Nhảy đến nội dung
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Đa phương tiện tiếng Lào
Radio
Podcast
Media
Listen on
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu mobile tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ພາບສາລະຄະດີ
ຟັງລາຍການໃນສັບປະດາ
ສາລະຄະດີ
ຫວຽດນາມ - ສັງກາດບຸກບືນ
ສະຖານະການ ການເມືອງ
ປະເທດຊາດ ແລະ ຊາວຫວຽດນາມ
ວີດີໂອ
ວັດທະນະທໍາ
Mạng xã hội
ຕິດຕາມ VOV World
ຕິດຕໍ່
(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ, ຫວຽດນາມ
vovworld@vov.vn
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
English
English
English
Vietnamese
Chinese
French
German
Indonesian
Japanese
Khmer
Korean
Lao
Russian
Spanish
Thai
Menu trang chủ tiếng Lào
ຂ່າວເດັ່ນ
ຊີວິດໃນເມືອງ
ຜູ້ຟັງກັບພາກພາສາລາວ
ສາລະຄະດີ
ຫວຽດນາມ - ສັງກາດບຸກບືນ
500 ວັນ ແລະ ຄືນ ຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
menu phụ tiếng Lào
ສະຖານະການ ການເມືອງ
Media
ລະດູດອກຈັນຜາເບັ່ງບານອວດສີຢູ່ເຂດອ່າວ ຮະລອງ
Facebook
ວັນເສົາ, 19:27, 08/08/2026
Truong Giang
[VOVWORLD] - ໃນຊຸມມື້ນີ້, ດອກຈັນຜາ (Dracaena) ໄດ້ເບັ່ງບານອວດສີພ້ອມກັນຢູ່ບັນດາເກາະຫີນຢູ່ເຂດອ່າວ ຮະລອງ. ລະດູດອກໄມ້ປີນີ້ສີສົດໃສກວ່າ ຄືດັ່ງເປັນສິ່ງພິສູດໃຫ້ແກ່ການຟື້ນຕົວທີ່ມະຫັດສະຈັນຂອງທຳມະຊາດພາຍຫຼັງພາຍຸ.
ພາຍຫຼັງພາຍຸລູກທີ 1 (Maysak) ໄປຜ່ານ, ປະຊາຊົນຢູ່ເຂດແຄມທະເລຂອງອ່າວ ຮະລອງ (ແຂວງ ກວາງນິງ) ຕົກສະເງີ້ເມື່ອເຫັນດອກຈັນຜາ ເບັ່ງບານຢູ່ບັນດາເກາະຫີນ.
ດອກໄມ້ເບັ່ງບານຢູ່ທົ່ວບັນດາເກາະໃນເຂດອ່າວ ກໍຄືບັນດາພູຫີນແຄມຝັ່ງ. ສີເຫຼືອງເຂົ້າເໝົ້າຂອງດອກໄມ້, ສີຂຽວຂອງຕົ້ນໄມ້ໃບຫຍ້າໄດ້ປະສົມປະສານກັບສີຂີ້ເທົ່າຂອງຫີນ, ຂອງທະເລທ້ອງຟ້າ ແລະ ບັນດາເຮືອຫຼາຍລຳ ໄດ້ເຮັດໃຫ້ພາບທຳມະຊາດຍິ່ງເຕັມໄປດ້ວຍຄວາມຮູ້ສຶກອາລົມຈິດ.
ຢູ່ ຫວຽດນາມ, ຕົ້ນຈັນຜາ ມີ 20 ຊະນິດທີ່ແຕກຕ່າງກັນ.
ສິ່ງທີ່ເຮັດໃຫ້ຕົ້ນຈັນຜາ ຢູ່ເຂດອ່າວ ຮະລອງ ມີຄວາມແຕກຕ່າງນັັ້ນແມ່ນ ມັນມີຢູ່ເກືອບທຸກເກາະຢູ່ເຂດອ່າວ.
ເອື້ອຍ ດ່າວທິຖຸຍ - ຜູ້ນຳທ່ຽວ ຄະນະຄຸ້ມຄອງມໍລະດົກໂລກອ່າວ ຮະລອງ - ອຽນຕື ໃຫ້ຮູ້ວ່າ ເຖິງວ່າໄດ້ຕິດພັນກັບເຂດອ່າວນີ້ເປັນເວລາ 20 ກວ່າປີ, ລະດູດອກຈັນຜາປີນີ້ຍັງເຮັດໃຫ້ເອື້ອຍມີຄວາມຕົກສະເງີ້.
ດອກຈັນຜາ ບໍ່ເບັ່ງບານແບບກະແຈກກະຈາຍຄືເມື່ອກ່ອນ, ລະດູແລ້ງປີນີ້ດອກຈັນຜາ ໄດ້ພ້ອມກັນເບັ່ງບານສະພັ່ງຍິ່ງກວ່າເວລາໃດໝົດ.
ສຳລັບຊາວທ້ອງຖິ່ນ, ລະດູດອກໄມ້ປີນີ້ຍັງມີຫຼາຍຄວາມໝາຍ ຍ້ອນກ່ອນນີ້ 2 ປີ, ເມື່ອພາຍຸລູກທີ 3 (ພາຍຸ Yagi, ພັດເຂົ້າໃນເດືອນ 9/2024) ໄດ້ພັດທຳລາຍຕົ້ນໄມ້ຢູ່ເກາະຫີນຕ່າງໆລົ້ມເກືອບທັງໝົດພຽງໃນເວລາ 2 – 3 ຊົ່ວໂມງ.
ລະດູດອກຈັນຜາ ເບັ່ງບານໃນລະດູຮ້ອນປີ 2026 ໄດ້ເປັນສິ່ງພິສູດໃຫ້ເຫັນພະລັງຊີວິດຂອງເຂດອ່າວມໍລະດົກ ພ້ອມກັບຄວາມຫວັງຕໍ່ອະນາຄົດ.
ດອກຈັນຜາ ເບັ່ງບານຢູ່ທົ່ວເປີ້້ນພູ, ເຮັດໃຫ້ຊຸມວັນລະດູຮ້ອນຢູ່ ຮະລອງ ມີສີສັນສົດໃສສວຍງາມໃນສາຍຕາຂອງປະຊາຊົນ ແລະ ແຂກທ່ອງທ່ຽວ.
Tag:
ຂ່າວ/ບົດໃໝ່
ສົນໃຈຫຼາຍສຸດ