VOV5)
ມີຫຼາຍແຫ່ງບໍ່ຕ້ອງການມີກິດຈະກຳໃຫຍ່, ບໍ່ຕ້ອງການມີການບໍລິການແບບຫຼູຫຼາ ແຕ່ຍັງຄົງມີຄວາມສາມາດຢ່າງພຽງພໍ ເພື່ອດຶງດູດໃຈແຂກທ່ອງທ່ຽວຍ້ອນຄວາມງາມຮົກເຮື້ອຂອງທຳມະຊາດ. ທົ່ງຫຍ້າຂຽວ ຕ່າຊົ່ວ ຂຶ້ນກັບຕາແສງ ຕ່າຊົ່ວ ແຂວງ ເຊີນລາ ກໍ່ແມ່ນແຫ່ງໜຶ່ງຄືດັ່ງກ່າວ. ດ້ວຍຄວາມສູງເກືອບ 1.600 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ ໃນທ່າມກາງສາຍພູສະຫຼັບສັບຊ້ອນຢູ່ເຂດ ເຕິຍບັກ, ເຂດພູພຽງດ້ວຍທົ່ງຫຍ້າຂຽວອຸ່ມທຸ່ມ ບັນຍາກາດປອດໂປ່ງ ແລະ ທັດຊະນີຍະພາບສວຍສົດງົດງາມ. ໃນຊຸມປີມໍ່ໆມານີ້ ຢູ່ແຫ່ງນີ້ໄດ້ກາຍເປັນຈຸດແວ່ຢາມໃນການເດີນທາງທ່ອງທ່ຽວຄົ້ນຫາ ຕ່າຊົ່ວ ເຊິ່ງແມ່ນເຂດດິນທີ່ມີຊື່ສຽງດ້ວຍກຸ່ມເມກເລື່ອນລອຍ ແລະ ເສັ້ນທາງຍ່າງຄົດລ້ຽວທີ່ເປັນໜ້າດູດດື່ມ
ຈາກໃຈກາງຕາແສງ ຕ່າຊົ່ວ ໃນແຂວງ ເຊີນລາ ພາຍຫຼັງເດີນທາງລຽບຕາມເນີນພູປະມານ 10 ກິໂລແມັດ, ແຂກທ່ອງທ່ຽວຈະພົບເຫັນເຂດດິນທີ່ກວ້າງໃຫຍ່ໃນທ່າມກາງເຂດພູຜາປ່າໄມ້. ນັ້ນແມ່ນເຂດທົ່ງຫຍ້າຂຽວອຸ່ມທຸ່ມ. ກໍ່ຍ້ອນຄວາມງາມແບບລຽບງ່າຍນີ້ໄດ້ເຮັດໃຫ້ທົ່ງຫຍ້າກາຍເປັນສະຖານທີ່ທ່ອງທ່ຽວ ເຊິ່ງບັນດາເພື່ອນໜຸ່ມ, ບັນດາຄອບຄົວ ແລະ ບັນດາຜູ້ຮັກທຳມະຊາດໄດ້ຊອກມາຫາ. ນາງ ຟ້າມຢ້ຽວລິງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ມາທ່ຽວຢູ່ທົ່ງຫຍ້າຂຽວອຸ່ມທຸ່ມ ຂ້າພະເຈົ້າຮູ້ສຶກຄືໄປຮອດສາຍພູ ຮິມາໄລຢາ. ເຂດພູຜາປ່າໄມ້ຂຽວອຸ່ມທຸ່ມເຮັດໃຫ້ເຮົາຕົກສະເງິ ເມື່ອມາຢາມເຂດ ຕ່າຊົ່ວ. ຄວາມຮູ້ສຶກຄືດັ່ງເຮົາພວມໄປທ່ຽວຢູ່ຕ່າງປະເທດໃດໜຶ່ງ”.
