ່​ເຂດ​ທາງ​ທິດ​ຕາ​ຕ​າ​ເວັນ​ອອກ​ແຂວງ ດັກ​ລັກ.