ນັບແຕ່ຮຸ່ງເຊົ້າວັນທີ 14 ຕຸລາ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນໄດ້ໄປຖະຫວາຍດອກໄມ້, ຈູດທູບໄຕ້ທຽນອາໄລຫາຢູ່ເຂດອະນຸສາວະລີທ່ານອະດີດເລຂາທິການໃຫຍ່ ເຈິ່ນຝູ, ຫໍສີລາຈາລຶກນັກຮົບສິລະຊົນສະຫຼະຊີວິດເພື່ອຊາດໃນບັ້ນບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ປີວອກ 1968...
ພາຍຫຼັງພິທີສວດມົນພາວະນາຂອງສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈິມິນ, ພິທີໄວ້ອາໄລ 731 ອັດຖິນັກຮົບສະຫຼະຊີວິດເພື່ອຊາດທີ່ຄົ້ນຫາ, ທ້ອນໂຮມໄດ້ ຢູ່ສວນສາທາລະນະວັດທະນະທຳ ເລທິຣຽງ ໄດ້ດຳເນີນຢ່າງເປັນທາງການ.
ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ເລມິງຮຶງ; ອະດີດການນຳພັກ ແລະ ລັດ; ການນຳບັນດາແຂວງ, ນະຄອນ... ແລະ ປະຊາຊົນນະຄອນ ໂຮ່ຈິມິນ ເປັນຈຳນວນຫຼວງຫຼາຍ.
ຄະນະຜູ້ແທນພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນເອກ ຫງວຽນຈ້ອງເງັ້ຍ, ກຳມະການກົມການເມືອງ, ເລຂາທິການຄະນະກຳມະການສູນກາງພັກ, ກຳມະການຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລ, ລະລຶກເຖິງບັນດານັກຮົບສະຫຼະຊີວິດເພື່ອຊາດ.
ຫີບອັດຖິນັກຮົບສະຫຼະຊີວິດເພື່ອຊາດ 731 ຫີບໄດ້ປົກດ້ວຍທຸງຊາດ.
ພາຍຫຼັງພິທີໄຫວ້ອາໄລ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ພ້ອມກັບບັນດາການນຳ, ອະດີດການນຳ ພັກ, ລັດ; ກອງທັບ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ໂຮ່ຈິມິນ ໄດ້ເຂົ້າຮ່ວມພິທີນຳອັດຖິນັກຮົບສະຫຼະຊີວິດເພື່ອຊາດຂຶ້ນລົງເຄື່ອນໄປຍັງເຂດສຸສານນັກຮົບສະຫຼະຊີວິດເພື່ອຊາດນະຄອນ ໂຮ່ຈິມິນ.
ການເດີນທາງຈາກສວນສາທາລະນະ ເລທິຣຽງ ໄປຫາເຂດສຸສານແມ່ນປະມານ 26 ກິໂລແມັດ.
ປະຊາຊົນໄດ້ຢືນຢູ່ຕາມແຄມທາງ, ທັງຜູ້ສູງອາຍຸໄປເຖິງໄວໜຸ່ມ, ລວມມີທັງຊາວໜຸ່ມເຍົາວະຊົນ, ຈັບດອກໄມ້ສີຂາວ, ນ້ຳຕາໄຫຼອຳລາ 731 ອັດຖິນັກຮົບສະຫຼະຊີວິດເພື່ອຊາດ ທີ່ກັບໄປເຂດຝັງສົບຢ່າງສຸຂະຕິ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປະຕິບັດພິທີປົດທຸງຊາດອອກ, ກ່ອນທີ່ຈະນຳເອົາອັດຖິນັກຮົບສະຫຼະຊີວິດເພື່ອຊາດລົງໄປໃນດິນແດນແມ່ (ດິນແດນຂອງປະເທດຊາດ).
ຕອນເຊົ້າວັນທີ 15 ຕຸລາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ເກີ່ນເທີ (ເຂດ 2, ຕາແສງ ກາຍຣັງ), ຄະນະຊີ້ນຳ 515 ຂອງນະຄອນໄດ້ຈັດພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 120 ອັດຖິ.
ບັນດາຜູ້ແທນໄດ້ຖະຫວາຍທູບທຽນດ້ວຍຄວາມເຄົາລົບ, ສະຫງວນເວລາ 1 ນາທີ ເພື່ອອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປົກປັກຮັກສາປະເທດຊາດ.