ບໍ່ພຽງແຕ່ແມ່ນສະຖານທີ່ຢ້ຽມຊົມທັດຊະນີຍະພາບທີ່ງົດງາມເທົ່ານັ້ນ, ທົ່ງຫຍ້າຍັງຄວາມປະທັບໃຈ ຄວາມສະຫວາດສະເຫວີຍທີ່ຍາກທີ່ຈະຫາໄດ້ຢູ່ບ່ອນອື່ນ. ບໍ່ມີສຽງເນືອງນັນຂອງລົດຍົນຍານພາຫະນະ, ບໍ່ມີຄວັນມີພຽງແຕ່ສຽງລົມພັດ, ສຽງນົກຮ້ອງ ແລະ ກິ່ນຫອມຫວນຂອງຕົນໄມ້ໃບຫຍ້າ. ນາງ ຫວູຮົ່ງເຟືອງ ແຂກທ່ອງທ່ຽວຢູ່ຕາແສງ ເຫງຍໂລະ ແຂວງ ລ່າວກາຍ ໃຫ້ຮູ້ວ່າ:
“ເມື່ອໄປຮອດທົ່ງຫຍ້າຢູ່ ຕ່າຊົ່ວ ຂ້າພະເຈົ້າເຫັນວ່າ ບັນຍາກາດຢູ່ທີ່ນີ້ປອດໂປ່ງເຢັນສະບາຍ. ຢູ່ທີ່ນີີ້ ການຈັດສັນຢ່າງດີງາມ ເຊິ່ງເປັນບ່ອນຖ່າຍຮູບທີ່ລະນຶກດີທີ່ສຸດ. ພ້ອມກັນນັ້ນ ເຄື່ອງດື່ມຢູ່ທີ່ນີ້ກໍ່ແຊບນົວທີ່ສຸດ”.
ຕາມອຳນາດາການປົກຄອງທ້ອງຖິ່ນ, ທົ່ງຫຍ້າຂຽວອຸ່ມທຸ່ມ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ປະກອບສ່ວນເຮັດໃຫ້ຜະລິດຕະພັນທ່ອງທ່ຽວຂອງຕາແສງ ຕ່າຊົ່ວ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ. ການກຳນົດທິດຂອງທ້ອງຖິ່ນແມ່ນຂຸດຄົ້ນການທ່ອງທ່ຽວ ຕິດພັນກັບການອະນຸລັກທິວທັດທຳມະຊາດ ຮັກສາສິ່ງແວດລ້ອມ ແລະ ພັດທະນາບັນດາການເຄື່ອນໄຫວຄົ້ນຫາທີ່ແທດເໝາະກັບເງື່ອນຢູ່ເຂດພູຜາປ່າໄມ້. ທ່ານ ໂດ໊ວັນຊຽມ ປະທານຄະນະກຳມະການປະຊາຊົນຕາແສງ ຕ່າຊົ່ວ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:
“ດ້ວຍທ່າແຮງບົ່ມຊ້ອນທ່າໄດ້ປຽບທີີ່ມີຢູ່ແລ້ວ, ພວກຂ້າພະເຈົ້າພວມລໍຖ້າບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ ແຂກທ່ອງທ່ຽວຕ່າງປະເທດຈົ່ງມາຫາ ຕ່າຊົ່ວ ເຊິ່ງແມ່ນດິນແດນເປັນໜ້າດຳລົງຊີວິດ ດ້ວຍທ່າແຮງບົ່ມຊ້ອນທາງດ້ານທຳມະຊາດ ແລະ ສີສັນວັດທະນະທຳ ແລະ ມະນຸດ”.
ແຕ່ດົນມາແລ້ວ ຕ່າຊົ່ວ ໄດ້ກາຍເປັນທີ່ຮູ້ຈັກກັນດີດ້ວຍກຸ່ມເມກເລື່ອນລອຍ, ບັນດາເສັ້ນທາງຍາວຢຽດ ແລະ ສວຍສົດງົດງາມຂອງເຂດພູຜາປ່າໄມ້ ເຕິຍບັກ. ປັດຈຸບັນທົ່ງຫຍ້າຂຽວອຸ່ມທຸ່ມໄດ້ກາຍເປັນສະຖານທີ່ຂາດບໍ່ໄດ້ໃນການເດີນທາງທ່ອງທ່ຽວຂອງແຂກຄົນທັງຫຼາຍ ເມື່ອໄປຄົ້ນຫາດິນແດນແຫ່ງນີ້. ແຕ່ລະຄົນເມື່ອມານີ້ກໍ່ລ້ວນແຕ່ຊອກຫາໃຫ້ຕົນເອງແຈໜຶ່ງ ເພື່ອນັ່ງຮັບຊົມກຸ່ມເມກ, ສູບເອົາອາກາດທີ່ປອດໂປ່ງ ຫຼື ຖ່າຍຮູບທີ່ລະນຶກພ້ອມກັບໝູ່ເພື່ອນ. ແລະ ເບິ່ງຄືວ່າ ນີ້ກໍ່ແມ່ນສິ່ງທີ່ເຮັດໃຫ້ທົ່ງຫຍ້າ ຕ່າຊົ່ວ ກາຍເປັນຈຸດແວ່ຢາມ ເຊິ່ງແຂກທ່ອງທ່ຽວຫຼາຍຄົນໄດ້ເຕື້ອງເຖິງ ພາຍຫຼັງການເດີນທາງທ່ອງທ່ຽວຄົ້ນຫາ ຫວຽດນາມ.
