ພາຍຫຼັງການຄົ້ນຫາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວມາເປັນເວລາເກືອບ 2 ອາທິດ, ພະນັກງານ, ນັກຮົບ 124 ຄົນຂອງກອງທັບ ແລະ ຕຳຫຼວດ ຫວຽດນາມ ຊອກຫາຊາກສົບຜູ້ປະສົບເຄາະຮ້າຍໃນຊາກຫັກພັງໄດ້ 57 ຄົນ ແລະ ມອບໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນ. ຄະນະໄດ້ອອກຈາກ La Guaira, ເດີນທາງກັບຄືນເມືອປະເທດ. ວັນທີ 11 ກໍລະກົດ, ຄະນະເດີນທາງມາຮອດ ຫວຽດນາມ.
ຕາມຕົວເລກຫຼ້າສຸດໂດຍ ທ່ານ Jorge Rodriguez ປະທານສະພາແຫ່ງຊາດ ເວເນຊູເອລາ ປະກາດໃນວັນທີ 9 ກໍລະກົດ, ຈຳນວນຜູ້ເສຍຊີວິດພາຍຫຼັງເຫດແຜ່ນດິນໄຫວທີ່ເກີດຂຶ້ນເມື່ອວັນທີ 24 ມິຖຸນາ ຢູ່ເວເນຊູເອລາ ໄດ້ເພີ່ມຂຶ້ນຢ່າງໜ້ອຍສຸດເປັນ 3.811 ຄົນ, ມີ 16.740 ຄົນຖືກບາດເຈັບ ແລະ 17.907 ຄົນບໍ່ມີເຮືອນຢູ່.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ຕົກລົງຊ່ວຍເຫຼືອມະນຸດສະທຳໂດຍດ່ວນເປັນຈຳນວນເງິນ 300.000 USD ເພື່ອຊ່ວຍລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ນຳຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຖືກຜົນກະທົບໃຫ້ກັບຄືນສູ່ເປັນປົກກະຕິໂດຍໄວ.
