[VOVWORLD] - ລາຍການ “ກັບຄືນໄປຫາຈຸດເວລາອັນສັກກະລະບູຊາ” ຢູ່ຫໍເອກະລາດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 19 ສິງຫາ, ດ້ວຍເຕັກໂນໂລຊີຜ່ານເຕັກໂນໂລຊີສະເໝືອນຈິງ (VR), ຊ່ວຍໃຫ້ມະຫາຊົນໄດ້ກັບຄືນສູ່ຈຸດເວລາຂອງຕອນບ່າຍວັນທີ 02 ກັນຍາ 1945 ຢູ່ສະໜາມຫຼວງ ບາດິ່ງ, ເຫັນປະຈັກຕາຈຸດເວລາ ປະທານ ໂຮ່ຈີມິນ ອ່ານບົດຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.