ເຊີນລາ, ມານະພະຍາຍາມນຳ ຕ່າຊົວ ກາຍເປັນສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າ ອາຊີ
[VOVWORLD] - ຕ່າຊົວ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການພັດທະນາການທ່ອງທ່ຽວ ນັບທັງທາງທຳມະຊາດ ແລະ ວັດທະນະທຳ. ກ່ຽວກັບທຳມະຊາດ, ຕ່າຊົວ ໄດ້ຮັບຂະໜານນາມວ່າ ສະຫວັນແຫ່ງເມກ, ມີກະດູກສັນຫຼັງ ໄດໂນເສົາ, ບັນດານ້ຳຕົກຕາດໃຫຍ່, ບັນດາຈອມພູທີ່ສວຍງາມເພື່ອ trekking, ນາຂັ້ນໄດ, ທົ່ງຫຍ້າທີ່ກວ້າງໃຫຍ່. ຜະລິດຕະພັນກະເສດມີຊາ ຊານຕວຽດ ເກົ່າແກ່ ຕ່າຊົວ, ໝາກກະທັນ ເຊີນຈາ. ກ່ຽວກັບວັດທະນະທຳ, ຕາແສງມີ 100% ແມ່ນພໍ່ແມ່ປະຊາຊົນເຜົ່າມົ້ງ, ດັ່ງນັ້ນ ວັດທະນະທຳເຜົ່າມົ້ງ ແມ່ນຫຼາຍຮູບຫຼາຍແບບ ແລະ ພົ້ນເດັ່ນຫຼາຍ.