ທ່ານ ເລກົງຫຼີ, ຮອງປະທານປະຈຳຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ໄດ້ອ່ານບົດກ່າວໄວ້ອາໄລ, ສະແດງຄວາມເຄົາລົບນັບຖື, ຄວາມກະຕັນຍູຢ່າງເລິກເຊິ່ງຕໍ່ບັນດານັກຮົບວິລະຊົນວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.
ຕາມຄະນະຊີ້ນຳ 515 ຂອງນະຄອນ ເກິ່ນເທີ, ບັນດາໜ່ວຍກອງເກັບຕົວຢ່າງອັດຖິນັກຮົບເສຍຊີວິດເພື່ອຊາດໄດ້ປະຕິບັດສຳເລັດໜ້າທີ່ເກັບເອົາຕົວຢ່າງທາງຊີວະວິທະຍາຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ 17 ແຫ່ງ. ໃນນັ້ນ, ກອງໄດ້ຂຸດຄົ້ນຂຸມຝັງສົບ 5.038 ຂຸມ, ເກັບເອົາ 4.122 ຕົວຢ່າງຈາກອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.
ພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍຊີວິດເພື່ອຊາດ 120 ອັດຖິ ໄດ້ຢືນຢັນອີກຄັ້ງໜຶ່ງເຖິງລັກສິນທຳ "ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ" ແລະ "ຕອບບຸນແທນຄຸນ" ຂອງຊາດ.
ແລະກໍ່ໃນຕອນເຊົ້າຂອງວັນທີ 15 ຕຸລາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ, ຄະນະພັກແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຕວຽນກວາງ ໄດ້ຈັດພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 93 ອັດຖິ ທີ່ເສຍສະຫຼະຊີວິດໃນການຕໍ່ສູ້ປົກປັກຮັກສາປະເທດຊາດ.
ທ່ານພັນເອກ ຫງວຽນມິງຄອຍ, ຮອງຜູ້ບັນຊາການເມືອງ ກອງບັນຊາການທະຫານແຂວງ ຕວຽນກວາງ ໄດ້ກ່າວຈຸດປະສົງຂອງພິທີ, ແນະນຳຜູ້ແທນເຂົ້າຮ່ວມພິທີ.
ບັນດາຜູ້ແທນສະຫງວນເວລາ 1 ນາທີເພື່ອອາໄລຫາ ແລະ ຕອບບຸນແທນຄຸນ 93 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ພິທີ.
ພາຍຫຼັງພິທີໄວ້ອາໄລ, ບັນດາຜູ້ແທນພ້ອມກັບພະນັກງານ, ນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນ ໄດ້ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 93 ອັດຖິໄປຍັງເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ.
ຕອນເຊົ້າວັນທີ 15 ຕຸລາ, ຢູ່ຕາແສງ ຫວິງບາວ, ນະຄອນ ຫາຍຟ່ອງ, ນັບແຕ່ຮຸ່ງເຊົ້າ, ປະຊາຊົນ, ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ພະນັກງານ, ນັກຮົບ ກຳລັງປະກອບອາວຸດ... ເປັນຈຳນວນຫຼວງຫຼາຍ ໄດ້ເຕົ້າໂຮມກັນຢູ່ຕາແສງ ຫວິງບາວ, ນະຄອນ ຫາຍຟ່ອງ ເພື່ອເຂົ້າຮ່ວມພິທີໄວ້ອາໄລ, ປົງ 56 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນທີ່ເສຍສະຫຼະຊີວິດໃນສົງຄາມຕ້ານພວກລ່າເມືອງຂຶ້ນ ຝລັ່ງ.
ພາຍຫຼັງພິທີໄຫວ້ອາໄລ ແລະ ສະຫງວນເວລາ 1 ນາທີອາໄລຫາ, ພິທີກຳເຄື່ອນຍ້າຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາຊົນທີ່ເສຍສະຫຼະຊີວິດຢູ່ບ້ານ ມາເຈຍ, ຕາແສງ ຫວິງບາວ, ນະຄອນຫາຍຟ່ອງ 56 ອັດຖິໄດ້ດຳເນີນໄປດ້ວຍຄວາມເຄົາລົບ ແລະ ສົມກຽດ.
ພາຍຫຼັງກວ່າ 70 ປີທີ່ນອນຢູ່ ມາເຈຍ, ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ພໍ່ແມ່ປະຊາຊົນທີ່ເສຍສະຫຼະຊີວິດ ຕອນນີ້ໄດ້ເຮັດພິທີປົງອັດຖິໄປສູ່ສຸຂະຕິຢ່າງສົມກຽດ ດ້ວຍນ້ຳໃຈຄວາມຮັກແພງ, ຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຫາຍຟ່ອງ.