ວິ​ຫານຕາຝູ ​ໄດ້​ຮັບ​ການກໍ່​ສ້າງ​ນັບ​ແຕ່​ປີ 1683 ເພື່ອ​ບູ​ຊາ​ເຈົ້າ​ເສ​ນາ​ອາ​ມາດ​ສະ​ໄໝ​ລາດ​ຊະ​ວົງ ເລ ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ ແລະ ບຸກ​ເບີກ​ພື້ນ​ທທີ່ສ້າງ​ຕະຫຼາດ ກີ່​ເລື່ອ. ໃນຫຼາຍ​ສະ​ຕະ​ວັດ​ທີ່​ຜ່ານ​ມາ, ວິ​ຫານ ຕ່າ​ຟູ໋ ຍັງ​ຄົງ​ຕົວ​ຢູ່​ຫັນ ເຖິງວ່າ​ມີ​ການ​ຜັນ​ປ່ຽນ​ຂອງ​ປະ​ຫວັດ​ສາດກໍ່​ຕາມ ແຕ່​ວິ​ຫານນັ້ນ​ຍັງ​ຄົງ​ເປັນ​ແຫ່ງ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຈາກທຸກ​ສາ​​ລະ​ທິດ​ມາ​ຢ້ຽ​ມ​ຊົມ ໄຫວ້​ບູ​ຊາ ແລະ ອາ​ໄລ​ຫາ​ບູ​ລຸດ​ຜູ້​ມີ​ຊື່​ສຽງ​ຂອງ​ຊາດ ຫວຽດ​ນາມ. ທ່ານ ດັ້ງ​ມິງ​ຖ້ວນ ຄະ​ນະ​ປະ​ຈຳ​ຄຸ້ມ​ຄອງວິ​ຫານ ຕ່າ​ຟູ໋ ຕາ​ແສງ ກີ່​ເລື່ອ ແຂວງ ລ້າງ​ເຊີນ ໃຫ້​ຮູ້​ວ່າ:

“ວິ​ຫານ ຕ່າ​ຟູ໋ ບູ​ຊາ​ນາຍ​ພົນ​ເສ​ນາ​ອາ​ມາດ​ຄົນ​ໜຶ່ງ​​ໃນສະ​ໄໝ​ລາດ​ຊະ​ວົງ ເລ. ໄລ​ຍະ​ເພິ່ນ​ຢູ່​ແຂວ​ງ ລ້າງ​ເຊີນ ຄຸນງາມ​ຄວາມ​ດີ​ຂອງ​ເພິ່ນ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ ທັງ​ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ ​ທັງ​ບຸກ​ເບີກ​ພື້​ນ​ທີ່​ສ້າງ​ຕະຫຼາດ ກີ່​ເລື່ອ”

ເມື່ອ​ເວົ້າ​ເຖິງ​ວິ​ຫານຕາຝູ, ຫຼາຍ​ຄົນ​ຍັງ​ຈື່​ດີ​ເຖິງ​ງານ​ບຸນ ກີ່​ກຸ່ງ - ຕ່າ​ຟູ໋ ເຊິ່ງ​ແມ່ນ​ງານ​ບຸນ​ໃຫຍ່​ທີ່​ສຸດ​ໃນ​ແຂວງ ລ້າງ​ເຊີນ ຖືກ​ດຳ​ເນີນ​ແຕ່​ວັນ​ທີ 22 ຫາ 27 ເດືອນຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ໃນ​ແຕ່​ລະ​ປີ. ງານ​ບຸນ​ແມ່ນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງວິ​ຫານ ກີ່​ກຸ່ງ ແລະ ວິ​ຫ​ານ ຕ່າ​ຟູ໋ ຜ່ານ​ພິ​ທີ​ແຫ່​ວໍ​ເຈົ້າ​ເສ​ນາ​ອາ​ມາດ ຕ່ວນ​ແຈັງ ຂຶ້ນ​ເຖິງວິ​ຫານ ຕ່າ​ຟູ໋ ເພື່ອ​ສົມ​ມະ​ນາ​ຄຸນ​ຕໍ່​ເຈົ້າ​ເສ​ນາ​ອາ​ມາດ. ອ້າຍ ໂງ​ກວກວິງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

“ວິຫານນີ້ ຖືກກໍ່​ສ້າງ​ຢ່າງ​ສວຍ​ງາມ​ໃຫ​ຍ່​ໂຕ, ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຕາມ​ອາ​ຊີ​ຕາ​ເວັນ​ອອກ ຖືກກໍ່​ສ້າງ​ດ້ວຍ​ຫີນ ແລະ ໄມ້ ເຊິ່ງ​ເປັນ​ການຢັ້ງ​ຢືນ​ວ່າ ວິ​ຫານ​ແຫ່ງນີ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ ແລະ ມີ​ຄວາມ​ສັກ​ສິດ​ທີ່​ສຸດ”.

