ຫາດຊາຍແກ້ມ - ຄວາມງາມທຳມະຊາດຂອງໝູ່ເກາະແກ້ວມະນີ
ຫາດຊາຍແກ້ມ, ຢູ່ທາງທິດໃຕ້ເກາະຝຸກວັກ ມີສະເໜ່ດ້ວຍຫາດຊາຍຂາວ, ແຖວຕົ້ນໝາກພ້າວທີ່ເຢັນສະບາຍ ແລະ ນ້ຳທະເລຂຽວສະອາດທີ່ມີສີຂຽວແກ້ວມະນີ.
ທຳມະຊາດທາງທິດໃຕ້ໝູ່ເກາະເບິ່ງຈາກມູມສູງ
ບັນດາໝູ່ເກາະສີຂຽວທ່າມກາງທະເລທີ່ກ້ວາງໃຫຍ່ໄພສານ ສ້າງເປັນທິວທັດທຳມະຊາດທີ່ເປັນເອກະລັກສະເພາະຂອງ ເຂດທະເລທາງທິດໃຕ້ ຝຸກວັກ
ການເດີນທາງຢູ່ທ່າມກາງທະເລ ທ້ອງຟ້າ ຮ່ອນເທິມ
ກະເຊົ້າລອຍຟ້າ ຮ່ອນເທິມ ໄດ້ພາແຂກທ່ອງທ່ຽວໄປຜ່ານທະເລ, ຊົມເກາະນ້ອຍໃຫຍ່ຫຼາຍແຫ່ງ ແລະ ເຂດນ້ຳທີ່ຂຽວສະອາດຈົນສຸດສາຍຕາ.
ເທດສະບານ ຮວ່າງໂຮນ ຢູ່ແຄມທະເລ
ໂດຍມີແຫຼ່ງບັນດານໃຈສະຖາປັດຕະຍາກຳ ເມດີເຕີຣາເນ, ເທດສະບານ ຮວ່າງໂຮນ ພົ້ນເດັ່ນຂຶ້ນດ້ວຍບັນດາຊາຍຄາສີແດງ, ທາດໂມງ ແລະ ບັນຍາກາດມຸ່ງໄປເຖິງມະຫາສະໝຸດ.
ຂົວ ໂຮນ - ສັນຍາະລັກຄວາມໂຣແມນຕິກຂອງ ຝຸກວັກ
ທ່າມກາງແສງຍາມສາຍັນທີ່ມີສີແດງ, ຫົວຂອງຂົວໂຮນສອງສົ້ນບືນຕົວອອກສູ່ທະເລ, ສ້າງເປັນພາບທີ່ປະທັບໃຈທີ່ສຸດຢູ່ເຂດທາງທິດໃຕ້ຂອງເກາະ
ການລົງຕົວຈິງຊີມອາຫານຢູ່ທ່າມກາງສະຖານທີ່ຜັກຜ່ອນບຳລຸງສຸຂະພາບ
ໄປຄຽງຄູ່ກັບທິວທັດທຳມະຊາດ, ຝຸກວັກຍັງນຳມາເຊິ່ງບັນດາການລົງຕົວຈິງດ້ານອາຫານການກິນທີ່ເປັນຫຼາຍຮູບຫຼາຍແບບ, ຈາກບັນດາເຍື່ອງອາຫານທ້ອງຖິ່ນຕະຫຼອດຮອດສິລະປະໃນການປຸງແຕ່ງ ແລະ ການຮັບໃຊ້ທີ່ທັນສະໄໝ.
ອາຫານການກິນທີ່ຍອດຍິ່ງ, ເພີ່ມກຳລັງດຶງດູດໃຫ້ແກ່ເກາະແກ້ວມະນີ
ໄປຄຽງຄູ່ກັບທິວທັດທຳມະຊາດ, ຝຸກວັກຍັງນຳມາເຊິ່ງບັນດາການລົງຕົວຈິງດ້ານອາຫານການກິນທີ່ອຸດົມສົມບູນ, ຈາກບັນດາເຍື່ອງອາຫານຕະຫຼອດຮອດສິລະປະປຸງແຕ່ງ ແລະ ການຮັບໃຊ້ທັນສະໄໝ.
ຍຳປາຫຼັງຂຽວເຍື່ອງອາຫານທ້ອງຖິ່ນທີ່ແຊບທີ່ສຸດ.
ຄ່ຳຄືນວັນບຸນທີ່ຟົດຟື້ນຢູ່ແຄມທະເລ
ການຍິງບັ້ງໄຟດອກທີ່ຟົດຟື້ນທ່າມກາງທ້ອງຟ້າຢູ່ເທດສະບານຮວ່າງໂຮນໄດ້ ອັດລົງໃນວັນໜຶ່ວຂອງການຄົ້ນຫາ, ນຳມາເຊິ່ງພາບພົດທີ່ຟົດຟື້ນ ແລະ ເຕັມໄປດ້ວຍຄວາມຮູ້ສຶກໃຫ້ແກ່ຝຸກວັກ ຍາມຄ່ຳຄືນ.