Nhảy đến nội dung

Media

Home
  1. Media
ວັນອາທິດ, 22:35, 19/04/2026

ອະນຸລັກຮັກສາສິລະປະຟ້ອນຕຸກກະຕານ້ຳຢູ່ໝູ່ບ້ານ ຮົ່ງຟອງ

[VOVWORLD] - ທ່າມກາງຈັງຫວະການດຳລົງຊີວິດຍຸກທັນສະໄໝທີ່ມີການຜັນແປຫຼາຍຢ່າງ, ສິລະປະຟ້ອນຕຸກກະຕານ້ຳ - ເຊິ່ງເປັນໜຶ່ງແບບເວທີພື້ນເມືອງທີ່ເປັນເອກະລັກຢູ່ບັນດາເຂດທົ່ງພຽງທາງພາກເໜືອ ຫວຽດນາມ - ຍັງມີບັນດານັກສິລະປະກອນຟ້ອນຕຸກກະຕານ້ຳ ຮົ່ງຟອງ (ຕາແສງ ຄຸກເທື່ອຢຸ, ຫາຍຟ່ອງ) ຍັງຄົງເມົາມົວອະນຸລັກຮັກສາ.

ໂດຍ​ເຄີຍເປັນ​ເຂດ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​ຊຸມ​ຊົນ​ທີ່​ມີ​ຊີ​ວິດ​ຊີ​ວາ, ວິ​ຫານເທິງນ້ຳ ຮົ່ງ​ຖຸຍ ໃນ​ປັດ​ຈຸ​ບັນ ກໍ​ຖືກ​ຜົນ​ກະ​ທົບ​ຈາກ​ຊີ​ວິດ​ຍຸກ​ທັນ​ສະ​ໄໝ​ບໍ່ຫຼາຍ​ກໍ​ໜ້ອຍ, ເມື່ອ​ຈຳ​ນວນ​ລາຍ​ການ​ສະ​ແດງ​ບໍ່​ມີ​ເຕັມ​ຄື​ແຕ່​ກ່ອນອີກ​ແລ້ວ.

ວິຫານເທິງນ້ຳ ກຸ່ມຟ້ອນຕຸກກະຕານ້ຳ ຮົ່ງຟອງ - ເຂດສະແດງທີ່ເປັນມູນເຊື້ອຕິດພັນກັບຊີວິດທາງດ້ານວັດທະນະທຳຊຸມຊົນທ້ອງຖິ່ນ.

ດ້ວຍຄວາມຮັກມັກອາຊີບ ແລະ ຄວາມຮັບຜິດຊອບຕໍ່ມໍລະດົກຂອງລຸ້ນພໍ່ລຸ້ນອ້າຍ, ບັນດານັກສິລະປະກອນຢູ່ ຮົ່ງຟອງ ຍັງຄົງຮັກສາການເຄື່ອນໄຫວໄວ້ຢ່າງມິດງຽບ, ຖ່າຍທອດທັກສະ ແລະ ການອະນຸລັກຮັກສາບັນດາການລະຫຼີ້ນພື້ນເມືອງທີ່ເປັນເອກະລັກ.

ສຳລັບເຂົາເຈົ້າແລ້ວ, ຕຸກກະຕາທີ່ເຮັດດ້ວຍໄມ້ແຕ່ລະໂຕນັ້ນ ບໍ່ພຽງແຕ່ແມ່ນເຄື່ອງອຸປະກອນສະແດງເທົ່ານັ້ນ ຫາກຍັງແມ່ນການລວບລວມເອົາບັນດາຄວາມຊົງຈຳທາງດ້ານວັດທະນະທຳຂອງໝູ່ບ້ານ, ສ່ອງແສງການດຳລົງຊີວິດ, ຮີດຄອງປະເພນີ ແລະ ຈິດວິນຍານຂອງຊາວ ຫວຽດນາມ ອີກດ້ວຍ.

ຖັນແຖວຜູ້ຫຼີ້ນເຄື່ອງດົນຕີ ແລະ ຜູ້ຂັບຮ້ອງ ໄດ້ປະກອບສ່ວນສ້າງເຂດສິລະປະທີ່ເຕັມໄປດ້ວຍອາລົມຈິດ ແລະ ຄວາມຮູ້ສຶກໃຫ້ແກ່ຜູ້ຊົມໃນແຕ່ລະລາຍການສະແດງ.

ສຽງກອງ, ສຽງພິນ ພ້ອມດ້ວຍບັນດາຖ້ອຍທຳນອງເພງ ໄດ້ສ້າງບັນຍາກາດທີ່ມີຊີວິດຊີວາໃຫ້ແກ່ບັນດາການລະຫຼີ້ນພື້ນເມືອງຢູ່ເທິງໜ້ານ້ຳ, ປະກອບສ່ວນອະນຸລັກຮັກສາຄຸນຄ່າວັດທະນະທຳພື້ນເມືອງ.

ບັນດານັກສິລະປະກອນ ບັນຊາຕຸກກະຕາ ຢູ່ເບື້ອງຫຼັງມ່ານກັ້ງທີ່ເຮັດດ້ວຍໄມ້ໄຜ່, ວາດພາດຄືນບັນດາການລະຫຼີ້ນພື້ນເມືອງຢູ່ເທິງໜ້ານ້ຳຢ່າງມີຊີວິດຊີວາ.

ແຂກທ່ອງທ່ຽວສາກົນມີຄວາມກະຕືລືລົ້ນເມື່ອຮັບຊົມບັນດາລາຍການສະແດງຕຸກກະຕານ້ຳ.

ລຸງ ດັ້ງວັນຝູ ໄດ້ຕິດພັນກັບອາຊີບເຮັດຕຸກກະຕາໄມ້ມາເປັນເວລາ 37 ປີ ໄດ້ແບ່ງປັນວ່າ: “ຕຸກກະຕາແຕ່ລະໂຕ ບໍ່ພຽງແຕ່ແມ່ນເຄື່ອງອຸປະກອນສະແດງເທົ່ານັ້ນ ຫາກຍັງບັນຈຸໄປດ້ວຍເລື່ອງລາວກ່ຽວກັບເຂດບ້ານນາ ແລະ ຄວາມຊົງຈຳຂອງຍຸກສະໄໝໜຶ່ງອີກດ້ວຍ”.

ໂດຍອາຍຸ 86 ປີ, ແຕ່ ລຸງ ຝູ ຍັງຄົງມີຄວາມສຸດຈິດສຸດໃຈ ແລະ ເມົາມົວ ກັບການຖ່າຍທອດເຕັກນິກບັນຊາຕຸກກະຕາໃຫ້ແກ່ຄົນລຸ້ນຫຼັງ.

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ບັນດານັກສິລະປະກອນ ຟ້ອນຕຸກກະຕານ້ຳ ຮົ່ງຟອງ ຍັງຄິດເປັນຫວ່ງວ່າຈະເຮັດແນວໃດເພື່ອອະນຸລັກຮັກສາສິລະປະພື້ນເມືອງຂອງລຸ້ນພໍ່ລຸ້ນອ້າຍ, ຫວັງວ່າ ຈະມີຜູ້ຊົມລາຍການສະແດງຕຸກກະຕານ້ຳຫຼາຍກວ່າອີກ.

ພາຍຫຼັງການສະແດງແຕ່ລະພາກ, ບັນດານັກສິລະປະກອນ ເກັບເຄື່ອງອຸປະກອນສະແດງ, ກວດເບິ່ງຄືນ ແລະ ເກັບຮັກສາໄວ້ ເຊິ່ງເປັນການກະທຳທີ່ມິດງຽບຢູ່ດ້ານຫຼັງຂອງເວທີສະແດງ ແຕ່ພັດປະກອບສ່ວນເຮັດໃຫ້ກຸ່ມຟ້ອນຕຸກກະຕາຮັກສາການເຄື່ອນໄຫວ ແລະ ອະນຸລັກຮັກສາອາຊີບພື້ນເມືອງໄວ້ໄດ້.

ບັນ​ດາ​​ຕຸ​ກ​ກະ​ຕາໄມ້​ໄດ້​​ເຮັດ​ດ້ວຍ​ມື​ຢ່າງ​ພິ​ຖີ​ພິ​ຖັນ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ຮ່ອງ​ຮອຍ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ບ້ານ​ນາ​ທາງ​ພາກ​ເໜືອ ຫວຽດ​ນາມ. ມື້​ນີ້, ໃນ​ໜ້າ​ນ້ຳຂອງວິ​ຫານ, ບັນ​ດາ​ຕຸກ​ກະ​ຕາ​ນ້ຳ​ທີ່​ເຮັດ​ດ້ວຍ​ໄມ້​ນັ້ນ ຍັງ​ສືບ​ຕໍ່​ເລົ່າ​ຄືນ​ບັນ​ດາ​ເລື່ອງ​ລາວ​ພື້ນ​ເມືອງ. ສຳ​ລັບ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ ຮົ່ງ​ຟອງ ແລ້ວ, ການ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ ບໍ່​ພຽງ​ແຕ່​ແມ່ນ​ອາ​ຊີບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສິ່ງ​ຍອດ​ຍິ່ງ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ແມ່ນ​ມູນ​ເຊື້ອ, ປະ​ຫວັດ​ສາດ​ຂອງ​ຊາດ ທີ່​ຕ້ອງ​ໄດ້​ຖ່າຍ​ທອດ​ໃຫ້ກັນ ແລະ ພ້ອມ​ກັນ​ອະ​ນຸ​ລັກ​ຮັກ​ສາ​ໄວ້​ອີກ​ດ້ວຍ./.

Quynh Chi
English Tiếng Việt 中文 日本語 한국어 Français Русский Deutsch Español Indonesia ไทย ພາສາລາວ ខ្មែរ
ພະແນກຕ່າງປະເທດ
ສະຖານີວິທະຍຸສຽງແຫ່ງຫວຽດນາມ
Director: Pho Cam Hoa
Deputy Director: Nguyen Thu Hoa
Deputy Director: Bui Manh Hung
Deputy Director: Cao Dinh Trung

ຕິດຕໍ່

(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ, ຫວຽດນາມ

Mạng xã hội

ຕິດຕາມ VOV World:

menu footer tiếng Lào

ຂ່າວເດັ່ນ
ຂ່າວເຫດການ
ຄົ້ນຫາຫວຽດນາມ
ຊາຍຄາອາຊຽນ
ຊີ​ວິດ​ສັງ​ຄົມ
ຊີ​ວິດ​ໃນ​ເມືອງ
ດ້ຽນບຽນ​ຝູທາງ​ອາກາດ
ບຸນປີໃໝ່ປະຈຳຊາດ
ປະຕູແຫ່ງເມດຕາ
ພາບສາລະຄະດີ
ວັດທະນະທໍາ
ວີດີໂອ
ສະຖານະການ ການເມືອງ
ສາລະຄະດີ
ອາຫານຫວຽດນາມ
Copyright © VOV5. All rights reserved. Developed and operated by SolidTech License 14444 / GP BTTTT issued 05/09/2011 2113 / GP - BTTTT issued 06/12/2011