ເສັ້ນທາງພາໄປເຖິງຖ້ຳບໍ່ຍາວປານໃດ ແຕ່ກໍ່ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກເຖິງການຫັນປ່ຽນຂອງບໍລິເວນ. ຈາກແສງສະຫວ່າງຢູ່ກາງແຈ້ງ, ແຂກທ່ອງທ່ຽວຈະຄ່ອຍໆຍ່າງເຂົ້າເງົາມືດທີ່ເຢັນສະບາຍແຫ່ງທີ່ອຸນຫະພູມເກືອບຄືວ່າຍັງຄົງຮັກສາປົກກະຕິຕະຫຼອດປີ. ຖ້ຳຫົວມ້າ ມີຄວາມຍາວ 700 ກວ່າແມັດ, ຄວາມສູງສະເລ່ຍປະມານ 50 ແມັດ ເມື່ອທຽບໃສ່ໜ້າດິນ. ຢູ່ໃນຖ້ຳຖືກແບ່ງເປັນຫຼາຍຫ້ອງນ້ອຍໃຫຍ່ ອັນໄດ້ສ້າງຄວາມຫຼາກຫຼາຍສີສັນທາງດ້ານທັດຊະນີຍະພາບ. ຕີລາຄາຄວາມງາມຂອງ ຖ້ຳຫົວມ້າ, ນັກທ່ອງທ່ຽວຊາວ ຝຣັ່ງ ໃຫ້ຮູ້ວ່າ:
“ຖ້ຳນີ້ໃຫຍ່ໂຕສວຍງາມດ້ວຍສີສັນສົດໃສ; ລະບົບສີໄຟປະກອບດ້ວຍສີແດງ, ສີສົ້ມ ແລະ ສີຂຽວ ງົດງາມທີ່ສຸດ. ບັນດາເພື່ອນສາມາດເຫັນແຈ້ງແຕ່ລະລາຍລະອຽດຂອງນົມຜາຫີນ”.
ເມື່ອໄປຮອດປະຕູຖ້ຳ, ແຂກທ່ອງທ່ຽວຈະເຫັນຖ້ຳທີ່ກວ້າງໃຫຍ່ ດ້ວຍເພດານສູງທີ່ສຸດ, ບັນດາກຸ່ມນົມຜາຫີນໄດ້ທອດລົງປຽບເໝືອນບັນດາແຖບຜ້າໄໝອ່ອນໂຍນຊ້ອນໂຕໃຕ້ແສງໄຟເຫຼືອງອ່ອນທີ່ງາມຕາ. ມີກຸ່ມນົມຜາຫີນປຽບເໝືອນຝູງຊ້າງ, ຝູງ ກວາງ ພວມຄ່ອຍໆຍ່າງເຂົ້າໃນບັນຍາກາດທີ່ງຽບສະງັດ. ມີແຂກທ່ອງທ່ຽວບໍ່ໜ້ອຍໄດ້ຖືວ່າ ແຫ່ງນີ້ປຽບເໝືອນຫໍພິພິທະພັນຮູບແກະຄວັດສະຫຼັກທີ່ມີຊີວິດແຫ່ງທີ່ບໍ່ມີສີມືຂອງມະນຸດ ແຕ່ຄວາມປານີດບັນລຸລະດັບສູງສຸດ. ນາງ ບຸ່ຍທິຮົ່ງແຮັ້ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ຂ້າພະເຈົ້າໄດ້ຄົ້ນຫາຢ້ຽມຊົມ ຖ້ຳຫຼາຍແຫ່ງແລ້ວ, ແຕ່ຂ້າພະເຈົ້າເຫັນວ່າ ຖ້ຳຫົວມ້າ ແມ່ນຖ້ຳພິເສດ ແລະ ມີຄວາມປະທັບໃຈ. ຢູ່ໃນຖ້ຳແມ່ນຮາບພຽງ, ທັດຊະນີຍະພາບຢູ່ທີ່ນີ້ສາມາດຄົ້ນຫາຢ່າງສະດວກສະບາຍ”.