ປີ 1993 ວິ​ຫານ ຕ່າ​ຟູ໋ ພ້ອມ​ກັບ​ວິ​ຫານ ກີ່​ກຸ່ງ ໄດ້​ຮັບ​ການຢັ້ງ​ຢືນ​ແມ່ນ​ບູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ. ເຖິງ​ປີ 2015 ງານ​ບຸນ ກີ່​ກຸ່ງ - ຕ່າ​ຟູ໋ ໄດ້​ຮັບ​ກາ​ນ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ. ເພື່ອ​ເປີດກວ້າງ​ເຂດ​ວັດ​ທະ​ນະ​ທຳ​ຈິດ​ວິນ​ຍານ, ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ແຂວງ ລ້າງ​ເຊີນ ຕື່ມ​ອີກ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້ ແລະ ພວມຜັນ​ຂະ​ຫຍາຍຫຼາຍ​ວິ​ທີ​ການ. ທາງ​ນາງ ໂຮ່​ທິ​ໂຕ໊ອຽນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ກີ່​ເລື່ອ ແຂວງ ລ້າງ​ເຊີນ ໃຫ້​ຮູ້​ວ່າ:

“ເພື່ອ​ພັດ​ທະ​ນາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ອຳ​ນາດ​ການ​ປົກ​ຄອງ​ທ້​ອງ​ຖິ່ນ ໄດ້​ມີ​ການ​ລົງ​ທຶນ​ຢ່າງ​ລະ​ອຽດ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ມີ​ການ​ພັດ​ທະ​ນາ​ໃໝ່​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ໃນ​ນັ້ນ​ມີ​ການ​ອະ​ນຸ​ລັກ​ຮັກ​ສາ ເສີມ​ຂະ​ຫຍາຍ​ສີ​ສັນ ແລະ ເປີດກວ້າງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ”.

ສ່ວນ​ທ່ານ ປະ​ລິນ​ຍາ​ໂທ ຫງວຽນ​ກວາງ​ຈຸງ ຜູ້​ຊ່ຽວ​ຊານ​ດ້ານ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວວັດ​ທະ​ນະ​ທຳຈິດ​ວິນ​ຍານ​ ມີ​ຄຳ​ເຫັນ​ດັ່ງ​ນີ້:

“ສຳ​ລັບ​ງານ​ບຸນ ກີ່​ເລື່ອ ໃນ​ວິ​ຫານ ຕ່າ​ຟູ໋ ກໍ່ຕ້ອງ​ສົມ​ທັບ​ກັບ​ບັນ​ດາ​ພະ​ແນກ​ຂະ​ແໜງ​ການ​ຕ່າງໆ, ສຳ​ລັບ​ຜູ້​ຄຸ້ມ​ຄອງວິ​ສາ​ຫະ​ກິດ, ນັກ​ຊ່ຽວ​ຊານ​ພິ​ເສດ​ແມ່ນຊຸມ​ຊົມ​ຢູ່​ທ້ອງ​ຖິ່ນ ກໍ່​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ ເພື່ອ​ອະ​ນຸ​ລັກ​ມໍ​ລະ​ດົກ ​ຕ້ອງ​ຮັກສາສິ່ງ​ທີ່​ເປັນ​ອະ​ລິ​ຍະ​ທຳ, ວັດ​ທະ​ນະ​ທຳ, ອະ​ນຸ​ລັກ​ຄຸນ​ຄ່າ​ປະ​ຫວັດ​ສາດ​ຂອງ​ຊາດ ຜ່ານ​ບັນ​ດາ​ງານ​ບຸນ”.

​ໃນ​ທ່າມ​ກາງ​ການ​ດຳ​ລົ​ງ​ຊີ​ວິດ​ທີ່​ທັນ​ສະ​ໄໝ, ວິ​ຫານ ຕ່າ​ຟູ໋ ຍັງ​ຄົງ​ຕົວ​ຢູ່​ຫັ້ນ ປຽບ​ເໝືອນ​ພິ​ຍານ​ຫຼັກ​ຖານ​ຂອງ​ການ​ເວ​ລາ​ກ່ຽວ​ກັບ​ວິ​ຫານ​ບູ​ຮານ​ແຫ່ງ​ໜຶ່ງ​ຖືກ​ຕັ້ງ​ຢູ່​ກາງ​ຕະຫຼາດ ກີ່​ເລື່ອ ເຊິ່ງ​ເປັນ​ການ​ເຊື່ອ​ມ​ຕໍ່​ຄວາມ​ຊົງ​ຈຳ​ວັດ​ທະ​ນະ​ທຳ ໃນ​ທ່າມ​ກາງ​ການ​ດຳ​ລົງ​ຊີ​ວິດ​ໃນ​ວັນ​ນີ້ ທັງ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ທຸກໆ​ເມື່ອ​ມາ​ຢາມ​ແຂວງ ລ້າງ​ເຊີນ ສາ​ມາດ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ດິນ​ແດນ​ທີ່​ສັກ​ສິດ​ຢູ່​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ.