ເນື່ອງໃນໂອກາດວັນທ່ອງທ່ຽວໂລກ 27 ກັນຍາ 2026 ດ້ວຍຫົວຂໍ້ “ໂຄງການດຳເນີນງານດີຈີຕອນ ແລະ ປັນຍາປະດິດກຳນົດການທ່ອງທ່ຽວທົ່ວໂລກຄືນໃໝ່” ເພື່ອທົບທວນວິທີການເຕັກໂນໂລຢີດີຈີຕອນ ແລະ ປັນຍາປະດິດ ພວມສ້າງການປ່ຽນແປງວິວັດການຄົ້ນຫາ ຫວຽດນາມ ເປັນເທື່ອລະກ້າວ - ຈາກການຄົ້ນຫາສະຖານທີ່ປາຍທາງ, ການລົງຕົວຈິງບັນດາມໍລະດົກ ຕະຫຼອດຮອດການຄຸ້ມຄອງກະແສແຂກ ແລະ ນຳບັນດາເຂດດິນແດນທີ່ບໍ່ມີຫຼາຍຄົນຮູ້ຈັກເຖິງ ຫຍັບເຂົ້າໃກ້ກັບແຂກທ່ອງທ່ຽວກວ່າອີກ.
ການ scan QR ຈະເປີດປະຕູເຂົ້າເຂດມໍລະດົກຕື່ມອີກ
ຢູ່ນະຄອນເຫ້ວ, ປີ້ເອເລັກໂຕນິກ, ລະຫັດ QR, ບັນດາສະຖານທີ່ຖ່າຍຮູບ ຫຼືການລອງ VR ພວມກາຍເປັນພາກສ່ວນໜຶ່ງຂອງການຄົ້ນຫາມໍລະດົກ.
ການເດີນທາງອາດເລີ່ມຈາກຜູ້ຊ່ວຍວຽກ AI
ແຕ່ກ່ອນຈະຫິ້ວກະເປົ໋າໄປ, AI ໄດ້ສາມາດເຂົ້າຮ່ວມການເດີນທາງຄື: ຊອກຫາຂໍ້ມູນ, ແນະນຳສະຖານທີ່ປາຍທາງ ແລະ ຂຶ້ນແຜນການຕາມຄວາມມັກ, ເວລາ ຫຼືງົບປະມານ.
ຢູ່ທາງໜ້າແມ່ນມໍລະດົກ, ທາງຫຼັງແມ່ນຂໍ້ມູນ
ຢູ່ ອຽນຕື (ນະຄອນ ກວ໋າງນິງ), ເຕັກໂນໂລຢີປະກົດຂຶ້ນຢ່າງງຽບໆ ພາຍຫຼັງວິວັດການເດີນທາງຂຶ້ນໄປຈອມພູທີ່ສັກກະລະບູຊາ.
ເຕັກໂນໂລຢີເຂົ້າສູ່ບັນດາວິວັດການເດີນທາງທີ່ເປັນມູນເຊື້ອ.
ລ່ອງເຮືອໄປຕາມຫ້ວຍອຽນ, ຂຶ້ນວັດທຽນຈູ ຫຼືເຂົ້າຖ້ຳ ເຮືອງຕິກ ແມ່ນບັນດາການລົງຕົວຈິງທີ່ລື້ງເຄີຍຂອງວັດ ເຮືອງ (ຮ່າໂນ້ຍ).
ເມື່ອມີຂໍ້ມູນຊ່ວຍ ສະຖານທີ່ປາຍທາງໄດ້ປະກົດໃນໜ້າຈໍຫຼາຍຂຶ້ນ.
ເລິມດົ່ງ ພວມສ້າງຖານຂໍ້ມູນການທ່ອງທ່ຽວລວມ, ຜັນຂະຫຍາຍ VR360, ລະຫັດ QR ແລະ ຜູ້ຊ່ວຍວຽກສະເໝືອນຈິງ ດ້ວຍ ຫຼາຍພາສາ.
AI ເປີດຕື່ມປະຕູໃຫ້ແກ່ການທ່ອງທ່ຽວທ້ອງຖິ່ນຕື່ມອີກ
ເຕັກໂນໂລຢີດີຈີຕອນເປີດຕື່ມໂອກາດເຊື່ອມຕໍ່ແຂກທ່ອງທ່ຽວກັບທິວທັດທຳມະຊາດ, ວັດທະນະທຳ ແລະ ຜະລິດຕະພັນເພື່ອໃຫ້ແຂກທ່ອງທ່ຽວເຫັນກ່ຽວກັບ ຫວຽດນາມ ຫຼາຍກວ່າອີກ
ການເໜັງຕີງທີ່ເປັນໜ້າສົນໃຈຢູ່ແຂວງ ລາວກາຍ ປີນີ້ແມ່ນກະແສແຂກທ່ອງທ່ຽວເລີ່ມມາທ່ຽວ ໝູ່ກັງຈາຍ, ອີຕີ, ສີມາກາຍ ແລະ ບັນດາສະຖານທີ່ອື່ນໆຢູ່ເຂດພູສູງອ້ອມຂ້າງ ຊາປາ.