ອ້າຍ ດັ້ງວັນຄາງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຂໍ້ສັງເກດ ເມື່ອມາຄົ້ນຫາ ຖ້ຳຫົວມ້າ ວ່າ: ຖ້ຳຫົວມ້າ ນີ້ ແມ່ນຖ້ຳທຳມະຊາດ, ທາງຂຶ້ນຖ້ຳກໍ່ຍາກພໍສົມຄວນ ຕ້ອງເຂົ້າໄປເລິກ ແລະ ຂຶ້ນສູງ 700 ແມັດ ແຕ່ກົງກັນຂ້າມ ຖ້ຳແຫ່ງນີ້ກໍ່ມີນົມຜາຫີນທຳມະຊາດຫຼາຍທີ່ສຸດ ແລະ ມີມາແຕ່ດົນນານແລ້ວ”. ບໍ່ພຽງແຕ່ມີຄວາມປະທັບໃຈຍ້ອນຄວາມງາມທຳມະຊາດເທົ່ານັ້ນ ຖ້ຳຫົວມ້າ ຍັງຕິດພັນກັບເລື່ອງລາວພື້ນເມືອງຂອງພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນ. ເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງຖ້ຳໃນສະພາບການໃໝ່ນີ້, ຂະແໜງທ່ອງທ່ຽວແຂວງ ຖາຍງວຽນ ໄດ້ ແລະ ພວມຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງຄົບຊຸດ. ນາງ ຫງວຽນຮົ່ງລຽນ ພະນັກງານສູນຂຸດຄົ້ນສົ່ງເສີມພັດທະນາການທ່ອງທ່ຽວແຂວງ ຖາຍງວຽນ ໃຫ້ຮູ້ວ່າ:
“ຖ້ຳຫົວມ້າ ໄດ້ຮັບການຕີລາຄາຈາກແຂກທ່ອງທ່ຽວວ່າ ແມ່ນມີຄວາມງາມທີ່ສຸດ ແລະ ເປັນສະຖານທີ່ທຳມະຊາດຢູ່ເຂດທາງທິດຕາເວັນອອກພາກເໜືອ. ເພື່ອຮັບໃຊ້ວຽກງານໃຫ້ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ, ທາງສູນໄດ້ບູລະນະບໍລິເວນ, ຕິດຕັ້ງລະບົບຕັ່ງນັ່ງພັກຜ່ອນຮັບໃຊ້ແຂກທ່ອງທ່ຽວ”.
ເລື່ອງນຳ ຖ້ຳຫົວມ້າ ເຂົ້າໃນແຜນທີ່ທ່ອງທ່ຽວ ບໍ່ພຽງແຕ່ເພີ່ມຈຳນວນແຂກເທົ່ານັ້ນ ຫາກຍັງສ້າງການຫາເງິນລ້ຽງຊີບໃຫ້ແກ່ຊາວທ້ອງຖິ່ນອີກດ້ວຍ. ບັນດາການບໍລິການຮັບໃຊ້ຢູ່ຕາມສະຖານທີ່, ຜູ້ນຳທ່ຽວຊາວທ້ອງຖິ່ນ, ຜະລິດຕະພັນທ່ອງທ່ຽວຊົມພວມສ້າງຂຶ້ນເປັນຮູບປະທຳ ອັນໄດ້ນຳມາຊຶ່ງແຫຼ່ງລາຍຮັບເປັນປົກກະຕິ. (ເທບ). ຖ້ຳຫົວມ້າ ຈາກເຂດດິນແດນເຄີຍຕິດພັນກັບບັນດາເລື່ອງລາວທີ່ລຶກລັບ, ປັດຈຸບັນພວມຄ່ອຍໆກາຍເປັນສະຖານທີ່ພົ້ນເດັ່ນໃນແຜນທີ່ທ່ອງທ່ຽວຂອງແຂວງ ຖາຍງວຽນ. ແຕ່ການເດີນທາງທ່ອງທ່ຽວນີ້ ພຽງແຕ່ມີຄວາມໝັ້ນຄົງ ຂະນະທີ່ແຕ່ລະບາດກ້າວເດີນລ້ວນແຕ່ຮ່ວມເດີນທາງພ້ອມກັບຄວາມຮັບຜິດຊອບອະນຸລັກຮັກສາໃຫ້ດີ.
