ວັນທີ 8 ກັນຍາ 1966 ໄດ້ຮັບການເລືອກເປັນວັນສາກົນແຫ່ງການຮຽນຮູ້ໜັງສື. ເນື່ອງໃນໂອກາດ 60 ປີແຫ່ງວັນເຫດການນີ້, ພ້ອມກັນຫວນຄືນວິວັດການເດີນທາງຂອງ ຫວຽດນາມ ຈາກປະເທດທີ່ມີປະຊາກອນກືກໜັງສືກວ່າ 90% ໃນປີ 1945, ມາຮອດປັດຈຸບັນ, ເມື່ອມີປະຊາຊົນກວ່າ 99% ໃນເກນອາຍຸ 15 – 60 ປີໄດ້ຮູ້ໜັງສືແລ້ວ, ພ້ອມກັບບັນດາຄວາມມານະພະຍາຍາມ ນຳການສຶກສາໄປເຖິງເຂດຫ່າງໄກສອກຫຼີກ ແລະ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
ປີ 1945, ມີປະຊາກອນ ຫວຽດນາມ ກວ່າ 90% ກືກໜັງສື, ວັນທີ 8 ກັນຍາ 1945, ລັດຖະບານຊົ່ວຄາວ ໄດ້ປະກາດໃຊ້ລັດຖະບັນຍັດສ້າງຕັ້ງໂຄງການລົບລ້າງໄພກືກໜັງສື, ເປີດຂະບວນການຮ່ຳຮຽນໜັງສື ດ້ວຍການເຂົ້າຮ່ວມຂອງປະຊາຊົນນັບລ້ານຄົນ.
ໄລຍະ 2020 – 2023, ທົ່ວປະເທດໄດ້ລະດົມຜູ້ເຂົ້າຮ່ວມການສຶກສາລົບລ້າງໄພກືກໜັງສື ລວມ 79.280 ຄົນ, ໃນນັ້ນມີຫຼາຍທ້ອງຖິ່ນເຂດພູສູງ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
ຢູ່ໂຮງຮຽນປະຖົມ ຟຸກເຊີນ, ລາວກາຍ, 99% ປະຊາກອນໃນບໍລິເວນແມ່ນພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ສ່ວນຫຼາຍແມ່ນເຜົ່າຜູ້ໄທ ແລະ ເມື່ອງ.
ຢູ່ ຟຸກເຊີນ, ແຕ່ລະເດືອນ, ນັກຮຽນຍັງໄດ້ອ່ານປຶ້ມ, ໜັງສືພິມ, ແບ່ງປັນບົດຮຽນປະສົບການໃນການພັດທະນາເສດຖະກິດຄອບຄົວ, ນອກຈາກຮຽນຕົວໜັງສື ເຂົາເຈົ້າຍັງໄດ້ຮຽນການຟ້ອນແຊວ່ແບບດັ້ງເດີມ, ຟ້ອນເຕັ້ນສາບ, ເຮັດໝາກຄອນ, ຫຼິ້ນບານສົ່ງ. ເພາະສະນັ້ນ, ເມື່ອມາໂຮງຮຽນ, ເຂົາເຈົ້າບໍ່ພຽງແຕ່ໄດ້ຮຽນຕົວໜັງສືເທົ່ານັ້ນ ຫາກຍັງໄດ້ຮຽນວັດທະນະທຳຊຸມຊົນອີກດ້ວຍ.
ຢູ່ເມືອງເຂດຊາຍແດນ ດຶກເກີ (ເກົ່າ), ຢາລາຍ, ໄລຍະ 2022 – 2025 ໄດ້ເປີດ ຫ້ອງຮຽນລົບລ້າງໄພກືກໜັງສື 20 ຫ້ອງ ດ້ວຍຜູ້ຮຽນກວ່າ 600 ຄົນ. ທະຫານຊາຍແດນ ຢາລາຍ ກໍ່ຈັດບັນດາຫ້ອງຮຽນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ບໍລິເວນຊາຍແດນ.
ຢູ່ຫ້ອງຮຽນພິເສດນີ້, ຜູ້ຮຽນບໍ່ພຽງແຕ່ໄດ້ຫັດອ່ານ ແລະ ຫັດຂຽນເທົ່ານັ້ນ, ເຂົາເຈົ້າ ຍັງໄດ້ຮຽນຄິດໄລ່, ອ່ານເອກະສານ, ນຳໃຊ້ຄວາມຮູ້ໃນການຜະລິດ ອີກດ້ວຍ ແລະ ຄ່ອຍໆມີຄວາມໝັ້ນໃຈເມື່ອກ້າວອອກໄປນອກໝູ່ບ້ານ.
ບັນດາຫ້ອງຮຽນລົບລ້າງໄພກືກໜັງສືໃນປັດຈຸບັນ ບໍ່ພຽງແຕ່ເພື່ອໃຫ້ປະຊາຊົນໄດ້ຮູ້ຕົວໜັງສືເທົ່ານັ້ນ, ຫາກເນື້ອໃນຍັງໄດ້ຕິດພັນກັບບັນດາຄວາມຕ້ອງການທີ່ແທດຈິງຄື: ຄິດໄລ່ເງິນຂາຍຜະລິດຕະພັນກະເສດ, ການເຮັດເອກະສານ, ເຂົ້າເຖິງການບໍລິການສາທາລະນະ, ອ່ານຂໍ້ມູນ ແລະ ໝູນໃຊ້ຄວາມຮູ້ເຂົ້າການຜະລິດ.
ຢູ່ຫຼາຍເຂດຊົນເຜົ່າສ່ວນໜ້ອຍ, ນະໂຍບາຍໜູນຊ່ວຍການກິນຢູ່, ການຮ່ຳຮຽນ, ການໄປມາ ກໍ່ຄືລະບົບໂຮງຮຽນເຄິ່ງກິນນອນ, ກິນນອນ ພວມຊ່ວຍໃຫ້ເດັກນ້ອຍມີເງື່ອນໄຂໄປໂຮງຮຽນໄດ້ດີກວ່າ.
80 ປີກ່ອນ, ຄວາມຫວັງແມ່ນເພື່ອໃຫ້ປະຊາຊົນແຕ່ລະຄົນຮູ້ອ່ານ, ຮູ້ຂຽນ. ມື້ນີ້, ເປົ້າໝາຍນີ້ໄດ້ເປີດກວ້າງກາຍເປັນຄວາມສາມາດເຂົ້າເຖິງພູມປັນຍາ, ເຕັກໂນໂລຢີ ແລະ ບັນດາກາລະໂອກາດພັດທະນາໃໝ່.
ຈາກປະຊາສຶກສາລົບລ້າງໄພກືກໜັງສືໄປເຖິງບັນດາຫ້ອງຮຽນກາງຄືນຢູ່ເຂດຫ່າງໄກສອກຫຼີກ, ແລ້ວການປະຊາສຶກສາດີຈີຕອນ ໃນສັງກາດຫັນເປັນດີຈີຕອນ, ຈິດໃຈເຜີຍແຜ່ພູມປັນຍາຍັງໄດ້ສືບທອດ: ເພື່ອໃຫ້ໄລຍະຫ່າງດ້ານພູມສາດ, ອາຍຸ ແລະ ເງື່ອນໄຂດຳລົງຊີວິດ ບໍ່ໃຫ້ກາຍເປັນຮົ້ວກີດຂວາງສຳລັບສິດໄດ້ຮ່ຳຮຽນ.
