ປັດຈຸບັນກຸ່ມທາດ ໂປຊາອິີນື ຍັງເຫຼືອພຽງ 3 ທາດເທົ່ານັ້ນ. ໃນນັ້ນມີທາດໃຫຍ່ ຫຼື ເອີ້ນວ່າ ທາດ A ຍັງຄົງຖືກຮັກສາໄວ້ເໝືອນເດີມ ທາດ A ສູງ 16 ແມັດ ບູຊາເທວະດາ ຊີວາ ທາດນີ້ປະກອບດ້ວຍສາມຊັ້ນ ມີປະຕູໃຫຍ່ມຸ່ງໄປສູ່ທິດຕາເວັນອອກ. ສ່ວນທາດນ້ອຍ ຫຼື ເອີ້ນວ່າ ທາດ B ສູງ 12 ແມັດ ປະກອບດ້ວຍ 3 ຊັ້ນຄືທາດ A ແຕ່ນ້ອຍກວ່າ. ທາດນີ້ບູຊາງົວວິເສດ ນານດິນ. ຢູ່ໜ້າທາດ B ກໍ່ມີເດີ່ນທຳພິທີໃຫຍ່ ປັດຈຸບັນເຄີຍນຳໃຊ້ໃນໂອກາດງານບຸນ ກາເຕ. ສ່ວນທາດນ້ອຍກວ່າໝູ່ ຫຼື ເອີ້ນວ່າ ທາດ C ບູຊາເທວະດາໄຟ ດັ່ງນັ້ນປະກອບດ້ວຍ 1 ຊັ້ນ ແລະ ສູງ 5 ແມັດເທົ່ານັ້ນ. ນາງ ເຈົາທິເກິ່ມຕູ໊ ແຂກທ່ອງທ່ຽວຢູ່ແຂວງ ຫວິງລອງ ເປີດເຜີຍວ່າ:
“ຢູ່ທີ່ນີ້ສະຫງົບງຽບທີ່ສຸດ ຂ້າພະເຈົ້າເຫັນວ່າບັນຍາກາດ ກໍ່ຄືມະນຸດຢູ່ທີ່ນີ້ມີຄວາມຮັກແພງແຂກ. ອຳນາດການປົກຄອງທ້ອງຖິ່ນ ໄດ້ສ້າງເຂດທ່ອງທ່ຽວ ເພື່ອໃຫ້ທຸກໆຄົນມາຢ້ຽມຊົມທັດສະນະສຶກສາ”. ມາຢາມເຂດປູຊະນີຍະສະຖານທາດ ໂປຊາອິີນື ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບວາດຟ້ອນ ອັບຊາຣາ ຂອງຊາວເຜົ່າ ຈຳ. ບັນດາວາດຟ້ອນພ້ອມກັບສຽງຂັບລຳທຳເພງ ໃນທ່າມກາງສຽງດົນຕີພື້ນເມືອງຫຼາຍປະເພດຂອງເຜົ່າ ຈຳ ຄື ກອງອີນັງ, ກອງປະຣານຶງ, ແຄນສະຣານາຍ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມຫຼົງໄຫຼ.
“ນ້ອງເຫັນວ່າວາດຟ້ອນຂອງພວກເອື້ອຍງາມທີ່ສຸດ, ວາດຟ້ອນແມ່ນເຂັ້ມຂົ້ນໄປດ້ວຍສີສັນຂອງບັນດາເຜົ່າ. ຜ່ານນີ້ນ້ອງໄດ້ຮັບຊົມ ແລະ ຮຽນຮູ້ຫຼາຍກວ່າອີກກ່ຽວກັບວັດທະນະທຳບັນດາເຜົ່າ ຫວຽດນາມ”.
“ມື້ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮັບຟັງສຽງດົນຕີ, ໄດ້ຮັບຊົມວາດຟ້ອນຂອງພວກນ້ອງຢູ່ທີ່ນີ້ມີຄວາມເປັນເອກະລັກໂດຍສະເພາະ. ພວກຂ້າພະເຈົ້າມີໂອກາດໄດ້ຮັບຊົມຄວາມງາມທາງດ້ານວັດທະນະທຳຂອງເຜົ່າຈຳ”.
ນັ້ນແມ່ນຄວາມຮູ້ສຶກຂອງແຂກທ່ອງທ່ຽວສອງຄົນຢູ່ນະຄອນ ໂຮ່ຈີມິນ ເມື່ອມາຢ້ຽມຊົມທາດ ໂປຊາອິີນື. ນອກຈາກໄດ້ຮັບຊົມລາຍການສະແດງສິລະປະວັນນະຄະດີ, ແຂກທ່ອງທ່ຽວຍັງໄດ້ຄົ້ນຫາອາຊີບເຮັດເຄື່ອງປັ້ນດິນເຜົາ, ອາຊີບຕ່ຳແຜ່ນແພພື້ນເມືອງຂອງເຜົ່າ ຈຳ ອີກດ້ວຍ. ທ່ານ ບ໊າຊິງຕີ໊ ສັງກັດກອງສິລະປະວັນນະຄະດີພື້ນເມືອງເຜົ່າ ຈຳ ໃຫ້ຮູ້ວ່າ:
“ກອງສິລະປະວັນນະຄະດີພື້ນເມືອງເຜົ່າ ຈຳ ຮັບໃຊ້ຢູ່ທີ່ນີ້ມາແຕ່ດົນນານແລ້ວ. ຂ້າພະເຈົ້າສະແດງສິລະປະພື້ນເມືອງເຜົ່າ ຈຳ ຄື ຟ້ອນລຳທຳເພງ ແລະ ສະແດງເຄື່ອງດົນຕີປະສານສຽງ, ແຂກທ່ອງທ່ຽວຊົມຊອບ ແລະ ພາກພູມໃຈທີ່ສຸດ. ເມື່ອຂຶ້ນທາດ, ແຂກທ່ອງທ່ຽວກໍ່ມັກຊົມບັນດາລາຍການສະແດງສິລະປະພື້ນເມືອງເຜົ່າ ຈຳ”.
ທາດປຊາອິີນື ໄດ້ກັ່ນຕອງບັນດາສິ່ງທີ່ຍອດຍິ່ງທາງດ້ານເຕັກນິກ ສະຖາປັດຕະຍະກຳ ແລະ ສິລະປະ ປະດັບປະດາຂອງຊາວເຜົ່າ ຈຳ ເມື່ອກ່ອນນີ້ ເຊິ່ງໄດ້ສ້າງຄວາມງາມຢ່າງສະງ່າຜ່າເຜີຍ ແລະ ລຶກລັບມະຫັດສະຈັນ. ດ້ວຍສະຖາປັດຕະຍະກຳສິລະປະທີ່ເປັນເອກະລັກ, ທາດ ໂປຊາອິີນື ໄດ້ຮັບການຈັດອັນດັບຈາກກະຊວງວັດທະນະທຳ ຖະແຫຼງຂ່າວ ປັດຈຸບັນແມ່ນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແມ່ນປູຊະນີຍະສະຖານສະຖາປັດຕະຍະກຳສິລະປະລະດັບຊາດ ເມື່ອປີ 1991.
